“ຕ໋ອງ ທອງຄຳ” ຄວ້າ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ສ້າງປະຫວັດສາດໃຫ້ທັບກິລາຄົນພິການລາວ ແລ່ນ-ລານ ຊີງແຊ໋ມນານາຊາດ ທີ່ປະເທດໄທ
30/11/2025

ທ້າວ ຕ໋ອງ ທອງຄຳ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ຄວ້າ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ຈາກປະເພດຊຸກນ້ຳໜັກ, ຊັດຫຼາວ ແລະ ແກວ່ງຈານ ສ້າງຜົນງານຄັ້ງປະຫວັດສາດ ໃຫ້ທັບກິລາຄົນພິການລາວ ໃນການແຂ່ງຂັນກິລາແລ່ນ-ລານຄົນພິການ ຊີງແຊ໋ມນານາຊາດ ທີ່ນະຄອນຣາຊະສີມາ ປະເທດໄທ.
ການແຂ່ງຂັນກິລາແລ່ນ-ລານຄົນພິການນາໆຊາດ ຢູ່ທີ່ ນະຄອນຣາຊະສີມາ ປະເທດໄທ ໃນລະຫວ່າງວັນທີ 21-27 ພະຈິກ 2025 ມີ 7 ປະເທດເຂົ້າຮ່ວມແຂ່ງຂັນ ສະເພາະສປປ ລາວ ແມ່ນສົ່ງເຂົ້າຮ່ວມຈຳນວນ 6 ຄົນ, ຄະນະຄູຝຶກ 2 ຄົນ ແລະ ນັກກິລາ 4 ຄົນ.
ທັບນັກກິລາຄົນພິການລາວ ລົງແຂ່ງຂັນ 8 ລາຍການ ປະເພດແລ່ນ 100 ແມັດຊາຍ, ແລ່ນ 400 ແມັດຊາຍ, ແລ່ນ 1.500 ແມັດຊາຍ, ແລ່ນ 5.000 ແມັດຊາຍ, ຊຸກນ້ຳໜັກ ຊາຍ-ຍິງ ແລະ ແກວ່ງຈານ ຊາຍ-ຍິງ, ຊັດຫຼາວ ຊາຍ ແລະ ເຕັ້ນຍາວຊາຍ.
ສຳລັບຜົນງານຂອງທັບນັກກິລາຄົນພິການລາວ ແມ່ນສາມາດຍາດໄດ້ 2 ຫຼຽນຄຳ ແລະ 6 ຫຼຽນເງິນ, ໃນນັ້ນໄດ້ຈາກທ້າວ ຕ໋ອງ ທອງຄຳ 2 ຫຼຽນຄຳ ຈາກປະເພດຊຸກນ້ຳໜັກ, ຊັດຫຼາວ ແລະ 1 ຫຼຽນເງິນ ຈາກແກວ່ງຈານ.
ສ່ວນທ້າວ ບຸນເພັດ ເທບທິດາ ຍາດໄດ້ 3 ຫຼຽນເງິນ ຈາກປະເພດແລ່ນ100 ແມັດ, 400 ແມັດ ແລະ ເຕັ້ນຍາວ, ທ້າວ ວັນພອນ ສີບຸນເຮືອງ 1 ຫຼຽນເງິນ ແລ່ນ 5.000 ແມັດ ແລະ ນາງ ທອງແດງ ຫອມວົງສະຫວັນ ຍາດໄດ້ 1 ຫຼຽນເງິນ ຈາກແກວ່ງຈານ.
ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026




