ເປີດນຳໃຊ້ລະບົບ Pancake Laos ພ້ອມຮ່ວມມືກັນຍົກລະດັບທຸລະກິດລາວສູ່ສາກົນ
ບໍລິສັດ BUBER CONECT ຈັດງານພິທີເປີດການນຳໃຊ້ລະບົບ Pancake Laos ເພື່ອເປັນການສົ່ງເສີມການຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ ໂດຍສະເພາະການຈັດຊີ້-ຂາຍແບບລະບົບອອນລາຍ ແນໃສ່ສ້າງເຄືອຂ່າຍທີ່ເຂັ້ມແຂງກ້າວໄປສູ່ການເປັນຜູ້ນຳໃນຕະຫຼາດພາຍໃນພາກພື້ນຢ່າງໝັ້ນຄົງ.
ພິທີເປີດນໍາໃຊ້ລະບົບ Pancake Laos ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 8 ພະຈິກ 2025 ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນບັນທຶກຄວາມເຂົ້າໃຈ (MOA) ຄັ້ງປະຫວັດສາດ ຮ່ວມກັບ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ຊຶ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ການກ້າວເຂົ້າສູ່ມາດຕະຖານສາກົນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ Pancake Vietnam ພ້ອມດ້ວຍບັນດາແຂກຖືກເຊີນ, ສະມາຊິກລູກຄ້າ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ບູລັກ ນັນທະສອນ ປະທານບໍລິສັດ BUBER CONNECT – Pancake Laos ກ່າວວ່າ: ການນຳໃຊ້ລະບົບ Pancake Laos ເປັນສັນຍານແຫ່ງການຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ ແລະ ເພື່ອເຮັດໃຫ້ການເຕີບໃຫຍ່ຂະຫຍາຍຕົວ ແລະ ການກ້າວເຂົ້າສູ່ມາດຕະຖານສາກົນ ພວກເຮົາຈຶ່ງໄດ້ມີການຮ່ວມລົງນາມການເຊັນບັນທຶກຄວາມເຂົ້າໃຈ (MOA) ກັບ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເພື່ອສານຕໍ່ຄວາມເຂັ້ມແຂງທາງດ້ານທຸລະກິດ ແລະ ການຕະຫຼາດອອນລາຍ.
ໃນພິທີກໍຍັງມີການມອບລາງວັນ Pancake Rising Star ເພື່ອເປັນການຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນໃຫ້ກັບບັນດາຮ້ານຄ້າທີ່ມີຍອດຂາຍສູງສຸດອີກດ້ວຍ. ແນວໃດກໍດີ, ສຳລັບການຈັດງານໃນຄັ້ງນີ້ ເປັນບາດກ້າວສຳຄັນຂອງ Pancake Laos ໃນການສ້າງເຄືອຂ່າຍທີ່ເຂັ້ມແຂງ, ຍົກລະດັບມາດຕະຖານການບໍລິການ ແລະ ກ້າວໄປສູ່ການເປັນຜູ້ນຳໃນຕະຫຼາດພາຍໃນພາກພື້ນຢ່າງໝັ້ນຄົງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ



