ທ່ານ ນາງ ເພັດສະໝອນ ພົມມະໄຊສີ ວາງວິໄສທັດການຂາຍ ຊື່ສັດ-ບໍລິການວອງໄວ ໃສ່ໃຈຕໍ່ລູກຄ້າ

ປັດຈຸບັນ, ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນໄປຄຽງຄູ່ກັບເພດຊາຍ ໃນທຸກຂົງເຂດວຽກງານ ທັງເວທີພາຍໃນ, ພາກພື້ນ ແລະ ສາກົນ, ແມ່ຍິງຫຼາຍທ່ານ ໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ເຊັ່ນດຽວກັບ ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ເປັນນັກທຸລະກິດຍິງທີ່ມີປະສົບການຫຼາຍ 10 ປີ ເປັນທີ່ຮູ້ຈັກກັນດີ ເລື່ອງບໍລິການນຳເຂົ້າ ແລະ ຈຳໜ່າຍອາຍແກັດຫຸງຕົ້ມ, ອາຍແກັດອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ, ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ),ໃນຄົວເຮືອນ ມີວິໄສ່ທັດການຂາຍທີ່ ຊື່ສັດ, ຈິງໃຈບໍລິການວອງໄວໃສ່ໃຈຕໍ່ລູກຄ້າເພາະວຽກງານຂອງເຮົາຄືການບໍລິການ.
ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ກ່າວໃຫ້ຮູ້ວ່າ: ການເປັນນັກທຸລະກິດແມ່ຍິງຕໍ່ຄວາມຄິດຂອງສັງຄົມປັດຈຸບັນນີ້ແມ່ນມີຄວາມໄດ້ປຽບຫຼາຍຢ່າງໃຫ້ແມ່ຍິງທຸລະກິດພວກເຮົາ ແລະເປັນທີ່ຍອມຮັບຢ່າງກວ້າງຂວາງຕໍ່ຜົນສຳເລັດ ແລະ ຄວາມຫ້າວຫັນຄວາມຮູ້ຄວາມສາມາດປະດິດຄິດສ້າງພັດທະນາໃນວຍກທຸລະກິດ ແລະ ເຮັດໃຫ້ຜົນງານຂອງແມ່ຍິງທຸລະກິດພວກເຮົາມີຄວາມກ້າວກະໂດດນຳເອົາຄວາມສຳເລັດໃນທຸລະກິດນຳເອົາຄວາມພັດທະນາສີວິໄລສູ່ຄອບຄົວເປັນທີ່ຍອມຮັບໃຫ້ກັບສັງຄົມຄຽງຄູ່ກັບຄວາມສຳເລັດ, ແມ່ຍິງພວກເຮົາໄດ້ເປັນທ່າແຮງຊ່ວຍເຫຼືອແລະພັດທະນາສັງຄົມຄໍ້າຊູຊຸກຍູ້ບູລະນະພຸດທະສາດສະໜາໃນຂອບເຂດທີ່ມີການພັດທະນາຫຼາຍໆດ້ານ ແລະ ການພັດທະນາກ້າວກະໂດດເດັ່ນເປັນສະຫງ່າ ຊຶ່ງສິ່ງເຫຼົ່ານີ້ໄດ້ເປັນແຮງພັກດັນຊຸກຍູ້ ແລະກຳລັງແຮງໃຈໃຫ້ນັກທຸລະກິດແມ່ຍິງຂອງພວກເຮົາກ້າຄິດນຳເອົາຄວາມສາມາດເຂົ້າປະກອບສ່ວນພັດທະນາທີ່ດີຢູ່ແລ້ວໃຫ້ມີການພັດທະນາໃຫ້ດີຂຶ້ນເລື່ອຍໆ.
ຄຽງຄູ່ກັບການພັດທະນາທີ່ດີເດັ່ນກໍປາດສະຈາກບໍ່ໄດ້ທີ່ໄດ້ສ້າງຄວາມທ້າທາຍໃຫ້ແມ່ຍິງທຸລະກິດພວກເຮົາໃນຍຸກພັດທະນາແມ່ຍິງທຸລະກິດພວກເຮົາຍັງຕ້ອງໄດ້ຮຽນຮູ້ພັດທະນາຕົນເອງໃຫ້ທັນກັບສະພາບເສດຖະກິດຂອງໂລກກໍ່ຄືຊຽນບ້ານເຮົາເຊິ່ງໄດ້ມີການຜັນຜວນຂອງເສດຖະກິດ, ເງິນອ່ອນຄ່າ ຊຶ່ງກໍ່ເປັນບັນຫາທີ່ພວກເຮົາຕ້ອງໄດ້ຫາທາງອອກຮ່ວມກັບມະຫາພາກເພື່ອພ້ອມກັນກ້າວຜ່ານຊວງວິກິດ.
ບໍລິສັດແກັດອຸດສາຫະກຳຄໍາມ່ວນ ຈຳກັດ ຜູ້ດຽວ ເລີ່ມສ້າງຕັ້ງຂື້ນມາແຕ່ປີ 2010 ມີການບໍລິການນຳເຂົ້າ ແລະ ຈຳໜ່າຍອາຍແກັດຫຸງຕົ້ມ, ອາຍແກັດອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ, ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ) ໃນຄົວເຮືອນ ແລະ ສັງຄົມ ໄດ້ຮັບໃຊ້ເຂົ້າໃນວຽກງານນອຸດສາຫະກຳທີ່ໃຫຍ່ໆ ເຊັ່ນ: ເຂື່ອນໄຟຟ້ານໍ້າເທີນ 2, ເຂື່ອນໄຟຟ້າປາກກະດິງ, ບໍລິສັດຄໍາມ່ວນຊີມັງ, ໂຮງງານເກືອກາລີ (ຊີໂນ) ດົງໃຕ້, ບໍລິສັດ ລາວຄາຍຢວນ ແລະ ວຽກງານອື່ນໆ.
ຊຶ່ງໄລບະຜ່ານມາວຽກງານທາງສັງຄົມ ແມ່ນໄດ້ປະກອບສ່ວນເຂົ້າໃນທຸກວຽກງານທີ່ໄດ້ຮັບມອບໝາຍເປັນຕົ້ນແມ່ນຜົນງານຂອງສະມາຄົມທຸລະກິດແມ່ຍິງແຂວງຄໍາມ່ວນຜົນງານໃຫຍ່ ແມ່ນ: ການສ້າງຂັນໃດຂຶ້ນລົງນໍ້າຂອງຮູບປັ້ນເໝືອນພະຍາສີສັກຕະນາກຄາ (ໜ້າວັດນາໂບ) ຈຳນວນ 108 ຂັ້ນ, ເຕົ້າໂຮມສ້າງວົງວຽນນໍ້າພູໃນໃຈກາງຕົວເມືອງທ່າແຂກ, ການຊ່ວຍເຫຼືອໄພນໍ້າຖວມທຸກໆໄລຍະທັງຕ່າງແຂວງ ແລະ ພາຍໃນແຂວງ, ປະກອບສ່ວນເຂົ້າໃນວຽກງານຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ຜ່ານມາກໍໄດ້ພ້ອມກັນເຕົ້າໂຮມໝູ່ຄະນະຊ່ວຍເຫຼືອຕະຫຼອດເວລາ ແລະ ໄດ້ພ້ອມກັນບູລະນະປະຕິສັງຂອນຮ່ວມກັນສ້າງສາວັດວາອາຮາມ, ສາສະໜາເປັນເນື່ອງນິດຕະຫຼອດມາຈົນຮອດປັດຈຸບັນ. ພ້ອມນີ້ຍັງໄດ້ນໍາເອົາອຸປະກອນການແພດລົງຊ່ວຍເຫຼືອໂຮງໝໍນ້ອຍໃນຫຼາຍເມືອງ, ໂຮງໝໍແຂວງ ແລະ ທາງບໍລິສັດຂອງພວກເຮົາຍັງໄດ້ອຸປະຖຳອາຍອົກຊີເປັນສຳລັບໜ່ວຍງານກູ້ໄພ 1624, ກູ້ໄພຊາວໜຸ່ມ ແລະ ກູ້ໄພກາແດງຂອງແຂວງຄໍາມ່ວນຕັ້ງແຕ່ກໍ່ຕັ້ງຈົນມາຮອດປັດຈຸບັນນີ້.
ສະນັ້ນ, ເນື່ອງໃນໂອກາດວັນແມ່ຍິງສາກົນຂອງພວກເຮົາໄດ້ໝູນວຽນມາບັນຈົບຮອບຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ຂໍອວຍພອນໃຫ້ແມ່ຍິງລາວເຮົາທຸກທົ່ວໜ້າມີຄວາມຜາສຸກຄວາມສໍາເລັດໃນໜ້າທີ່ວຽກງານທຸກໆປະການ.