Skip to main content

ເປີດປ້າຍໂຮງຮຽນອະນຸບານ-ປະຖົມສົມບູນ ສັນທະລັກ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

22/12/2025

ພິທີເປີດປ້າຍໂຮງຮຽນອະນຸບານ-ປະຖົມສົມບູນ ສັນທະລັກ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ) ເປັນໂຮງຮຽນຕົວແບບຄຸນນະພາບ ນວ ໄດ້ຈັດຂຶ້ນວັນທີ 22 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊເຊດຖາ, ປະທານກຳມະການວັດທະນະທຳ-ສັງຄົມ ນວ, ປະທານສະມາຄົມການສຶກສາພາກເອກະຊົນເມືອງໄຊເຊດຖາ, ຜູ້ບໍລິຫານໂຮງຮຽນ, ຜູ້ອຳນວຍການໂຮງຮຽນ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ສິລິວັນ ເລັ່ງສະຫວັດ ປະທານຜູ້ບໍລິຫານໂຮງຮຽນອະນຸບານ-ປະຖົມສົມບູນ ສັນທະລັກ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນອະນຸບານ-ປະຖົມສົມບູນ ສັນທະລັກ ເປັນໂຮງຮຽນເອກະຊົນແຫ່ງໜຶ່ງ ໄດ້ຮັບອະນຸຍາດສ້າງຕັ້ງໃນສົກຮຽນ 2005-2006 ດຳເນີນການຮຽນການສອນຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ມີທີ່ຢູ່ບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ມາຮອດວັນທີ 1 ກັນຍາ 2007 ໂຮງຮຽນໄດ້ຍ້າຍມາຕັ້ງຢູ່ບ້ານຮ່ອງແກ ຖະໜົນກຳແພງເມືອງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ດຳເນີນການສອນຊັ້ນລ້ຽງເດັກ, ອະນຸບານ ແລະ ຊັ້ນປະຖົມສຶກສາປີທີ 1 ຮອດສົກຮຽນ 2011-2012 ໄດ້ໂຈະການສອນຊັ້ນລ້ຽງເດັກ, ມີຂັ້ນປະຖົມປີທີ 5 (ຂັ້ນ ປ.5) ແລະ ໄດ້ດຳເນີນການຮຽນການສອນໃນສອງຊັ້ນຮຽນຄືຊັ້ນອະນຸບານ ແລະ ປະຖົມສຶກສາຈົນຮອດປັດຈຸບັນ. ໂຮງຮຽນເປັນອາຄານຖາວອນ ສາມຊັ້ນ 1 ຫຼັງ, ປະກອບມີຫ້ອງຮຽນ 15 ຫ້ອງ, ຫ້ອງປະຊຸມ 2 ຫ້ອງ, ຫ້ອງການບໍລິຫານ 1 ຫ້ອງ, ຫ້ອງການຄູ 1 ຫ້ອງ, ຫ້ອງອ່ານ 1 ຫ້ອງ, ຫ້ອງອາຫານ 1 ຫ້ອງ, ຫ້ອງນ້ຳ 22 ຫ້ອງ ແລະ ເດີ່ນກິລາໃນຮົ່ມ. ເປັນໂຮງຮຽນທີ່ໃຫຍ່ໄດ້ມາດຕະຖານ ມີລະບົບບໍລິຫານຈັດການຄຸ້ມຄອງຄົບຊຸດ. ໃນສົກຮຽນ 2025-2026 ມີພະນັກງານ ແລະ ຄູສອນທັງໝົດ ຈຳນວນ 25 ຄົນ ຍິງ 19 ຄົນ, ຄູສອນຊັ້ນອະນຸບານ 7 ຄົນ ຍິງ 7 ຄົນ ຄູສອນຊັ້ນປະຖົມ 9 ຄົນ ຍິງ 5 ຄົນ, ຄູຕ່າງປະເທດສອນພາສາອັງກິດ 2 ຄົນ ຍິງ 1 ຄົນ, ຄູສອນພາສາຈີນ 2 ຄົນ ຍິງ 2 ຄົນ, ພະນັກງານບໍລິຫານ 5 ຄົນ ຍິງ 4 ຄົນ.

ຜ່ານການກວດກາ ຕິດຕາມປະເມີນຜົນຂອງຄະນະກຳມະການ ໃນບັນດາມາດຕະຖານ ຂອງໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ ແລະ ມີເງື່ອນໄຂຄົບຖ້ວນໃນບັນດາມາດຕະຖານທີ່ວາງໄວ້. ໂດຍອີງຕາມຄຳສັ່ງສະບັບເລກທີ 763/ສສສມ, ລົງວັນທີ 10/09/2007 ກ່ຽວກັບການສ້າງໂຮງຮຽນຕົວແບບສາຍສາມັນ ແລະ ອະນຸບານ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ, ອີງຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2541/ຫກ, ລົງວັນທີ 21 ສິງຫາ 2020, ອີງຕາມຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ສະບັບເລກທີ 145/ຈນວ, ລົງວັນທີ 26 ກໍລະກົດ 2024, ອີງຕາມກອງປະຊຸມຕັດສິນຜົນການປະເມີນໂຮງຮຽນຕົວແບບຄຸນນະພາບ ໃນຄັ້ງວັນທີ 6 ພຶດສະພາ 2025. ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ ຕົກລົງມອບໃບຢັ້ງຢືນໃຫ້ ໂຮງຮຽນອະນຸບານ-ປະຖົມສົມບູນ ສັນທະລັກ ເປັນໂຮງຮຽນຕົວແບບ-ຄຸນນະພາບສຳລັບການສຶກສາກ່ອນໄວຮຽນ ຂັ້ນພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ປະຈຳສົກຮຽນ 2024-2025, ໂຮງຮຽນທີ່ມີຜົນງານດີເດັ່ນໃນການບໍລິຫານຄຸ້ມຄອງ, ປະຕິບັດໄດ້ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ພ້ອມເປີດປ້າຍ ແລະ ລັ່ນຄ້ອງເປັນໂຮງຮຽນຕົວແບບຄຸນນະພາບຂຶ້ນຢ່າງເປັນທາງການ. ນອກຈາກນີ້, ບັນດາຄະນະປະທານ ແລະ ແຂກເຂົ້າຮ່ວມງານ ກໍ່ຍັງໄດ້ເລາະຢ້ຽມຊົມບູດວາງສະແດງຜົນງານຕ່າງໆຂອງໂຮງຮຽນດັ່ງກ່າວອີກດ້ວຍ.

ພາບ-ຂ່າວ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ