Skip to main content

Author: imcmanager_9

ແຂວງຈໍາປາສັກ ແລະ ແຂວງກອນຕູມ ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືສອງຝ່າຍ

ສະຫາຍ ວິໄລວົງ ບຸດດາຄຳ ເລຂາຄະນະພັກແຂວງ, ເຈົ້າແຂວງຈຳປາສັກ ໄດ້ນຳພາຄະນະຜູ້ແທນແຂວງຈຳປາສັກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງກອນຕູມ ສສ ຫວຽດນາມ ໃນວັນທີ 26 ກັນຍາ  2023 ເພື່ອສືບຕໍ່ລົງນາມບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2023-2027 ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ຂອງ ສະຫາຍ ອາ ເບີດ ຮອງເລຂາຜູ້ປະຈຳການພັກແຂວງກອນຕູມ, ສະຫາຍ ເລ ງອກ ຕ໋ວນ ຮອງເລຂາພັກແຂວງ ປະທານຄະນະກໍາມະການ ປະຊາຊົນແຂວງກອນຕູມ, ມີຜູ້ແທນຂອງສອງຝ່າຍ ເຂົ້າຮ່ວມ. ໃນການພົບປະຢ້ຽມຢາມຄັ້ງນີ້, ສະຫາຍ ເລ ງອກ ຕ໋ວນ ໄດ້ກ່າວຄຳເຫັນຕ້ອນຮັບ ຄະນະຜູ້ແທນແຂວງຈຳປາສັກ, ພ້ອມນັ້ນຫົວໜ້າຄະນະຜູ້ແທນສອງຝ່າຍ...

Continue reading

ແມນຢູ ພົບ ນິວຄາດເຊິນ, ອາເຊນອນ ປະທະ ເວດແຮມ ສ່ວນ ລິເວີພູ-ເຊວຊີ ວຽກເບົາ ເຕະບານ ຄາຣາບາວ ຄັບ ຮອບ 16 ທີມສຸດທ້າຍ

ຂັນເອັບເອ ຄັບ ພິທີຈັບສະຫຼາກການແຂ່ງຂັນເຕະບານ ຄາຣາບາວ ຄັບ ອັງກິດ ລະດູການ 2023-2024 ໄດ້ມີຂຶ້ນໃນຄ່ຳຄືນວັນທີ 27 ກັນຍາ 2023 ພາຍຫຼັງສຳເລັດການແຂ່ງຂັນຮອບ 32 ທີມສຸດທ້າຍ ຫຼື ຮອບ 3 ຜົນປະກົດວ່າ:  ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈະຕ້ອງພົບເສິກໜັກໃນການເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ຊຶ່ງເປັນການຫວນຄືນນັດຊີງຊະນະເລີດ ເມື່ອປີກາຍນີ້. ຂະນະທີ່ອີກຄູ່ໜຶ່ງທີ່ໜ້າສົນໃຈ ເປັນເສິກ “ລອນດອນ ດາບີ ແມັດ” ສະໂມສອນ ເວດແຮມ ຢູໄນເຕັດ ຈະເປີດບ້ານພົບກັບ ສະໂມສອນ ອາເຊນອນ. ສ່ວນ ສະໂມສອນ ລິເວີພູ ພົບວຽກບໍ່ຍາກ...

Continue reading