Skip to main content

ສສກ ປະດັບຫຼຽນກາແຮງງານ ໃຫ້ແກ່ພະແນກສຶກສາ ແຂວງຈຸງຈອງນຳໂດ ສ.ເກົາຫຼີ

22/12/2025
ໃນວັນທີ 17 ທັນວາ 2025 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍໃຫ້ແກ່ພະແນກສຶກສາ ແຂວງຈຸງຈອງນຳໂດ ສ.ເກົາຫຼີ, ໃຫ້ກຽດປະດັບໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍ ທ່ານ ແບັກ ວອນ ຄິວ (Baek Won-kyu) ເລຂາທິການຜູ້ຊີ້ນຳວຽກສຶກສາແຂວງຈຸງຈອງນຳໂດ ສ.ເກົາຫຼີ ພ້ອມດ້ວຍຄະນະຈາກພະແນກສຶກສາທິການແຂວງຈຸງຈອງນຳໂດ ມີຫົວໜ້າກົມ, ຮອງກົມ, ຮອງຫົວໜ້າພະແນກ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານໃຫ້ແກ່ ພະແນກສຶກສາແຂວງຈຸງຈອງນຳໂດ ສ.ເກົາຫຼີ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການກໍ່ສ້າງບຸກຄະລາກອນ ແລະ ຊ່ວຍເຫຼືອອຸປະກອນດ້ານໄອຊີທີໃຫ້ແກ່ ສປປ ລາວ ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນ ຮ່ວມມື ລະຫວ່າງກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ພະແນກສຶກສາ ແຂວງ ຈຸງຈອງນຳໂດ ສ.ເກົາຫຼີ ຄົບຮອບ 20 ປີ. ຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນໃນການພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໂດຍມອບໃຫ້ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ນຳຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສົມກຽດ.
ໂດຍ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ