ເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ 2023 ສະຫຼອງ 7 ຕຸລາ ຈະເປີດສາກກາງເດືອນຕຸລານີ້
ການແຂ່ງຂັນເຕະບານລະດັບເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ຫຼື Radar Super Cup 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຈະເປີດສາກຂື້ນລະຫວ່າງວັນທີ 14-15 ຕຸລານີ້ ທີ່ສະໜາມກິລາ ສູນຈຳໜ່າຍລົດ ຍີ່ຫໍ້ ມັດສະດາ (Mazda) ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊິງເງິນລາງວັນລວມ 30 ລ້ານກີບ.
ການແຂ່ງຂັນລາຍການດັ່ງກ່າວ ນອກຈາກຈະຈັດຂຶ້ນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2023 ກໍຍັງເປັນການສົ່ງເສີມນັກກິລາເຍົາວະຊົນຂອງບັນດາສະໂມສອນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນໄປເປັນນັກກິລາລະດັບຊາດ ກໍຄື ຕິດທີມຊາດ ໃນອະນາຄົດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ລາຍການນີ້ ໃນເບື້ອງຕົ້ນ ມີບັນດາສະໂມສອນແຈ້ງເຈດຈຳນົງຂົ້າຮ່ວມແຂ່ງຂັນແລ້ວ ຮຸ່ນລະ 8 ທີມ ກໍຄື ຮຸ່ນ 10 ປີ ມີ 8 ທີມ, ຮຸ່ນ 12 ປີ ມີ 8 ທີມ ແລະ ຮຸ່ນ 14 ປີ ມີ 8 ທີມ, ໃນນັ້ນ ທີມໜຶ່ງຈະຕ້ອງມີນັກກິລາ ໃນຈຳນວນ 15 ຄົນ ສຳລັບເງື່ອນໄຂນັກກິລາ ສະເພາະຮຸ່ນອາຍຸ 10 ປີ ຈະຕ້ອງເກີດໃນປີ 2013 ຫຼື 2014 ສ່ວນຮຸ່ນອາຍຸ 12 ປີຈະຕ້ອງເກີດປີ 2012 ແລະ 2011 ແລະ ຮຸ່ນອາຍຸ 14 ປີຈະຕ້ອງເກີດໃນປີ 2009 ແລະ ປີ 2010 ຊຶ່ງຄ່າສະໝັກຖືກທີມລະ 2 ລ້ານກີບ, ໃນນັ້ນ ທີມແຊ໋ມຈະໄດ້ຮັບຫຼຽນລາງວັນ, ຂັນແຊ໋ມ ແລະ ເງິນສົດທີມລະ 5 ລ້ານກີນ, ອັນດັບທີ 2 ຈະໄດ້ຮັບເງິນລາງວັນທີມລະ 3 ລ້ານກີບ, ອັນດັບທີ 3 ຈະໄດ້ຮັບເງິນລາງວັນທີມລະ 2 ລ້ານກີບ ແລະ ອັນດັບທີ 4 ກໍຈະໄດ້ຮັບເງິນລາງວັນທີມລະ 1 ລ້ານກີບ.
ສຳລັບຮຸ່ນ 10 ປີ 8 ທີມເຂົ້າຮ່ວມ ປະກອບມີ ມັດສະດາ ທີມ ເອ, ມັດສະດາ ທີມ ບີ, ມັດສະດາ ທີມ ຊີ, ເດັກພວນ ຊຽງຂວາງ, ວຽງຈັນ ເອັບທີ, ວອນທະບິງ ຫຼວງພະບາງ, ສະປີດ ເອັບຊີ ແລະ ພີເອັມທີ ເອັບຊີ; ຮຸ່ນອາຍຸ 12 ປີ ປະກອບມີ ມັດສະດາ, ເດັກພວນ ຊຽງຂວາງ, ມາດເຕີ ເຊເວັນ, ວຽງຈັນ ເອັບທີ ທີມ ເອ, ວຽງຈັນ ເອັບທີ ທີມ ບີ, ວອນທະບິງ ຫຼວງພະບາງ, ຈຳປາຮັກ, ຄຳໄສ ເອັບຊີ ແລະ ປາກຊັນ ເອັບຊີ; ຮຸ່ນອາຍຸ 14 ປີ ປະກອບມີ ມັດສະດາ ທີມ ເອ, ມັດສະດາ ທີມ ບີ, ວຽງຈັນ ເອັບທີ, ນິນຈາ ເອັບຊີ, ວອນທະບິງ ຫຼວງພະບາງ, ຈຳປາຮັກ ເອັບຊີ, ປາກຊັນ ເອັບຊີ ແລະ ຊູເປີ ສະຕາ ເອັບຊີ (Super Star FC).
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ທາບທາມ (ຮ່າງ) ດຳລັດວ່າດ້ວຍການຄົ້ນຄວ້າວິທະຍາສາດ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຫົວຂໍ້ຄົ້ນຄວ້າວິທະຍາສາດ
- ສວສ ຮ່ວມກັບ ແຜນງານບີຄວາ ຄົ້ນຄວ້າວິໄຈການພັດທະນາດ້ານພາສາ ແລະ ການຮູ້ໜັງສື ເພື່ອຍົກລະດັບຄຸນນະພາບການສຶກສາ
- ສຳມະນາວິທະຍາສາດ “ການສ້າງສັງຄົມແຫ່ງການຮຽນຮູ້ໃນສະພາບການໃໝ່”
- ຫາລືລະດັບວິຊາການ “ພັດທະນາທັກສະດິຈິຕອນ ແລະ ຄວາມຮູ້ດ້ານດິຈິຕອນ ສົ່ງເສີມການມີວຽກເຮັດງານທໍາຂອງໄວໜຸ່ມລາວ
- ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ
- ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ


