ສກຂ ບໍລິຄໍາໄຊ ຖອດຖອນບົດຮຽນ ພາກຮຽນທີ I ແລະ ວາງແຜນວຽກ ພາກຮຽນທີ II ປະຈຳສົກຮຽນ 2025-2026

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ພາກຮຽນທີ I ແລະ ວາງທິດທາງແຜນການພາກຮຽນທີ II ປະຈໍາສົກຮຽນ 2025-2026 ທົ່ວແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນວັນທີ 30 ທັນວາ 2025 ທີ່ຫ້ອງປະຊຸມໃຫຍ່ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ບໍລິຄຳໄຊ, ມີທ່ານ ໄມທອງ ແກ້ວວຽງຄໍາ ຮອງປະທານຄະນະກໍາມະການປົກຄອງເມືອງບໍລິຄັນ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ, ຫົວໜ້າຂະແໜງ 10 ຂະແໜງ ພາຍໃນພະແນກ ສກຂ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງບໍລິຄຳໄຊ ມີພະນັກງານ-ລັດຖະກອນຄູ ທັງໝົດ 3,142 ຄົນ ຍິງ 1,753 ຄົນ, ໃນນີ້ມີຄູສອນ 2,783 ຄົນ, ຍິງ 1,610 ຄົນ ແລະ ຜູ້ບໍລິຫານ ຈໍານວນ 359 ຄົນ, ຍິງ143 ຄົນ, ໂຮງຮຽນລ້ຽງເດັກ, ອະນຸບານ ທັງໝົດ 91 ແຫ່ງ (ເອກະຊົນ 34 ແຫ່ງ), ມີນັກຮຽນທັງໝົດ 9,744 ຄົນ ຍິງ 4,871 ຄົນ, ໂຮງຮຽນປະຖົມ ທັງໝົດ 321 ແຫ່ງ (ເອກະຊົນ 24 ແຫ່ງ), ມີນັກຮຽນທັງໝົດ 35,206 ຄົນ, ຍິງ 16,930 ຄົນ, ໂຮງຮຽນມັດທະຍົມ ທັງໝົດ 67 ແຫ່ງ (ເອກະຊົນ 6 ແຫ່ງ), ມັດທະຍົມຕອນຕົ້ນ 37 ແຫ່ງ, ມັດທະຍົມສົມບູນ 29 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 1 ແຫ່ງ, ມີນັກຮຽນມັດທະຍົມຕອນຕົ້ນ ທັງໝົດ 18,468 ຄົນ, ຍິງ 9,136 ຄົນ; ນັກຮຽນມັດທະຍົມຕອນປາຍ ທັງໝົດ 6,353 ຄົນ, ຍິງ 3,055 ຄົນ, ສູນຝຶກອົບຮົມວິຊາຊີບໄລຍະສັ້ນ 5 ສູນ, ວິທະຍາໄລພາກເອກະຊົນ 2 ແຫ່ງ, ມີນັກຮຽນທັງໝົດ 177 ຄົນ, ຍິງ 110 ຄົນ ແລະ ມີໂຮງຮຽນເຕັກນິກ-ວິຊາຊີບ ພາກລັດ 1 ແຫ່ງ ມີນັກສຶກສາທັງໝົດ 423 ຄົນ, ຍິງ 101 ຄົນ.
ຜ່ານມາ ຜູ້ອໍານວຍການ, ຄູສອນອານຸບານ 3 ແລະ ຄູສອນຫ້ອງກຽມຮັບການຝຶກອົບຮົມການນໍາໃຊ້ປຶ້ມບົດສອນການກຽມຄວາມພ້ອມດ້ານການອ່ານສໍາລັບເດັກອາຍຸ 5 ປີ (ສະບັບປັບປຸງ) ຈໍານວນ 208 ຄົນ, ຍິງ 195, ສໍາເລັດຈັດຕັ້ງພິທີໄຂສົກຮຽນໃໝ່ ແລະ ລົງຕິດຕາມການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025-2026, ເຜີຍແຜ່ກົດລະບຽບການສັນຈອນຕາມທາງຫຼວງຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໃນ 7 ເມືອງ, ຈັດການສອບເສັງ ແລະ ນໍາສົ່ງນັກຮຽນ ມ.4 ໄປຕໍ່ ມ.5 ທີ່ ສສ ຫວຽດນາມ, ໄດ້ຈັດຕັ້ງການຮຽນການສອນບໍາລຸງຍົກລະດັບ ຊັ້ນມັດທະຍົມສຶກສາຕອນຕົ້ນປະຊາຊົນຢູ່ 7 ຕົວເມືອງ ມີ 28 ຫ້ອງມີກຸ່ມເປົ້າໝາຍທັງໝົດ 877 ຄົນ, ຍິງ 410 ຄົນ, ບໍາລຸງຊັ້ນມັດທະຍົມຕອນປາຍ 3 ສູນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ 7 ຕົວເມືອງ ໄດ້ທັງໝົດ 465 ຄົນ ຍິງ 242 ຄົນ,ຈັດສົ່ງນັກຮຽນ ແລະ ພະນັກງານ ໄປຮຽນກຽມພາສາ ແລະ ວິຊາສະເພາະ ປະຈໍາສົກຮຽນ 2025-2026 ທີ່ ສສ ຫວຽດນາມ ຈໍານວນທັງໝົດ 158 ຄົນ, ຍິງ 85 ຄົນ, ຝຶກອົບຮົມຄູມັດທະຍົມສຶກສາ ຂັ້ນ ມ.3 ແລະ ມ.6 ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 318, ຍິງ 165 ຄົນ, ຈັດການແຂ່ງຂັນກິລາສ້າງຂະບວນການໃສ່ວັນສໍາຄັນຕ່າງໆຂອງຊາດ ໄດ້ 3 ຄັ້ງ, ເຂົ້າຮ່ວມງານແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ສົ່ງເຂົ້າຮ່ວມ 18 ປະເພດກິລາ ຍາດໄດ້ 6 ຫຼຽນຄໍາ, 9 ຫຼຽນເງິນ ແລະ 21 ຫຼຽນທອງ ລວມ 35 ຫຼຽນ ຈັດຢູ່ໃນອັນດັບທີ 13 ຈາກ 21 ພາກສ່ວນ.
ຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນຕໍ່ບົດສະຫຼຸບທີ່ຜ່ານມາ ແລະ ພ້ອມກັນວາງທິດທາງ ແຜນການພາກຮຽນທີ II ປະຈໍາສົກຮຽນ 2025-2026 ໃນຕໍ່ໜ້າຕື່ມອີກ.
ພາບ-ຂ່າວໂດຍ: ສີສຸພັນ ສກຂ ບໍລິຄຳໄຊ



