ຫຼວງພະບາງ ຍ້ອງຍໍຜົນງານຄະນະນັກກິລາ ຊຸດຄວ້າ 13 ຫຼຽນຄໍາ, 15 ຫຼຽນເງິນ ແລະ 41 ຫຼຽນທອງ “ນະຄອນຫຼວງວຽງຈັນ ເກມ 2025″
30/11/2025

ແຂວງຫຼວງພະບາງ ຈັດພິທີສະຫຼຸບ ແລະ ຍ້ອງຍໍຜົນງານທັບນັກກິລາ ຊຸດຄວ້າ13 ຫຼຽນຄໍາ, 15 ຫຼຽນເງິນ ແລະ 41 ຫຼຽນທອງ ລວມ 69 ຫຼຽນ ຈົບອັນດັບທີ 9 ຂອງປະເທດ ຈາກ 21 ພາກສ່ວນເຂົ້າຮ່ວມ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ເປັນເຈົ້າພາບຢ່າງສົມກຽດ ໃນລະຫວ່າງວັນທີ 15-25 ພະຈິກ 2025.
ພິທີສະຫຼຸບຜົນງານການເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນວັນທີ 28 ພະຈິກ 2025 ທີ່ພັດຕະຄານລ້ານຊ້າງ ນະຄອນ-ຫລວງພະບາງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫລວງພະບາງ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຄະນະນຳ, ຄູຝຶກ, ນັກກິລາ,ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ງານມະຫະກຳກິລາແຫ່ງຊາດ ແມ່ນເປັນການແຂ່ງຂັນກິລາພາຍໃນປະເທດ ຊຶ່ງຈັດຂຶ້ນທຸກ 3 ປີໂດຍໃນຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ແຂວງຫລວງພະບາງ ໄດ້ສົ່ງນັກກິລາ ແລະ ຄູຝຶກ ເຂົ້າຮ່ວມທັງໝົດ 387 ຄົນ ແຂ່ງຂັນໃນ 21 ປະເພດກິລາ: ປະກອບມີ: ມວຍສາກົນ, ກະຕໍ້, ບານເຕະຊາຍ, ບານບ້ວງ, ເປຕັງ, ໜ້າເກັກ, ບານສົງ, ດອກປີກໄກ່, ລອຍນ້ຳ, ໜາກເສິກ, ໜາກຂ່າງ, ເທັນນິດ, ປິ່ງປ່ອງ, ວູຊູ, ເທຄວັນໂດ, ຍິງປືນ, ມວຍລາວ, ແລ່ນ-ລານ, ເຮືອຊ່ວງ, ຄາລະເຕໂດ ແລະກັອບ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາແຂວງຫລວງພະບາງ ສາມາດຍາດໄດ້ 13 ຫຼຽນຄໍາ, 15 ຫຼຽນເງິນແລະ 41 ຫຼຽນທອງ ລວມທັງໝົດ 69 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະລາງສະຫຼຸບຫຼຽນ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານທີ່ຄູຝຶກ ແລະນັກກິລາຍາດມາໄດ້ ທັງເນັ້ນໃຫ້ຄະນະຮັບຜິດຊອບ ພ້ອມກັນຖອດຖອນບົດ ຮຽນຈາກການເຂົ້າຮ່ວມແຂ່ງຂັນ ເພື່ອວາງແຜນປັບປຸງບາງບັນຫາຄົງຄ້າງ, ເພື່ອເຮັດໃຫ້ການເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນຢູ່ ແຂວງ ຈໍາປາສັກ ໃນທ້າຍປີ 2028 ໃຫ້ໄດ້ຮັບຜົນດີຫຼາຍກວ່າເກົ່າ, ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ສະຫະພັນກິລາແຕ່ລະປະເພດ ໃຫ້ສືບຕໍ່ຈັດການແຂ່ງຂັນຢ່າງຕໍ່ເນື່ອງ ເພື່ອຄັດເລືອກນັກກິລາໃຫ້ໄດ້ຕາມຄາດໝາຍ, ສ່ວນນັກກິລາເອງ ຕ້ອງສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ ແລະ ອື່ນໆ.
ພາບ+ຂ່າວ: ສອນອາຄົມ ສກຂ ຫຼວງພະບາງ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026






