ສປປ ລາວ ພ້ອມສົ່ງຄະນະນັກກິລາລາວ 42 ຄົນ ເຂົ້າຮ່ວມງານກິລານັກຮຽນອາຊຽນ ຄັ້ງທີ 14 ທີ່ບຣູໄນ

ສປປ ລາວ ພ້ອມຈະສົ່ງຄະນະນັກກິລານັກຮຽນລາວ 42 ຄົນ ໃນ 4 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານກິລານັກຮຽນສາມັນອາຊຽນ ຄັ້ງທີ 14 ທີ່ປະເທດບຣູໄນ ດາລູຊາລາມ ຈະຈັດຂຶ້ນ ລະຫວ່າງວັນທີ 19-29 ພະນິກ 2025 ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ.
ພິທີຖະແຫຼງຂ່າວ ແລະ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະເດີນທາງເຂົ້າຮ່ວມແຂ່ງຂັນກິລານັກຮຽນສາມັນອາຊຽນ ຄັ້ງທີ 14 ຈັດຂື້ນເມື່ອວັນທີ 31 ຕຸລາ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ຊາດລາວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະຫະພັນກິລານັກຮຽນສາມັນລາວ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການສະຫະພັນກິລານັກຮຽນສາມັນລາວ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ວິລະວັນ ບຸນສຸກໄທ ລາຍງານໃຫ້ຮູ້ວ່າ: ພາຍຫຼັງສຳເລັດການເຂົ້າຮ່ວມແຂ່ງຂັນກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ນະຄອນດາໜັງ ສສ ຫວຽດນາມ ໃນປີ 2024 ຜ່ານມາ ກໍໄດ້ມີການຫ້າງຫາກະກຽມເພື່ອເຂົ້າຮ່ວມການແຂ່ງຂັນ ຄັ້ງທີ 14 ທີ່ປະເທດບຣູໄນ ດາລູຊາລາມ ຊຶ່ງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃນນາມກອງເລຂາປະສານງານ ໄດ້ມີການຄົ້ນຄວ້າ ແລະ ຂໍທິດຊີ້ນຳຈາກຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ເພື່ອກະກຽມຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ໂດຍ ສປປ ລາວ ເຮົາຈະສົ່ງເຂົ້ານຮ່ວມແຂ່ງຂັນ 4 ປະເພດກິລາ ປະກອບມີ ກິລາແລ່ນ-ລານ ມີຄູຝຶກ ແລະ ນັກກິລາ 5 ທ່ານ ແຂ່ງຂັນ 6 ລາຍການ; ກິລາດອກປີກໄກ່ ມີຄະນະນຳ ແລະ ນັກກິລາ 5 ທ່ານ ເຂົ້າຮ່ວມແຂ່ງຂັນ 3 ລາຍການ; ກິລາກະຕໍ້ ມີຄະນະນຳ ຄູຝຶກ ແລະ ນັກກິລາ 12 ທ່ານ ເຂົ້າຮ່ວມແຂ່ງຂັນ 3 ລາຍການ; ກິລາປັນຈັກສີລັດ ມີຄະນະນຳ, ຄູຝຶກນັກກິລາ 7 ທ່ານ ຮ່ວມລົງແຂ່ງຂັນ 5 ລາຍການ ໂດຍມີຄະນະຮັບຜິດຊອບ, ກອງເລຂາ, ຄູຝຶກ ແລະ ນັກກິລາ ທັງໝົດ 42 ທ່ານ, ຍິງ 7 ທ່ານ ແລະ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ.
ທ່ານ ວິລະວັນ ບຸນສຸກໄທ ໃຫ້ຮູ້ອີກວ່າ: ໃນງານກິລານັກຮຽນອາຊຽນ ແມ່ນຈັດຂຶ້ນເປັນຄັ້ງທຳອິດໃນປີ 2009 ທີ່ຣາຊາອານາຈັກໄທ, ສຳລັບ ສປປ ລາວ ແມ່ນເຂົ້າຮ່ວມຄັ້ງທຳອິດ ໃນປີ 2015 ທີ່ປະເທດບຣູໄນ ເປັນເຈົ້າພາບ ພາຍຫຼັງໄດ້ເຂົ້າເປັນສະມາຊິກສະພາກິລານັກຮຽນອາຊຽນ ໃນປີ 2014 ຊຶ່ງໃນການເຂົ້າຮ່ວມແຂ່ງຂັນ 6 ຄັ້ງຜ່ານມາ ທັບນັກກິລານັກຮຽນລາວເຮົາ ແມ່ນຍັງບໍ່ສາມາດຍາດຫຼຽນຄຳໄດ້ເທື່ອ ໂດຍຄັ້ງຫຼ້າສຸດ ຄືຄັ້ງທີ 13 ທີ່ ສສ ຫວຽດນາມ ໃນປີ 2024 ຜ່ານມານີ້ ແມ່ນຍາດໄດ້ 1 ຫຼຽນເງິນ ແລະ 3 ຫຼຽນທອງ.
ໂອກາດດຽວນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ເນັ້ນໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ກອງເລຂາປະສານ ເອົາໃຈໃສ່ໃນການພົວພັນປະສານງານ ຢ່າງເອົາຈິງເອົາຈັງ ກັບປະເທດເຈົ້າພາບ, ກອງເລຂາຂອງຄະນະຈັດການແຂ່ງຂັນ ໃຫ້ເປັນປົກກະຕິ, ສືບຕໍ່ການສະໜອງຂໍ້ມູນຂ່າວສານດ້ານກົດລະບຽບ, ກະຕິກາຂອງການແຂ່ງຂັນແຕ່ລະປະເພດກິລາ ເພື່ອຜັນຂະຫຍາຍໃຫ້ບັນດາສະຫະພັນກິລາ 4 ປະເພດກິລາໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການຝຶກຊ້ອມ ແລະ ແຂ່ງຂັນ; ບັນດາຄະນະນຳ ແລະ ຄູຝຶກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ-ການເມືອງ, ຄວາມຮັບຜິດຊອບ, ນ້ຳໃຈຮັກຊາດຂອງນັກກິລາ ໃຫ້ສູງ ເພື່ອບຸກທະລຸທາງຈິດໃຈຂອງນັກກິລາ ໃນເວລາຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ.
ນອກນັ້ນ, ກໍຈົ່ງພ້ອມກັນນຳເອົາຄວາມຮູ້ຄວາມສາມາດ ມາໝູນໃຊ້ ເຂົ້າໃນການຝຶກແອບ-ຝຶກຊ້ອມນັກກິລາໃຫ້ໄດ້ສະຖິຕິທີ່ດີ ແນ່ໃສ່ເຮັດຜົນການແຂ່ງຂັນຂອງນັກກິລາ ໃຫ້ໄດ້ຮັບຜົນສຳເລັດ ໄດ້ຮັບຫຼຽນຄຳ ຕາມຄາດໝາຍທີ່ວາງໄວ້. ຄຽງຄູ່ກັນນັ້ນ, ກໍຈົ່ງເອົາໃຈໃສ່ໃນການຕິດຕາມ, ການເບິ່ງແຍງສຸຂະພາບ, ການດຳລົງຊີວິດຂອງນັກກິລາ ໃນເວລາເຂົ້າສູນຝຶກຊ້ອມ ແລະ ການເຂົ້າຮ່ວມແຂ່ງຂັນ ຢ່າງໃກ້ສິດ ແລະ ເປັນປົກກະຕິ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026








