ປກສ ກວດກາຄືນຄວາມພ້ອມ ອະນຸກຳມະການຝ່າຍຕ່າງໆ ກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII
ໃນວັນທີ 4 ພະຈິກ 2025 ຢູ່ທີ່ກອງກິລາ-ກາຍະກຳ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສ່ອງແສງປະຈໍາອາທິດ ຂອງຄະນະຮັບຜິດຊອບນັກກິລາ ກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ (ນະຄອນຫຼວງວຽງຈັນ ເກມ 2025), ເຂົ້າຮ່ວມເປັນປະທານໂດຍ ທ່ານ ພັອ ປອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ປກສ, ຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ປີ 2025 ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳລວມ, ຄູຝຶກ ແລະ ອະນຸກຳມະການຝ່າຍຕ່າງໆ ຂອງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ທ່ານ ພັອ ປອ ສົມພັນ ສີວົງໄຊ ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍ-ຄວາມສໍາຄັນ ຊຶ່ງເປັນການກວດກາຄືນບັນດາໜ້າວຽກຂອງແຕ່ລະອະນຸກຳມະການ, ຄູຝຶກ ແລະ ນັກກິລາ ປກສ ໃນການຮັບປະກັນຄວາມພ້ອມຮອບດ້ານກ່ອນການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ; ພ້ອມກັນນັ້ນ, ຍັງເປັນການນໍາສະເໜີປະກອບຄໍາຄິດເຫັນ ດ້ານດີ-ຜົນງານ ແລະ ຂໍ້ຫຍຸ້ງຍາກ, ວິທີການແກ້ໄຂທີ່ຖືກຕ້ອງ-ສອງຄ່ອງກັບສະພາບຕົວຈິງຂອງແຕ່ລະອະນຸກຳມະການຢ່າງມີຄວາມຮັບຜິດຊອບສູງ.
ທ່ານ ພັອ ປອ ສົມພັນ ສີວົງໄຊ ກ່າວຕື່ມວ່າ: ການກະກຽມຄວາມພ້ອມດ້ານຕ່າງໆ ນັບທັງຂັ້ນຄະນະຊີ້ນຳລວມ, ຄູຝຶກ, ອະນຸກຳມະການ ແລະ ນັກກິລາ ຂອງກະຊວງປ້ອງກັນຄວາມສະຫງົບ ໄລຍະເວລາໃກ້ມໍ່ເຂົ້າມາແລ້ວ ການແຂ່ງຂັນຈະໄດ້ເປີດຢ່າງເປັນທາງການໃນວັນທີ 15-25 ພະຈິກ 2025 ຊຶ່ງກອງປະຊຸມຄັ້ງນີ້ ເພື່ອກວດກາ-ຕີລາຄາຄືນຮອບດ້ານຂອງອະນຸກຳມະການຝ່າຍຕ່າງໆ ແລະ ໃນທ້າຍອາທິດນີ້, ຈະໄດ້ຈັດປະຊຸມໃຫຍ່ ກັບທຸກພາກສ່ວນກ່ຽວຂ້ອງຮັບຜິດຊອບ ລວມທັງນັກກິລາ ປກສ ທັງໝົດ 15 ລາຍການທີ່ສົ່ງເຂົ້າແຂ່ງຂັນ ເພື່ອກຽມຄວາມພ້ອມໃຫ້ແກ່ທັບນັກກິລາ ກະຊວງປ້ອງກັນຄວາມສະຫງົບ ໃນງານມະຫະກໍາກິລາແຫ່ງຊາດຄັ້ງນີ້ ໃຫ້ສາມາດຍາດໄດ້ໄຊຊະນະຕາມລະດັບຄາດໝາຍ ທີ່ວາງໄວ້.
ພາບ-ຂ່າວ: ແຕັນ (ຄວາມສະຫງົບ)
ຂ່າວຫຼ້າສຸດ
- ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ
- ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII
- ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ
- ເອັດທີ ແບັງ ຮ່ວມ ເອັດທີ ກຣຸບ ມອບເງິນສະໜັບສະໜູນການແຂ່ງຂັນບານເຕະຊີງຂັນນາຍົກ ປີ 2025-2027
- ສສກ ປຶກສາຫາລືວຽກງານສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ
- ທັບນັກກິລາລາວ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນ ໃນງານກິລາອາຊຽນ ພາຣາເກມ ຄັ້ງທີ XIII ທີ່ປະເທດໄທ

