ມສ ລະຄອນສີ ເມືອງລະຄອນເພັງ ຊະນະເລີດ ການປະກວດສິລະປະ ບົດຟ້ອນ “ວິຖີຊີວິດຊາວນາ” ສະຫຼອງ 2 ວັນປະຫັວດສາດຂອງຊາດ

ໃນຄໍ່າຄືນວັນທີ 27 ພະຈິກ 2025 ທີ່ເດີ່ນສະໜາມແດງຂອງແຂວງສາລະວັນ ໄດ້ຈັດການປະກວດສິລະປະ ໃນງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທຳ-ລຳວົງສາລະວັນ ແລະ ງານສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ແລະ ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີບັນດາຄະນະນຳຂອງແຂວງ, ພະແນກການ, ອົງການທຽບເທົ່າ ພ້ອມດ້ວຍມວນຊົນເຂົ້າຮ່ວມຊົມ ຮ່ວມເຊຍຢ່າງມ່ວນຊື່ນ.
ການປະກວດສິລະປະໃນຄັ້ງນີ້ ແມ່ນມີຄະນະສິລະປະທີ່ມາຈາກໂຮງຮຽນເທດສະບານແຂວງ ແລະ ບັນດາເມືອງ ເຂົ້າຮ່ວມທັງໝົດ 10 ຄະນະ ຄື: ໂຮງຮຽນ ມສ ສາລະວັນ, ມສ ອົງແກ້ວ, ສູນວັດທະນະທຳເດັກ, ໂຮງຮຽນປະຖົມ ນາເຫຼັກ, ໂພນບົກ, ໂຮງຮຽນແກ້ວປັນຍາ, ໂຮງຮຽນ ມສ ລະຄອນສີ ເມືອງລະຄອນເພັງ ແລະ ເມືອງເລົ່າງາມ. ການແຂ່ງຂັນແມ່ນໄດ້ຮັບຊົມບົດຟ້ອນຈາກນ້ອງໆນັກຮຽນ ທີ່ມີຄວາມອ່ອນຊ້ອຍ ສວຍງາມ ທ່າມກາງສຽງຊົມສຽງເຊຍຈາກກອງເຊຍຂ້າງເວທີ. ຜ່ານການແຂ່ງຂັນ ສາມາດຄັດເລືອກໄດ້ບົດຟ້ອນທີ່ໄດ້ຮັບລາງວັນຊະນະເລີດ ໄດ້ແກ່ ບົດຟ້ອນ “ວິຖີຊີວິດຊາວນາ” ຈາກໂຮງຮຽນ ມສ ລະຄອນສີ ເມືອງລະຄອນເພັງ ໄດ້ຮັບເງິນສົດ 4.000.000 ກີບ ພ້ອມໃບຍ້ອງຍໍ, ອັນດັບທີ 2 ບົດຟ້ອນ “ຊື່ລາວດັງກ້ອງ” ຈາກສູນວັດທະນະທໍາເດັກ ໄດ້ຮັບເງິນສົດ 3.000.000 ກີບ ພ້ອມໃບຍ້ອງຍໍ ແລະ ອັນດັບທີ 3 ບົດຟ້ອນ “ລຳສີ່ຈັງຫວະ ສາມວັນປະຫວັດ” ຈາກໂຮງຮຽນ ປະຖົມນາເຫຼັກ ໄດ້ຮັບເງິນສົດ 2.000.000 ກີບ ພ້ອມໃບຍ້ອງຍໍ ແລະ ລາງວັນຊົມເຊີຍ ໄດ້ຮັບເງິນສົດ 1.000.000 ກີບ.
ທ່ານ ອາຈານ ໄພບູນ ມີຄຳ ຄູສອນສິນລະປະ ຈາກໂຮງຮຽນ ມສ ລະຄອນສີ ເມືອງລະຄອນເພັງ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ນຳເອົາຄະນະສິນລະປະເຂົ້າມາຮ່ວມໃນງານປະກວດໃນຄັ້ງນີ້ ໄດ້ແກ່ ບົດຟ້ອນ ວິຖີຊີວິດຊາວນາ ມີນັກຟ້ອນທັງໝົດ 16 ນ້ອງ, ຍິງ-ຊາຍ, ມີການຝຶກຊ້ອມໃຊ້ເວລາ 1 ອາທິດ ທີ່ມີຄວາມໝາຍກ່ຽວກັບວັດທະນະທຳຮີດຄອງປະເພນີ ວິຖີຊີວິດຊາວນາ, ຜ່ານມາເຄີຍເຂົ້າຮ່ວມຮັບໃຊ້ງານປີທ່ອງທ່ຽວລາວ ໃນບົດຟ້ອນ ສາວນ້ອຍຍ້ອມຄາມ ສາມາດຍາດໄດ້ລາງວັນທີ 1 ເຊັ່ນດຽວກັນ, ເປັນຄວາມພາກພູມໃຈຂອງຊາວເມືອງລະຄອນເພັງ ກໍຄືນ້ອງໆສີລະປະທຸກຄົນມີຄວາມພາກພູມໃຈເປັນຍ່າງຍິ່ງທີ່ມາຮັບໃຊ້ໃນຄັ້ງນີ້.
ພາບ-ຂ່າວ:ທິດລານີ ໂຄດໂຍທາ.





