“ອຸ໋ມ ທ່ຽງພູບາງ” ຄວ້າຫຼຽນທຳອິດ ໃຫ້ທັບນັກກິລາແຂວງຈຳປາສັກ ໃນງານກິລາແຫ່ງຊາດ ຄັ້ງທີ XII
ນາງ ອຸ໋ມ ທ່ຽງພູບາງ ນັກກິລາແລ່ນ-ລານສາວແຂວງຈຳປາສັກ ສ້າງຜົນງານໄດ້ໂດດເດັ່ນ ຫຼັງແລ່ນເຂົ້າເສັ້ນໄຊໄດ້ເປັນອັນດັບທີ 2 ຄວ້າຫຼຽນເງິນ ໃຫ້ກັບທັບນັກກິລາແຂວງຈຳປາສັກໄດ້ສຳເລັດ ແລະ ເປັນຫຼຽນທຳອິດ ໃນການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.
ວັນທີ 11 ພະຈິກ 2025 ໄດ້ມີພິທີເປີດການແຂ່ງຂັນກິລາແລ່ນ-ລານ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍລາຍການທີ່ໜ້າຈັບຕາຄື ແລ່ນ-ລານ 5.000 ແມັດຍິງ, ແຂວງຈຳປາສັກ ຕັ້ງຄວາມຫວັງໄວ້ສູງທີ່ຈະຍາດຫຼຽນຄຳລາຍການທຳອິດ ແຕ່ສຸດທ້າຍກໍຍັງໄປບໍ່ເຖິງຝັ່ງຝັນ ເພາະຄວາມໄວ ແລະ ຄວາມເຂັ້ມແຂງຍັງບໍ່ດີພໍເສຍໃຫ້ກັບ ນາງ ພູທະລັດ ອິນນຸດ ນັກແລ່ນປອດເຫຼັກຈາກກະຊວງປ້ອງກັນປະເທດ ໄປຢ່າງໜ້າເສຍດາຍ ໄດ້ຮັບພຽງຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງນັກກິລາຈາກແຂວງເຊກອງ.
ເຖິງຈະບໍ່ໄດ້ຫຼຽນຄຳ, ແຕ່ຜົນງານຂອງ ນາງ ອຸ໋ມ ກໍເປັນທີ່ໜ້າພາກພູມໃຈ, ນັກກິລາຈາກຈຳປາສັກ ຖືເປັນນັກກິລາໃໝ່ ແລະ ມີປະສົບການຝຶກຊ້ອມພຽງເດືອນກວ່າ ແລະ ເຂົ້າແຂ່ງຂັນລາຍການໃຫຍ່ເປັນຄັ້ງທຳອິດ, ທັງຍັງຕ້ອງພົບກັບນັກກິລາລະດັບທີມຊາດລາວ ແຕ່ສິ່ງທີ່ໜ້າຊົມເຊີຍຄື ນາງ ອຸ໋ມ ສາມາດທຳລາຍສະຖິຕິສ່ວນຕົວ ທີ່ເຄີຍເຮັດໄດ້ໃນການເຝິກຊ້ອມ ໂດຍສະຖິຕິເກົ່າ (ຝຶກຊ້ອມ) ເວລາ 22:23 ນາທີ ແລະ ສະຖິຕິໃໝ່ (ແຂ່ງຂັນຕົວຈິງ) ເວລາ 21:40 ນາທີ.
ສຳລັບລາຍການຕໍ່ໄປແມ່ນ ນາງ ອຸ໋ມ ທ່ຽງພູບາງ ຈະລົງແຂ່ງຂັນ ແລະ ຍັງຄົງມີຄວາມຫວັງສູງໃນການຍາດຫຼຽນຄຳຈາກລາຍການແຂ່ງຂັນຕໍ່ໄປນີ້: ແລ່ນ 10.000 ແມັດຍິງ, ແລ່ນ 4×400 ແມັດຍິງ ແລະ ແລ່ນ 4×400 ແມັດປະສົມຊາຍ-ຍິງ.
ພາບ: ເກດສະໜາ
ຂ່າວໂດຍ: ຂາວພອນ ມ້າວຄຳຜິວ
ຂ່າວຫຼ້າສຸດ
- ຫາລືແນວທາງການຮ່ວມມືວຽກງານອະຊີວະສຶກສາ ຢູ່ ສປປ ລາວ
- ຄະນະນໍາ ສສກ ຮ່ວມສະແດງຄວາມຍິນດີນໍາ ທ່ານລັດຖະມົນຕີ ທີ່ໄດ້ຮັບເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ສະໄໝທີ XII
- ສສກ-ອີດີເອັບ ລາວ ສືບຕໍ່ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ 4 ແຂວງເປົ້າໝາຍ
- ເອັດທີ ແບັງ ຮ່ວມ ເອັດທີ ກຣຸບ ມອບເງິນສະໜັບສະໜູນການແຂ່ງຂັນບານເຕະຊີງຂັນນາຍົກ ປີ 2025-2027
- ສສກ ປຶກສາຫາລືວຽກງານສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ
- ທັບນັກກິລາລາວ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 8 ຫຼຽນ ໃນງານກິລາອາຊຽນ ພາຣາເກມ ຄັ້ງທີ XIII ທີ່ປະເທດໄທ
