Skip to main content

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

08/06/2026
ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນ ຂອງພັກ ແລະ ລັດຖະບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນບັນຫາໂລກຮ້ອນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ ແລະ ຊີວະນາໆພັນ. ສໍາລັບປີນີ້ ແມ່ນສາທາລະນະລັດ ອາແຊກບາຍຊານ (Azerbaijan) ໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄໍາຂວັນ: “Now For Climate”. ສໍາລັບ ສປປ ລາວ ກໍໄດ້ກໍານົດຄໍາຂວັນ ວັນສິ່ງແວດລ້ອມແຫ່ງຊາດ ຄື: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ”.
ບັນຫາການປ່ຽນແປງດິນຟ້າອາກາດ ບໍ່ແມ່ນສິ່ງໄກໂຕຂອງພວກເຮົາ ເຊິ່ງເປັນໄພຂົ່ມຂູ່ໜຶ່ງ ທີ່ທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫຼາຍປະເທດໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ. ສາເຫດຕົ້ນຕໍຂອງການປ່ຽນແປງດິນຟ້າອາກາດ ແມ່ນມາຈາກ ການປ່ອຍທາດອາຍເຮືອນແກ້ວ ເຊັ່ນ: ກາກບອນໄດອອກໄຊ (CO2), ມີເທນ (CH4), ໄນຕຣັດອອກໄຊ (N2O) ແລະ ອື່ນໆ ທີ່ຖືກປ່ອຍອອກຈາກທຳມະຊາດ ຫຼື ເກີດຂຶ້ນຈາກການກະທຳຂອງມະນຸດ ຂຶ້ນສູ່ຊັ້ນບັນຍາກາດ ທີ່ມາຈາກການເຜົາໄໝ້ນໍ້າມັນເຊື້ອໄຟ, ການປ່ຽນແປງການນໍາໃຊ້ທີ່ດິນ ແລະ ປ່າໄມ້, ການຜະລິດກະສິກຳ, ອຸດສາຫະກຳ, ການຜະລິດ ແລະ ນຳໃຊ້ສານເຄມີ, ການສ້າງ ແລະ ທຳລາຍສິ່ງເສດເຫຼືອ ທີ່ສົ່ງຜົນເຮັດໃຫ້ອຸນຫະພູມສະເລ່ຍ ເທິງໜ້າໂລກຮ້ອນຂຶ້ນໃນແຕ່ລະປີ ຫຼື ເອີ້ນວ່າ ພາວະໂລກຮ້ອນ (Global Warming) ເຊິ່ງປັດຈຸບັນກາຍມາເປັນພາວະໂລກຮ້ອນແບບຟົດເດືອດ (Global Boiling). ດັ່ງນັ້ນ, ທົ່ວໂລກ ໄດ້ຖືເອົາວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເປັນບັນຫາສໍາຄັນ ເຊິ່ງຕ້ອງໄດ້ແກ້ໄຂຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຈາກບັນດາປະເທດໃນທົ່ວໂລກ ແລະ ທຸກພາກສ່ວນໃນສັງຄົມ ເພື່ອຄວບຄຸມອຸນຫະພູມສະເລ່ຍຂອງໂລກໃຫ້ຢູ່ໃນລະດັບສູງຂຶ້ນບໍ່ເກີນ 1.5 ອົງສາເຊ. ດ້ວຍເຫດນັ້ນ ຄໍາຂວັນວັນສິ່ງແວດລ້ອມໂລກ ປີນີ້ ຈຶ່ງເອີ້ນວ່າ “Now For Climate” ເປັນການເນັ້ນໜັກໃຫ້ເຫັນເຖິງຄວາມຈໍາເປັນອັນຮີບດ່ວນ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ເປັນຕົ້ນ ການຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອໄຟ, ຫັນໄປສູ່ພະລັງງານສະອາດ, ປົກປັກຮັກສາທຳມະຊາດ ເວົ້າລວມ, ເວົ້າສະເພາະ ກໍແມ່ນການປົກຮັກສາ ການປົກຫຸ້ມຂອງປ່າໄມ້ ແລະ ຊີວະນາໆພັນ.
ສປປ ລາວ ເຮົາ ບໍ່ໄດ້ຖືກຈັດເປັນປະເທດທີ່ປ່ອຍທາດອາຍເຮືອນແກ້ວ ແຕ່ປະເທດເຮົາ ມີຄວາມບອບບາງສູງ ຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງໄດ້ຮັບຜົນກະທົບຮຸນແຮງທາງໄພພິບັດທຳມະຊາດ ເປັນຕົ້ນແມ່ນ ພາຍຸ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ໄຟປ່າ ແລະ ອື່ນໆ ອັນສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ໂຄງລ່າງພື້ນຖານ, ພື້ນທີ່ທໍາການຜະລິດ, ຄວາມໝັ້ນຄົງທາງດ້ານອາຫານ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນໄລຍະ 5 ປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກໄພທຳມະຊາດທັງໝົດ 236 ຄັ້ງ. ໃນນີ້, ມີ ນໍ້າຖ້ວມ 141 ຄັ້ງ, ໄຟໄໝ້ 124 ຄັ້ງ, ລົມພະຍຸພັດ 85 ຄັ້ງ, ແຜ່ນດິນໄຫວ 18 ຄັ້ງ, ໄພແຫ້ງແລ້ງ ແລະ ພະຍາດລະບາດ ໂດຍສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊິວິດການເປັນຢູ, ການສູນເສຍຊັບສິນ ແລະ ຊີວິດຂອງປະຊາຊົນຈຳນວນຫຼາຍ ຄິດເປັນມູນຄ່າຫຼາຍພັນຕື້ກີບ.
ຕໍ່ສະພາບການດັ່ງກ່າວ, ສປປ ລາວ ເຮົາ ກໍ່ໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ມີຄວາມພະຍາຍາມສູງ ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ. ໃນນາມ ທີ່ ສປປ ລາວ ເປັນພາຄີຂອງສົນທິສັນຍາສາກົນ ທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: (1) ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC), (2) ອານຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມການປ່ອຍທາດອາຍເຮືອນແກ້ວ (Kyoto Protocol) ແລະ (3) ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Paris Agreement), ລັດຖະບານ ກໍໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳສຳຄັນຕ່າງໆ ໃນການແກ້ໄຂບັນຫາ ເຊິ່ງໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ກໍ່ໄດ້ຈັດຕັ້ງປະຕິບັດສັນຍາປາຣີ ໂດຍກຳນົດຄາດໝາຍສູ້ຊົນຂອງແຜນງານແຫ່ງຊາດ ເພື່ອປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຫຼື NDC ເພື່ອຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ເຊິ່ງໄດ້ກໍານົດມາດຕະການສໍາຄັນ ເປັນຕົ້ນ ການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2035 ຂອງເນື້ອທີ່ທົ່ວປະເທດ, ເພີ່ມກໍາລັງຕິດຕັ້ງພະລັງງານທົດແທນ ແລະ ພະລັງງານສະອາດ ໃຫ້ໄດ້ 30% ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນປີ 2030.
ອີກເທື່ອໜຶ່ງ, ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມມຸ່ງໝັ້ນໃນການແກ້ໄຂ ແລະ ຮັບມືກັບການປ່ຽນດິນຟ້າອາກາດ ຮ່ວມກັບປະຊາຄົມໂລກ ໂດຍຫັນເອົາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເຂົ້າສູ່ການປະຕິບັດຕົວຈິງ ຢ່າງເປັນຮູບປະທຳ. ພ້ອມນີ້, ຂໍຮຽກຮ້ອງ ແລະ ເຊີນຊວນມາຍັງບັນດາ ອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ພັດທະນາ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ລວມທັງ ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ລູກຫຼານຊາວໜຸ່ມ ເຍົາວະຊົນ ອະນຸຊົນ ທັງຫຼາຍ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ປົກປັກຮັກສາປ່າໄມ້, ປູກຕົ້ນໄມ້-ປູກປ່າ ເພື່ອເພີ້ມເນື້ອທີ່ສີຂຽວ, ຊົມໃຊ້ພະລັງງານຢ່າງປະຢັດ, ຫຼຸດຜ່ອນການນໍາໃຊ້ພະລັງງານເຊື້ອໄຟ, ສົ່ງເສີມການຜະລິດ ແລະ ນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ ແລະ ຫຼຸດຜ່ອນສິ່ງເສດເຫຼືອປລາສຕິກ, ຫັນຈາກການຜະລິດກະສິກໍາແບບດັ່ງເດີມ ເປັນຕົ້ນ ການຖາງປ່າເຮັດໄຮ່, ການຈູດພື້ນທີ່ກະສິກຳ, ການຈູດປ່າລ່າສັດ ແລະ ອື່ນໆ ໄປສູ່ການຜະລິດກະສິກໍາແບບຍືນຍົງ ແລະ ຫຼຸດຜ່ອນການປ່ອຍມົນລະພິດ ເພື່ອຊ່ວຍກັນປົກປ້ອງໂລກຂອງພວກເຮົາ ໃຫ້ໜ້າຢູ່ ແລະ ຍືນຍົງ.
ທ້າຍນີ້, ຂໍອວຍພອນໃຫ້ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປີ 2026 ນີ້ ພາຍໃຕ້ຄໍາຂວັນ “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈ ຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” “Now For Climate” ຈົ່ງເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ.
ຂໍຂອບໃຈ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ