ນ້ຳໃຈຄູ
ງາມໃດທັນທຽບເທົ້າ ປຸນປຽບໃຈຄູ ເຮົານາ
ງາມສາຍທາລາໄຫຼ ລ່ອງໂຕນຟອງຟົ້ງ
ງາມປ່າດົງຜືນກວ້າງ ພົງພະນາຍາມສ່ອງ
ຍັງບໍ່ຖ່ອງຮອດສ້ຽວ ນ້ຳໃຈເຈົ້າຊື່ວ່າຄູ ນີ້ແລ້ວ.
ຄູເປັນເໝືອຍໜ່ວຍແກ້ວ ພິທູນຄ່າໃສງາມ
ແສນສຳລານຍາມແລງ ເບິ່ງບໍ່ເຫີຍຫາຍຮ້ອນ
ທັງຄຳວອນຈາເວົ້າ ຫຼານຜູ້ຮຽນຮ່ຳ
ຈ້າວໂດຍນາງນາດຫຼ້າ ຄຳຄູເອີ່ຍວ່າເວົ້າ ນຳເຈົ້າໝູ່ນັກຮຽນ ທຸກຄົນແລ້ວ.
ຍາມເມື່ອສອນສັ່ງຊີ້ ຂຽນຂີດເທິງກະດານ
ຫຼານກໍພຽນຮຽນຈົດ ກ່າຍລົງໃນປຶ້ມ
ມີອັນໃດຄາຈຳໄວ້ ຖາມຄູຍາມຫວ່າງ
ເພື່ອເປີດທາງເຫດຮູ້ ເສີມສ້າງສູ່ປັນຍາ ນີ້ແລ້ວ.
ເມື່ອຄັ້ງ ເດິກດື່ນຂ້ອນ ຄູກໍແຕ່ງຂຽນບົດ
ຈົດກ່າຍຈານບັນທຶກ ວາດບັນຈົງພຽນແຕ້ມ
ແລ້ວນຳມາສອນຊີ້ ລູນຫຼານເຮົາຮຽນຮ່ຳ
ບໍ່ວ່າຄືນຄ່ຳເຊົ້າ ຄູເຈົ້າບໍ່ລ່ອຍລາ ເມື່ອຍແລ້ວ.
ຍາມເມື່ອຫຼານໂດດດື້ ມືລ່ວງກະທຳຜິດ
ບິດເບືອນແນວທາງກົດ ລະບຽບການວາງໄວ້
ຄູໄດ້ຫວນຫາຮ້ອງ ມາບອກສອນເຕືອນກ່າວ
ຖືມາດຖານເປັນທີ່ໝັ້ນ ຖືຫຼັັກກການລະບຽບເວົ້າ ນຳເຈົ້າທີ່ກະທຳ ຜິດນາ.
ອີກຄັ້ງ ຍາມເມື່ອເຈັບປ່ວຍໄຂ້ ຄີງອຸ່ນກາຍາ
ຄູຍັງມາພຽນສອນ ຂີດຂຽນກະດານແຕ້ມ
ຫຼຽວແນມເຫັນໃບໜ້າ ຫຼ້ານັກຮຽນກໍເຊົາສວ່າງ
ຄວາມເຈັບຄີງອຸ່ນເນື້ອ ເມື່ອນັ້ນເຄີຍວ່າຮ້ອນ ກໍດີຂຶ້ນສວ່າງເຊົາ ເປັນແລ້ວ.
ນີ້ແລນໍ້ ບູຮານຕ້ານ ຖະແຫຼງວາດເດີມມາ
ຕົວຄູເໝອນດວງທຽນ ເປັນປະກາຍແສງຈ້າ
ຍອມໄໝ້ຕົວເຍືອງທາງແຈ້ງ ຫົນທາງເຫັນຮຸ່ງ
ໃຫ້ຄົນຫຼັງຮຸ່ນນ້ອຍ ນຳຮອຍຕາມໄຕ່ຂຶ້ນ ສູງຊັ້ນເລີດປັນຍາ ນັ້ນນາ.
ທ່າຍ ເອີຍ ເພິ່ນຍັງເຄີຍບອກໄວ້ ຄູປຽບດັ່ງໃບມອນ
ເປັນອາຫານຮຽງຄຽງສັດ ຊື່ນາມຕົວມ້ອນ
ມ້ອນ ແລະ ມອນບູຮານເວົ້າ ຢູ່ຄູກັນຮຽງຮ່ວມ
ຕັດແຍກບິປັນບໍ່ໄດ້ ຄູເຈົ້າອອກຈາກຕົວ ນັກຮຽນແລ້ວ.
ຄູເອີຍ ຫຼານນີ້ຂໍຍົກຍ້ອງ ກົມກາບນ້ຳໃຈຄູ ແທ້ເດີ
ຂໍບູຊາຄວາມດີ ແກ່ພະຄຸນຂອງເຈົ້າ
ແມ່ນຊິເອົາຄຳເວົ້າ ພັນວາຈາເປັນໝື່ນ
ບໍ່ອາດຢາມຢ່ອງຢື້ ເຖິງໄດ້ແມ່ນແຕ່ມິນ ດຽວນາ.
7 ຕຸລາ ລືຊ່າລ້ຳ ວຽນຮອບເຖິງຖອງ
ທົ່ວທັງດິນດອນຜືນ ເຂດເມືອງປະຊາບ້ານ
ແສນສຳລານຍໍຍ້ອງ ຄູລາວຄົນປະເສີດ
ປັນຍາແດງເລີດລ້ຳ ຢາຍກວ້າງທົ່ວນະຄອນ ເຮົາແລ້ວ.
ແມ່ນວ່າຄູ ເຫັນເຫດຮ້າຍ ກາຍລ່ວງມາກວນ ກໍຕາມທອນ
ປວງໂພຍໄພຊິມປອງ ຈົ່ງຢ່າມາຫາໄດ້
ໃຫ້ຫຼີກໜີໄກພົ້ນ ໂລຄາການພະຍາດ
ປັດສະຈາກທຸກໂສກເສົ້າ ລະທົມຊ້ຳຫວ່າງຊວງ.
ຂໍເຈົ້າຈົງ ມີແຕ່ສຸກເລີດລ້ຳ ກາຍກໍຍິ່ງແຂງແຮງ
ອາຍຸນາມສັງຂານ ເບີກເບີຍບານແຍ້ວ
ຮ້ອຍປີມາບໍ່ສູນເສົ້າ ຫຼາຍພັນສາຈະເລີນຍິ່ງ
ຂໍຄວງຄຽງຄູເຈົ້າ ຄູນັ້ນຈົ່ງສະຖຽນ ແດ່ເດີ.
ຂຽນໂດຍ: ອາຈານ ແກ້ວລໍາມອນ ສົມອຸລາ

