ເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ 2023 ສະຫຼອງ 7 ຕຸລາ ຈະເປີດສາກກາງເດືອນຕຸລານີ້
ການແຂ່ງຂັນເຕະບານລະດັບເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ຫຼື Radar Super Cup 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຈະເປີດສາກຂື້ນລະຫວ່າງວັນທີ 14-15 ຕຸລານີ້ ທີ່ສະໜາມກິລາ ສູນຈຳໜ່າຍລົດ ຍີ່ຫໍ້ ມັດສະດາ (Mazda) ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊິງເງິນລາງວັນລວມ 30 ລ້ານກີບ.
ການແຂ່ງຂັນລາຍການດັ່ງກ່າວ ນອກຈາກຈະຈັດຂຶ້ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023 ກໍຍັງເປັນການສົ່ງເສີມນັກກິລາເຍົາວະຊົນຂອງບັນດາສະໂມສອນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ...
