ສກຂ ຈໍາປາສັກ ປະກາດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ ແລະ ປະກາດພະນັກງານພັກການ-ຮັບອຸດໜູນບໍານານ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຈຳປາສັກ ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ປະກາດພະນັກງານນໍາພາ-ຄຸ້ມຄອງພັກການຮັບອຸດໜູນບໍານານ ແລະ ປ່ອນບັດທາບທາມເອົາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄົນໃໝ່ ໃນວັນທີ 29 ທັນວາ 2025 ຢູ່ພະແນກດັ່ງກ່າວ, ໂດຍເປັນປະທານຂອງ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ແລະ ການປົກຄອງແຂວງຈຳປາສັກ ແລະ ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຈັດຕັ້ງແຂວງ, ບັນດາຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ແຂກເຊີນ, ຄະນະພັກ, ຄະນະນຳພະແນກ, ຄະນະໜ່ວຍພັກ, ສະມາຊິກພັກ, ຂະແໜງການອ້ອມຂ້າງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ແລະ 9 ເມືອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ວຽງນະຄອນ ບົວລະພັນ ຄະນະພັກຮາກຖານ, ປະທານກວດກາຄະນະພັກ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານບົດລາຍງານການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານ ນັບແຕ່ດ້ານການເມືອງ – ແນວຄິດ, ການຈັດຕັ່ງ, ແບບແຜນວິທີນໍາພາ ແລະ ການນໍາພາປະຕິບັດໜ້າທີ່ການເມືອງວິຊາສະເພາະ ແລະ ອື່ນໆ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ປະກອບມີ ຄະນະພັກ 9 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ເຂົ້າບໍານານ 2 ສະຫາຍ), ປັດຈຸບັນ ມີ 7 ສະຫາຍ, ມີສະມາຊິກພັກທັງໝົດ ຈໍານວນ 284 ສະຫາຍ, ຍິງ 167 ສະຫາຍ, ໃນນັ້ນ ສະມາຊິກພັກສໍາຮອງ 23 ສະຫາຍ, ຍິງ 15 ສະຫາຍ, ມີ 11 ໜ່ວຍພັກທີ່ຂຶ້ນກັບ, ທົ່ວແຂວງ ມີພະນັກງານ-ລັດຖະກອນຂະແໜງການສຶກສາ ແລະ ກິລາ ທັງໝົດ ມີ 5,451 ຄົນ, ຍິງ 3,380 ຄົນ. ສຳລັບຜົນງານນຳພາພົ້ນເດັ່ນໃນປີ 2025 ສາມາດນໍາພາປັບປຸງຄຸນນະພາບການສຶກສາບັນລຸຄາດໝາຍທີ່ວາງໄວ້ ແລະ ເອົາໃຈໃສ່ພັດທະນາການສຶກສາຮໍ່າຮຽນ ຕາມ 3 ລັກສະນະ 5 ຫຼັກມູນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ. ນອກນີ້, ວຽກງານກິລາ-ກາຍຍະກຳ ກໍສາມາດນຳພານັກກິລາຂອງແຂວງເຂົ້າຮ່ວມແຂ່ງຂັນຊີງໄຊໃນງານມະຫະກຳກິລາແຫ່ງຊາດ, ງານມະຫະກຳກິລາຄົນພິການແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ. ພ້ອມນີ້ ຍັງຍົກໃຫ້ເຫັນບາງບັນຫາຂໍ້ຄົງຄ້າງ ທີ່ຄະນະພັກຮາກຖານຈະໄດ້ສືບຕໍ່ນໍາພາປັບປູງແກ້ໄຂໃນຕໍ່ໜ້າ.
ຫຼັງຈາກນັ້ນ, ສະຫາຍ ນາງ ສົມບູນ ແກ້ວພະນາໄພ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ເລກທີ 711 /ຄຈພຂ.ຈສ, ລົງວັນທີ 6 ພະຈິກ 2025 ວ່າດ້ວຍການປົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໂດຍອະນຸມັດບົ່ງຕົວແຕ່ງຕັ້ງ ສະຫາຍ ປອ ພູວົງ ອະໄພ ກຳມະການພັກແຂວງ, ເປັນເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເລກທີ 9019/ສສກ, ລົງວັນທີ 28 ພະຈິກ 2025 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ຄໍາເຜົ່າ ເມືອງວົງສາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ອອກພັກການ-ຮັບອຸດໜູນບໍານານນັບແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ.
ພ້ອມນັ້ນ, ໃນພິທີຍັງໄດ້ມອບມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແລະ ມອບຂໍ້ຕົກລົງໃຫ້ພະນັກງານຜູ້ທີ່ ອອກພັກການ-ຮັບອຸດໜູນບໍານານ ອີກດ້ວຍ. ນອກນີ້, ໃນກອງປະຊຸມ ຍັງໄດ້ດຳເນີນການປ່ອນບັດທາບທາມເອົາຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກຄົນໃໝ່ ຕືີ່ມອີກ.
ຂ່າວ-ພາບ: ໜັງສືພິມຈຳປາໃໝ່



