Skip to main content

ສສກ ປິດບັ້ນແຂ່ງຂັນສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂະແໜງການສຶກສາ-ກິລາ

12/03/2024

ກອງປະຊຸມປິດບັ້ນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂອງຂະແໜງສຶກສາ ແລະ ກິລາ ຈັດຂຶ້ນແບບຊອງໜ້າ ແລະ ລະບົບທາງໄກ ບໍ່ດົນຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກ ICT) ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງ ສສກ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້່າຮ່ວມ.

ໃນກອງປະຊຸມ, ທ່ານ ອຳພາວັນ ກວ້າງມະນິວັນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກ່າວວ່າ: ພາຍຫຼັງທີ່ລັດຖະບານແຫ່ງ ສປປ ລາວ ໄດ້ປະກາດຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ລະຫວ່າງປີ 2021-2023 ໃນຂອບເຂດທົ່ວປະເທດ, ແຕ່ລະພາກສ່ວນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເວົ້າລວມ, ເວົ້າສະເພາະ ໃນຂະແໜງການສຶກສາ ແລະ ກິລາ ພາຍຫຼັງທີ່ໄດ້ຮັບການມອບໝາຍຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກະຊວງສຶກສາທິການ ແລະ ກິລາ ໄດ້ຖືເປັນສໍາຄັນ, ຄະນະພັກ-ຄະນະນໍາແຕ່ລະຂັ້ນໄດ້ຖືເປັນບຸລິມະສິດໃນການນໍາພາ-ຊີ້ນໍາເຜີຍແຜ່, ເຊື່ອມຊຶມເນື້ອໃນຈິດໃຈຂອງວາລະແຫ່ງຊາດໃຫ້ແກ່ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ໃນຂັ້ນສູນກາງ, ຂັ້ນແຂວງ/ນະຄອນຫຼວງ, ຂັ້ນເມືອງ/ນະຄອນ ແລະ ຂັ້ນສະຖານການສຶກສາຢ່າງກວ້າງຂວາງ ແລະ ສຸມໃສ່ທຸກກຳລັງແຮງເຂົ້າໃສ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່ການເມືອງ, ພັນທະ ແລະ ຄວາມຮັບຜິດຊອບຂອງຄະນະພັກ ແລະ ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ, ສະມາຊິກພັກ-ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາ ທັງພາກລັດ ແລະ ເອກະຊົນພາຍໃນຂະແໜງສຶກສາ ແລະ ກິລາ.

ສະເພາະຜົນສໍາເລັດໃນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສສກ ໄດ້ກໍານົດ 5 ໜ້າວຽກທີ່ເປັນວຽກຈຸດສຸມ ຄື: ດ້ານແນວຄິດ-ຈິນຕະນາການ, ສ້າງ ແລະ ປັບປຸງນິຕິກໍາຕ່າງໆທີ່ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບທຸກຂັ້ນ, ສ້າງກົມກອງ ແລະ ສະຖານການສຶກສາປອດຢາເສບຕິດ ແລະ ວຽກງານຮ່ວມມື ໂດຍໄດ້ສ້າງ ແລະ ປັບປຸງນິຕິກໍາຕ່າງໆທີ່ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບທຸກຂັ້ນ, ສ້າງກົມກອງ ແລະ ສະຖານການສຶກສາ ແລະ ກິລາ ປອດຢາເສບຕິດ ພ້ອມທັງມີການການຮ່ວມມືເຮັດວຽກຢ່າງໃກ້ຊິດກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງທາງສັງຄົມຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ສະຖານການສຶກສາ ແລະ ກິລາ ລວມທັງອົງການປົກຄອງບ້ານ ໃນການສຶກສາອົບຮົມ, ໃຫ້ຄວາມຮູ້ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ທັນການ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ, ຈັດຕັ້ງພິທີເປີດ-ປິດຂະບວນການແຂ່ງຂັນຈັດຕັ້ງປະຕິ, ບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນກົມກອງ, ສະຖານການສຶກສາຂອງຕົນ ທັງພາກລັດ ແລະ ເອກະຊົນ ຈັດຕັ້ງປະຕິບັດໄດ້ 26 ພາກສ່ວນ ເທົ່າກັບ 45,61%, ນຳພາການຄົ້ນຄວ້າ, ເຊື່ອມຊຶມເຜີຍແຜ່ ແລະ ຜັນຂະຫຍາຍເນື້ອໃນເອກະສານຂອບແນວຄວາມຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງການສຶກສາ ແລະ ກິລາ, ນຳໄປຈັດຕັ້ງຜັນຂະຫຍາຍເປັນກິດຈະກໍາເຂົ້າໃນຂົງເຂດຄວາມຮັບຜິດຊອບຂອງຕົນ ແລະ ປະຕິບັດໃຫ້ເກີດຜົນຕົວຈິງ ເປັນຮູບປະທຳ ຈັດຕັ້ງປະຕິບັດໄດ້ 23 ພາກສ່ວນ ເທົ່າກັບ 40,35%, ນໍາພາສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍວິທີໃຫ້ແກ່ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ ຈັດຕັ້ງປະຕິບັດໄດ້ 25 ພາກສ່ວນ ເທົ່າກັບ 43,85%. ນອກຈາກນັ້ນ, ຍັງໄດ້ມີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ກົດໝາຍ, ລະບຽບການທີ່ກ່ຽວຂ້ອງເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດດ້ວຍຫຼາຍຮູບແບບ, ຫຼາຍວິທີການໃນຂົງເຂດ ຄວາມຮັບຜິດຊອບຂອງຕົນຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ ຈັດຕັ້ງປະຕິບັດໄດ້ 25 ພາກສ່ວນ ເທົ່າກັບ 43,85%ແລະ ສ້າງຂະບວນການຕ້ານຢາເສບຕິດ ໂດຍເປີດຂະບວນການແຂ່ງຂັນກິລາ-ກາຍຍະກຳ, ສິລະປະວັນນະຄະດີ, ສ້າງສະພາບແວດລ້ອມທີ່ດີໃນກົມກອງ, ສະຖານການສຶກສາຂອງຕົນ ທັງພາກລັດ ແລະ ເອກະຊົນ, ຕິດປ້າຍຄຳຂວັນ, ປ້າຍໂຄສະນາຕ່າງໆກ່ຽວກັບຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ, ອອກແຮງງານອະນາໄມລວມຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ ຈັດຕັ້ງປະຕິບັດໄດ້ 26 ພາກສ່ວນ ເທົ່າກັບ 45,61%.

ທ່ານ ອຳພາວັນ ກວ້າງມະນິວັນ ກ່າວຕື່ມອີກວ່າ: ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ສຸມໃສ່ການນໍາ ພາສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ, ສິນທໍາປະຕິວັດໃຫ້ສະມາຊິກພັກ, ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາຢ່າງເລິກເຊິ່ງ, ກວ້າງຂວາງທົ່ງເຖິງໃນທຸກກົມກອງຮາກຖານການສຶກສາ ແລະ ກິລາ; ຜູ້ບໍລິຫານການສຶກສາ, ສະຖານການສຶກສາທຸກຂັ້ນ ທັງພາກລັດ ແລະ ເອກະຊົນ ເອົາໃຈໃສ່ຕິດຕາມ, ກວດກາພຶດຕິກໍາການເຄື່ອນໄຫວຕົວຈິງຂອງພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາຢ່າງເປັນປົກກະຕິ, ແທດເຖິງຕົວຈິງ ແລະ ຕໍ່ເນື່ອງ, ປັບປຸງ, ສ້າງນິຕິກໍາ, ເຄື່ອງມື, ກົນໄກການລາຍງານ, ຕິດຕາມ ແລະ ປະເມີນຜົນການສ້າງກົມກອງ ແລະ ສະຖານການສຶກສາ ແລະ ກິລາປອດຢາເສບຕິດໃຫ້ສອດຄ່ອງ ແລະ ຮັດກຸມ; ສືບຕໍ່ເຜີຍແຜ່ນິຕິກໍາ ແລະ ໂຄສະນາເຜີຍແຜ່ຜົນຮ້າຍ, ຄວາມເປັນອັນຕະລາຍຂອງຢາເສບຕິດໃຫ້ແກ່ສະຖານການສຶກສາ ແລະ ກິລາໃຫ້ເລິກເຊິ່ງ, ທົ່ວເຖິງ; ສືບຕໍ່ຕິດຕາມການສ້າງກົມກອງ ແລະ ສະຖານການສຶກສາປອດຢາເສບຕິດ, ສະຫຼຸບ, ຖອດຖອນບົດຮຽນການນໍາພາແກ້ໄຂບັນຫາຢາເສບຕິດໃນທົ່ວຂະແໜງການສຶກສາ ແລະ ກິລາ ໂດຍຕິດພັນກັບວາລະ ແຫ່ງຊາດ ໂດຍຈະເຜີຍແຜ່ຄາດໝາຍວຽກຈຸດສຸມໃນສະເພາະໜ້າໃຫ້ຄະນະຮັບຜິດຊອບວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງແລ້ວນໍາໄປຜັນຂະຫຍາຍເປັນແຜນການ, ໂຄງການ, ແຜນກິດຈະກໍາປະຈໍາເດືອນ, ພາກຮຽນ ແລະ ສົກຮຽນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນ; ກວດກາ, ຕິດຕາມ, ຊຸກຍູ້, ປະເມີນຜົນ, ສະຫຼຸບຖອດຖອນບົດຮຽນ, ວາງແຜນ ແລະ ລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບແຕ່ລະໄລຍະ (ປະຈໍາໄຕມາດ, ປະຈໍາ 6 ເດືອນ ແລະ ປະຈໍາປີ) ແລະ ຈະຈັດສັນງົບປະມານເພື່ອຮັບໃຊ້ວຽກງານງານດັ່ງກ່າວໃຫ້ສອດຄ່ອງ ແລະ ເໝາະສົມ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ໃນຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນປີ 2023 ເຖິງແມ່ນວ່າພວກເຮົາ ໄດ້ເພີ່ມຄວາມເອົາໃຈໃສ່ໃນຫຼາຍດ້ານ ແຕ່ປາກົດວ່າຍັງມີບາງຂໍ້ຄົງຄ້າງ ແລະ ອຸປະສັກຈຳນວນໜຶ່ງ ໃນການປະຕິບັດວຽກງານດັ່ງກ່າວ ເນື່ອງຈາກໃນປັດຈຸບັນມີສິ່ງເສບຕິດ ແລະ ຢາເສບຕິດທີ່ອອກມາໃໝ່ໃນຫຼາຍຮູບແບບ ເຊັ່ນ: ນໍ້າກະທ້ອມ, ປຸມເປົ້າ, ຢາສູບໄຟຟ້າ, ກາເຟ, ຄຼໍລາເຈ້ນ ແລະ ເຂົ້າໜົມອົມ (ທີ່ຜະສົມຢາໄອ, ຢາອີ, ຢາບ້າ ແລະ ອື່ນໆ) ເຮັດໃຫ້ເກີດຄວາມຢາກຮູ້ຢາກລອງ ຈຶ່ງເຮັດໃຫ້ບັນຫາການສະກັດກັ້ນ ແລະ ແກ້ໄຂບັນຫາສິ່ງເສບຕິດຍັງພົບຄວາມຫຍຸ້ງຍາກ. ຕໍ່ກັບບັນຫາດັ່ງກ່າວນີ້, ເພື່ອສືບຕໍ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດພາຍໃນຂະແໜງການສຶກສາ ແລະ ກິລາ ຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນໍາ, ພະນັກງານ ແລະ ຄູອາຈານພວກເຮົາ ພ້ອມກັນສຸມໃສ່ສືບຕໍ່ເພີ່ມທະວີການນໍາພາສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ສະມາຊິກພັກ, ພະນັກງານ, ຄູອາຈານ, ນັກສຶກສາ ໃຫ້ເລິກເຊິ່ງ, ກວ້າງຂວາງ ທົ່ວເຖິງພາຍໃນກົມກອງ ແລະ ວິທະຍາໄລ; ສືບຕໍ່ສ້າງກົມກອງ, ສະຖານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນປອດຢາເສບຕິດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ສືບຕໍ່ໂຄສະນາ, ເຜີຍແຜ່ບັນດາກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງດ້ວຍຫຼາຍວິທີການ, ຫຼາຍຊ່ອງທາງ ເຊັ່ນ: ວາລະສານ, ແຜ່ນພັບ, ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ ແລະ ຜ່ານສື່ອື່ນໆ ໃຫ້ພະນັກງານ, ຄູອາຈານ, ນັກສຶກສາ ຮູ້ໄດ້ເຖິງຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ; ສືບຕໍ່ຈັດກອງປະຊຸມສໍາມະນາ, ຖາມ-ຕອບ ຄວາມຮູ້ກ່ຽວກັບຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ ແລະ ສ້າງຂະບວນການແຂ່ງຂັນກິລາ-ກາຍຍະກໍາ, ສິລະປະວັນນະຄະດີ, ຕິດປ້າຍຄໍາຂວັນຕ້ານຢາເສບຕິດ ແລະ ອື່ນໆ ພາຍໃນກົມກອງ ແລະ ວິທະຍາໄລ ແລະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມກວດກາພຶດຕິກໍາການເຄື່ອນໄຫວຕົວຈິງຂອງພະນັກງານ, ຄູອາຈານ ແລະ ນັກສຶກສາຢ່າງເປັນປົກກະຕິ, ແທດເຖິງຕົວຈິງ ແລະ ຕໍ່ເນື່ອງ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ