ສະຖາບັນ ຣັຕນະ ບໍລິຫານທຸລະກິດ ຈັດກິດຈະກຳ ຮັບນັກສຶກສາ ນ້ອງໃໝ່ ປະຈໍາສົກສຶກສາ 2025-2026

ສະຖາບັນ ຣັຕນະ ບໍລິຫານທຸລະກິດຈັດງານຕະຫຼາດນັດ ຂາຍສິນຄ້າ ແລະ ກິດຈະກຳຮັບນ້ອງໃໝ່ຂອງນັກສຶກສາ ປະຈໍາສົກສຶກສາ 2025-2026 ທີ່ສະຖາບັນດັ່ງກ່າວ ເມື່ອວັນທີ 27 ທັນວາ 2025 ໂດຍການເປັນປະທານຂອງ ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະພາບໍລິຫານ ສະຖາບັນ ຣັຕນະ ບໍລິຫານທຸກລະກິດ, ແຂກຖືກເຊີນ, ອະດີດນັກສຶກສາ, ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ສົມເພັດ ຣັຕນະສິມ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ກໍເພື່ອສົ່ງເສີມທັກສະການຮຽນຮູ້ຂອງນັກສຶກສາ ປະຈຳສົກສຶກສາ 2025-2026, ສະຖາບັນໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນສົ່ງເສີມ ແລະ ພັດທະນາທັກສະໃຫ້ແກ່ນັກສຶກສາທຸກຊັ້ນປີຮຽນ ໂດຍສະເພາະເພື່ອສາມາດເຂົ້າເຖິງການຮຽນຮູ້, ຄົ້ນຄວ້າ, ສຶກສາ, ວິເຄາະ ໃນຮູບແບບເອົານັກສຶກສາເປັນໃຈກາງ ແລະ ເພື່ອສ້າງສາ ພັດທະນາແນວຄວາມຄິດ ແລະ ສະຕິປັນຍາໃຫ້ແກ່ນັກສຶກສາ ໃຫ້ໄດ້ຮຽນຮູ້ ແລະ ເຂົ້າໃຈໃນການແກ້ໄຂບັນຫາຕ່າງໆ ດ້ວຍຄວາມຮູ້-ຄວາມສາມາດຂອງຕົວເອງ.
ສະຖາບັນ ໄດ້ເປີດໂອກາດໃຫ້ນັກສຶກສາຮຽນຮູ້ການເຮັດທຸລະກິດ ໂດຍມີການຈັດຕັ້ງເປັນ Team Work ບົນພື້ນຖານຄວາມຕ້ອງການຕົວຈິງຂອງສັງຄົມ ຊຶ່ງປິ່ນອ້ອມໃນການນໍາໃຊ້ທິດສະດີທີ່ຮໍ່າຮຽນໃນຫ້ອງ ມາປັບໃຊ້ໃນການເຮັດທຸລະກິດຈິງ, ໂດຍວຽກງານສົ່ງເສີມທັກສະທີ່ກຳນົດໃວ້ປະກອບມີ: ເປີດຕະຫຼາດນັດທາງດ້ານອາຫານ ໃຫ້ແກ່ມວນຊົນ ແລະ ຊາວໜຸ່ມນັກສຶກສາ; ງານຕ້ອນຮັບນ້ອງໃໝ່ ເຂົ້າສູ່ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແບບແນະນໍາທາງວິຊາການ ແບບອ້າຍຮູ້ສອງນ້ອງຮູ້ນຶ່ງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເຜີຍແຜ່ວັດທະນະທຳ ແລະ ກິດຈະກຳຕ່າງໆ ທາງສະຖາບັນໃຫ້ນ້ອງໆນັກສຶກສາໄດ້ສືບສານຕໍ່ໄປ ໂດຍຖືເປັນງານປະເພນີວັດທະນະທຳຂອງນັກສຶກສາ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດແຕ່ລະສົກສຶກສາ; ງານພົບປະສັງສັນ ລະຫວ່າງ ນັກສຶກສາ ແລະ ອາດີດນັກສຶກສາ ປະຈຳປີຂອງສະຖາບັນ ເພື່ອເປີດໂອກາດ ໃຫ້ພົບພໍ້ກັນ, ແລກປ່ຽນຄວາມຮູ້ຄວາມເຂົ້າໃຈ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນກາລະໂອກາດສົ່ງທ້າຍປີເກົ່າ ເພື່ອກະກຽມຕ້ອນຮັບປີໃໝ່ສາກົນ ຄສ 2026 ທີ່ກຳລັງຈະມາເຖິງນີ້. ພາຍໃນງານ ໄດ້ມີການສະແດງສິນລະປະ, ຫຼິ້ນເກມ ແລະ ບູດອາຫານຕ່າງໆ.
ຂ່າວໂດຍ: ບົວລະພາ















