ການນໍາພັກ-ລັດ ຮ່ວມຕັກບາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025
ພິທີຕັກບາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ໄດ້ຈັດຂຶ້ນຢູ່ທີ່ດ້ານໃນກົມມະລຽນ ແລະ ດ້ານນອກພະທາດຫຼວງວຽງຈັນ, ຊຶ່ງປີນີ້ແມ່ນກົງກັບວັນທີ 5 ພະຈິກ 2025 ຂຶ້ນ 15 ຄໍ່າເດືອນ 12 ພສ 2568 ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳພັກ-ລັດ, ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ.
ພິທີຕັກບາດໃນງານບຸນນະມັດສະການພະທາດຫຼວງ ແມ່ນໄດ້ຈັດຂຶ້ນໃນທຸກໆປີ ຊຶ່ງເປັນການຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນ ຕາມຮີດຄອງປະເພນີຂອງຊາວລາວ, ຊຶ່ງປີນີ້ ເຫັນວ່າ ມວນຊົນຈາກທຸກທົ່ວສາລະທິດ ຕ່າງກໍມີຈິດໃຈໃສສັດທາ ຫຼັ່ງໄຫຼເຂົ້າມາຮ່ວມພິທີຕັກບາດຢ່າງຄັບຄາໜາແໜ້ນ ແລະ ເປັນຈໍານວນຢ່າງຫຼວງຫຼາຍ.
ໃນຕອນບ່າຍຂອງວັນດຽວກັນນີ້, ເວລາ 13:00 ໂມງ ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາປະເພນີຕີຄີທີ່ເດີ່ນພະທາດຫຼວງ ລະຫວ່າງ ການນຳພັກ-ລັດ ກັບທີມປະຊາຊົນ ແລະ ໃນຕອນຄໍ່າເວລາ 19:00 ໂມງ ມີພິທີວຽນທຽນຈູດທູບທຽນ ແລະ ຈຸດບັ້ງໄຟດອກ ເພື່ອສັກກາລະບູຊາພະທາດຫຼວງ ແລະ ກິດຈະກຳອື່ນໆ ຕາມຮີດຄອງປະເພນີລາວ.
ພາບ-ຂ່າວ: ໂທລະພາບ ນວ


