ນະຄອນຫຼວງວຽງຈັນ ຖອດຖອນບົດຮຽນການຈັດງານແຂ່ງຂັນກິລາ 2 ງານໃຫຍ່ລະດັບຊາດ
30/12/2025

ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຖອດຖອນບົດຮຽນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໃນວັນທີ 29 ທັນວາ 2025ທີ່ສຳນັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະຮັບຜິດຊອບລະດັບຊາດ ຈັດສອງງານດັ່ງກ່າວ ພ້ອມດ້ວຍຄະນະກຳມະການ ແລະ ອະນຸກຳມະການຝ່າຍຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ລີປ່າເອຍ ລີບົວປ່າວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ລາຍງານໃຫ້ຮູ້ວ່າ: ສຳລັບການເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ແລະ ງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງນີ້ ແມ່ນມີໝາກຜົນສຳເລັດຫຼາຍດ້ານ ໂດຍສະເພາະງານກິລາແຫ່ງຊາດ ຄັ້ງທີ XII ມີບັນດາແຂວງ, ນະຄອນຫຼວງ ແລະ 3 ກະຊວງ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 9,495 ຄົນ; ມີມວນຊົນເຂົ້າຮ່ວມຊົມ, ຮ່ວມເຊຍ, ຮ່ວມພິທີເປີດ ແລະ ຮ່ວມພິທີປິດຢ່າງຫຼວງຫຼາຍ ມີການກໍານົດຊີງໄຊ 33 ປະເພດກິລາ, ຊີງຫຼຽນທັງໝົດ 1,563 ຫຼຽນ,ໃນນີ້ ຫຼຽນຄໍາ 424 ຫຼຽນ, ຫຼຽນເງິນ 425 ຫຼຽນ ແລະ ຫຼຽນທອງ 631 ຫຼຽນ. ສ່ວນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ມີຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມເກືອບ 1,000 ຄົນ ມີການແຂ່ງຂັນ 9 ປະເພດກິລາ, ໃນນັ້ນ ມີການຊີງໄຊ 172 ຫຼຽນຄຳ ມີ 1 ນະຄອນຫຼວງວຽງຈັນ ແລະ 17 ແຂວງເຂົ້າຮ່ວມ.
ສຳລັບຜົນງານງານກິລາແຫ່ງຊາດ ຄັ້ງທີ XII ອັນດັບທີ I ນະຄອນຫຼວງວຽງຈັນ ຍາດໄດ້ 109 ຫຼຽນຄໍາ, 91 ຫຼຽນເງິນ ແລະ 119 ຫຼຽນທອງ ລວມທັງໝົດ 319 ຫຼຽນ; ອັນດັບທີ II ກະຊວງປ້ອງກັນປະເທດ ຍາດໄດ້ 68 ຫຼຽນຄໍາ, 44 ຫຼຽນເງິນ ແລະ 57 ຫຼຽນທອງ ລວມທັງໝົດ 169 ຫຼຽນ ແລະ ອັນດັບທີ III ແຂວງຄໍາມ່ວນ ຍາດໄດ້ 56 ຫຼຽນຄໍາ, 41 ຫຼຽນເງິນ ແລະ 77 ຫຼຽນທອງ ລວມທັງໝົດ 174 ຫຼຽນ.
ສ່ວນຜົນງານງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ອັນດັບທີ I ນະຄອນຫຼວງວຽງຈັນ ຍາດໄດ້ 28 ຫຼຽນຄໍາ, 34 ຫຼຽນເງິນ ແລະ 22 ຫຼຽນທອງ ລວມທັງໝົດ 84 ຫຼຽນ, ອັນດັບທີ II ແຂວງເຊກອງ ຍາດໄດ້ 19 ຫຼຽນຄໍາ, 10 ຫຼຽນເງິນ ແລະ 6 ຫຼຽນທອງ ລວມທັງໝົດ 35 ຫຼຽນ ແລະ ອັນດັບທີ III ແຂວງສະຫວັນນະເຂດ ຍາດໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ; ລວມທັງໝົດ 32 ຫຼຽນ.
ທ່ານ ນາງ ລີປ່າເອຍ ລີບົວປ່າວ ຍັງໄດ້ລາຍງານໃຫ້ຮູ້ອີກວ່າ: ສຳລັບບົດຮຽນທີ່ຖອດຖອນໄດ້ ຄວນຫັນການຈັດການແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ເປັນຂອງພາກສັງຄົມມີສ່ວນຮ່ວມໃຫ້ຫຼາຍ ໂດຍມີພາກລັດເປັນຜູ້ຄຸ້ມຄອງທາງດ້ານເຕັກນິກ-ວິຊາການ ໃນການແຂ່ງຂັນ ໝາຍຄວາມວ່າ ເອົາພາກທຸລະກິດເຂົ້າມາຊ່ວຍ ໃນການບໍລິຫານຈັດການ ດ້ານການສ້າງລາຍຮັບຈາກສັງຄົມ ເຊັ່ນ: ການເຂົ້າມາມີສ່ວນຮ່ວມ ໃນການໂຄສະນາປະຊາສຳພັນ ເພື່ອການຕະຫຼາດ, ການໄດ້ລິຂະສິດ ຫຼື ລາຍເຊັນ ໃນການຜະລິດເຄື່ອງທີ່ລະນຶກ, ການບໍລິການການຂາຍຢູ່ສະຖານທີ່ຈັດງານແຂ່ງຂັນຕ່າງໆ ລວມທັງ ການຂາຍປີ້ເຂົ້າຊົມ ການແຂ່ງຂັນບານເຕະ ຮອບຊີງຊະນະເລີດ ຫຼື ພິທີເປີດ-ປິດ ຊື່ງຫຼາຍປະເທດໃນສາກົນ ກໍໄດ້ມີການຈັດຕັ້ງປະຕິບັດ.
ສ່ວນແຜນວຽກທີ່ຈະຕ້ອງໄດ້ສືບຕໍ່ໃຫ້ສໍາເລັດຄືການຄົ້ນຄວ້າສະເໜີຍ້ອງຍໍໃຫ້ແກ່ຄະນະຮັບຜິດຊອບຈັດງານ, ກໍາມະການຝ່າຍຕ່າງໆ, ຜູ້ສະໜັບສະໜູນການຈັດງານ ແລະ ຊຸກຍູ້ນັກກິລາ, ຄູຝຶກ ແລະ ນັກກິລາ ເພື່ອຈັດພິທີມອບ; ສ້າງປື້ມບັນທຶກຜົນສໍາເລັດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ເພື່ອໄວ້ເປັນທີ່ລະນຶກ ແລະ ເກັບກຳເປັນຂໍ້ມູນໃນຄັ້້ງຕໍ່ໄປ ຂອງນະຄອນຫຼວງວຽງຈັນ; ດໍາເນີນການກວດກາ ເບີກຈ່າຍບ້ວງເງິນທີ່ຍັງບໍ່ທັນໄດ້ອະນຸມັດໃຫ້ສໍາເລັດ ແລະ ກວດກາຄືນການປະກອບເອກະສານຖອນຈ່າຍ ໃຫ້ຖືກຕາມລະບຽບການເງິນວາງອອກ ເພື່ອຮັບປະກັນການກວດສອບ ແລະ ການກວດກາ ແລະ ລາຍງານຜົນສໍາເລັດຂອງການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຕໍ່ລັດຖະບານ.
ພາບ-ຂ່າວໂດຍ: ສົງການ ພັັນແພງດີ
ຂ່າວຫຼ້າສຸດ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026
- ສສກ ເຜີຍແຜ່ວຽກງານການປັບປຸງກົງຈັກການຈັດຕັ້ງ ປີ 2026 ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ
- ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຂຶ້ນບັນຍາຍໃຫ້ຄວາມຮູ້ແກ່ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ
- ຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 (AMMSTI-22)
ຂ່າວທີ່ອ່ານຫຼາຍ
- “ອິນທິລາ ນິດາະຫວາດວົງສາ” ຄວ້າລາງວັນອັນດັບ 1 ລະດັບຊາດ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ.7 ເປັນຫຼຽນຄຳແຫ່ງປະຫວັດສາດ ຄັ້ງທີ 2 ຂອງ ໂຮງຮຽນຫ້ອມສະຫວັນ
- ສສກ ເປີດກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II
- ນະຄອນຫຼວງວຽງຈັນ ຄວ້າຫຼາຍລາງວັນຊະນະເລີດ ສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026



