Skip to main content

ຊີເກມ ຄັ້ງທີ 33 ປິດສາກລົງຢ່າງຈົບງາມ ພ້ອມສົ່ງທຸງຕໍ່ໃຫ້ ມາເລເຊຍ ເປັນເຈົ້າພາບ ຄັ້ງຕໍ່ໄປ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ປິດສາກລົງຢ່າງເປັນທາງການໃນຕອນຄ່ຳວັນທີ 20 ທັນວາ 2025 ທີ່ສະໜາມຣາຊະມັງຄລາກີລາສະຖານ ນະຄອນຫຼວງບາງກອກ ປະເທດໄທ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທຳມະນັດ ພຣົມເຜົ່າ ຮອງນາຍົກລັດຖະມົນຕີ ແຫ່ງ ຣາຊະນາຈັກໄທ ພ້ອມດ້ວຍຄະນະລັດຖະມົນຕີ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດຜູ້ນຳຈາກຊາດສະມາຊິກອາຊຽນ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາ.

ພິທີເລີ່ມຕົ້ນດ້ວຍການຢືນໄຫວ້ອາໄລແດ່ສົມເດັດພະນາງເຈົ້າ ສິຣິກິຕີ ພະບໍລົມຣາຊະຊົນນີພັນປີຫຼວງ ກ່ອນເຂົ້າສູ່ພິທີເຊີນທຸງຊາດໄທຂຶ້ນສູ່ຍອດເສົາ. ຈາກນັ້ນເປັນການສະແດງຊຸດ “The Sound of Whistle… ສຽງສະທ້ອນຈາກການແຂ່ງຂັນ” ຊຶ່ງຖ່າຍທອດເຖິງເລື່ອງລາວ, ຄວາມພະຍາຍາມ, ນ້ຳຕາ ແລະ ໄຊຊະນະຂອງນັກກິລາຕະຫຼອດງານມະຫະກຳກິລາຊີເກມ ຕໍ່ດ້ວຍຂະບວນສວນສະໜາມຂອງກ້ອນກຳລັງນັກກິລາ 54 ປະເພດ ແລະ ວິດີໂອປະມວນພາບ ການແຂ່ງຂັນກ່ອນເຂົ້າສູ່ໄລຍະເວລາສຳຄັນຂອງພິທີມອດໄຟ ປິດສາກງານກິລາຊີເກມ ຄັ້ງທີ 33 ຢ່າງເປັນທາງການ.

ໂດຍໄຮໄລ້ຂອງງານຄືພິທີສົ່ງມອບທຸງສັນຍາລັກສະມາພັນກິລາແຫ່ງອາຊີຕາເວັນອອກສຽງໃຕ້ ຈາກປະເທດໄທ ສູ່ປະເທດມາເລເຊຍ ເຈົ້າພາບຊີເກມ ຄັ້ງທີ 34 ໃນປີ 2027 ພ້ອມລາຍການສະແດງພິເສດຈາກມາເລເຊຍ ໃນຖານະປະເທດເຈົ້າພາບຄັ້ງຕໍ່ໄປ.

ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 33 ປິດສາກດ້ວຍໄຊຊະນະຂອງທັບນັກລາປະເທດໄທ ເຈົ້າພາບ ຍາດໄດ້ເຖິງ 233 ຫຼຽນຄຳ, 154 ຫຼຽນເງິນ ແລະ 108 ຫຼຽນທອງ ລວມ 499 ຫຼຽນ ຄອງເຈົ້າຫຼຽນຄຳ; ອັນດັບທີ 2 ອິນໂດເນເຊຍ ຍາດໄດ້ 91 ຫຼຽນຄຳ, 111 ຫຼຽນເງິນ ແລະ 131 ຫຼຽນທອງ ລວມ 333 ຫຼຽນ; ອັນດັບທີ 3 ຫວຽດນາມ ຍາດໄດ້ 87 ຫຼຽນຄຳ, 81 ຫຼຽນເງິນ ແລະ 110 ຫຼຽນທອງ ລວມ 178 ຫຼຽນ.

ສ່ວນທັບນັກກິລາ ສປປ ລາວເຮົາ ບໍ່ສາມາດບັນລຸເປົ້າໝາຍຫຼຽນຄຳ ຫຼັງກ່ອນອອກເດີນທາງຕັ້ງເປົ້າໄວ້ຈະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3-5 ຫຼຽນຄຳ ແຕ່ຜ່ານການແຂ່ງຂັນຕົວຈິງ ຍາດມາໄດ້ພຽງ 2 ຫຼຽນຄຳ, 9 ຫຼຽນເງິນ ແລະ 28 ຫຼຽນທອງ ລວມ 39 ຫຼຽນ ຈົບອັນດັບທີ 8 ຈາກ 11 ປະເທດເຂົ້າຮ່ວມ (ປະເທດກຳປູເຈຍ ຖອນຕົວພາຍຫຼັງສຳເລັດພິທີເປີດ ເຮັດໃຫ້ເຫຼືອພຽງ 10 ປະເທດເທົ່ານັ້ນ).

 

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ