“ຊິນເນີ” ກາຍເປັນນັກເທັນນິດອີຕາລີຄົນທຳອິດ ຄວ້າແຊ໋ມ ໄຊນາ ໂອເພັນ 2023
ການແຂ່ງຂັນເທັນນິດ ATP 500 ລາຍການ ໄຊນາ ໂອເພັນ 2023 ກັບມາແຂ່ງຂັນອີກຄັ້ງໃນຮອບ 4 ປີ ຫຼັງສິ້ນສຸດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສູນກິລາເທັນນິດແຫ່ງຊາດ (National Tennis Center) ໃນນະຄອນຫຼວງປັກກິ່ງ ສາທາລະນະລັດ ປະຊາຊົນຈີນ ໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລານີ້.
ໂດຍປະເພດຊາຍດ່ຽວຮອບຊີງຊະນະເລີດ ເປັນຄູ່ຊີງໜ້າໃໝ່ ຢານນິກ ຊິນເນີ ມື 6 ຂອງລາຍການຈາກອີຕາລີ ພົບກັບ ດານິວ ເມດເວເດບ ມື 2 ຂອງລາຍການຈາກຣັດເຊຍ. ຜ່ານການແຂ່ງຂັນຜົນປະກົດວ່າ ຢານນິກ ຊິນເນີ ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ ເອົາຊະນະ ດານິວ ເມດເວເດບ ໄປໄດ້ແບບສະບາຍ 2-0 ເຊັດ 7–6 (7–2) ແລະ 7–6 (7–2) ຄະແນນ.
ຊຶ່ງ ຊິນເນີ ເປັນນັກເທັນນິດທີມຊາດອີຕາລີຄົນທຳອິດ ທີ່ຄວ້າແຊ໋ມ ລາຍການ ໄຊນາ ໂອເພັນ ຮັບຂັນແຊ໋ມ ພ້ອມເງິນລາງວັນ 679.550 ໂດລາສະລັດ ແລະ ເປັນແຊ໋ມລາຍການທີ 9 ໃນອາຊີບ ແລະ ເປັນລາຍການທີ 3 ໃນປີນີ້ ຕໍ່ຈາກລາຍການ Open Sud de France ແລະ Canadian Open. ສຳລັບ ເມດເວເດັບ ຮອງແຊ໋ມ ໄດ້ຮັບເງິນລາງວັນ 365.640 ໂດລາສະຫະລັດ.
ຮຽບຮຽງໂດຍ: ບຸນທະວີ ນະວົງສາ