Skip to main content

ແຂວງຈຳປາສັກ ຍ້ອງຍໍຄະນະນຳ, ຄູຝຶກ ແລະ ນັກກິລາ ຊຸດເຂົ້າຮ່ວມ 2 ງານກິລາລະດັບຊາດ ທີ່ນະຄອນຫຼວງວຽງຈັນ

ພິທີສະຫຼຸບຜົນສຳເລັດ ແລະ ມອບເງິນບຳເນັດຫຼຽນລາງວັນໃຫ້ແກ່ຄະນະນຳ, ຄູຝຶກ ແລະ ນັກກິລາທີ່ເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ທັນວາ 2025 ຢູ່ທີ່ສະໂມສອນ (ຫຼັກ4), ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ປອ ພູວົງ ອາໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາຄະນະນຳ, ຄູຝຶກນັກກິລາ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ພູວົງ ອາໄພ ໄດ້ລາຍງານໃຫ້ຮູ້ວ່າ: ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເລີ່ມການແຂ່ງຂັນລະຫວ່າງວັນທີ 9-24 ພະຈິກ 2025 ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ເລີ່ມແຕ່ວັນທີ 7-20 ທັນວາ 2025; ໃນງານມະຫະກຳກິລາແຫ່ງຊາດຄັ້ງນີ້ ມີການເຂົ້າຮ່ວມທັງໝົດ 21 ພາກສ່ວນ (ນະຄອນຫຼວງວຽງຈັນ, 17 ແຂວງ ແລະ 3 ກະຊວງ) ໄດ້ຈັດການແຂ່ງຂັນທັງໝົດ 33 ປະເພດກິລາ, ຊີງຫຼຽນທັງໝົດ 1,563 ຫຼຽນ (424 ຫຼຽນຄໍາ; 425 ຫຼຽນເງິນ ແລະ 631 ຫຼຽນທອງ). ສໍາລັບງານແຂ່ງຂັນກິລາຄົນພິການ ມີການເຂົ້າຮ່ວມທັງໝົດ 18ພາກສ່ວນ (ນະຄອນຫຼວງວຽງຈັນ ແລະ 17 ແຂວງ) ໄດ້ຈັດການແຂ່ງຂັນທັງໝົດ 9 ປະເພດກິລາ, ຊີງຫຼຽນ ທັງໝົດ 516 ຫລຽນ (172 ຫຼຽນຄໍາ, 172 ຫຼຽນເງິນ ແລະ 172 ຫຼຽນທອງ).
ໃນນີ້ ແຂວງຈຳປາສັກ ໄດ້ສົ່ງປະເພດກິລາເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທັງໝົດ 24 ປະເພດກິລາ, ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 552 ຄົນ ຍິງ 160 ຄົນ ແລະ ສົ່ງເຂົ້າຮ່ວມແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ IV ທັງໝົດ 5 ປະເພດ ກິລາ ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 67 ຄົນ ຍິງ 17 ຄົນ. ຊຶ່ງງານການເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ນັກກິລາແຂວງຈຳປາສັກ ສາມາດຍາດໄດ້ຫຼຽນລາງວັນ ທັງໝົດ 126 ຫຼຽນ (28 ຫຼຽນຄໍາ, 44 ຫຼຽນເງິນ ແລະ 54 ຫຼຽນທອງ) ຈັດຢູ່ໃນອັບດັບທີ 5 ຈາກ 21 ພາກສ່ວນທີ່ເຂົ້າ ຮ່ວມໃນທົ່ວປະເທດ; ຂະນະທີ່ງານແຂ່ງຂັນກິລາຄົນພິການແຫ່ງຊາດ ນັກກິລາແຂວງຈຳປາສັກ ສາມາດຍາດໄດ້ຫຼຽນລາງວັນທັງໝົດ 22 ຫຼຽນ (3 ຫຼຽນຄໍາ, 6 ຫຼຽນເງິນ ແລະ 13 ຫຼຽນທອງ) ຈັດຢູ່ອັນດັບທີ 11 ໃນທົ່ວປະເທດ; ຕໍ່ຜົນງານດັ່ງກ່າວ ທາງແຂວງໄດ້ຈັດສັນງົບປະມານມອບບຳເນັດຫຼຽນລາງວັນລວມທັງໝົດ ຈໍານວນ 2.541.805.000 ກີບ ໃນນັ້ນແບ່ງເປັນງານກິລາແຫ່ງຊາດ ຈໍານວນ 2,416,000,000 ກີບ ແລະ ງານກິລາຄົນພິການ ຈໍານວນ 102,600,000 ກີບ.
ໂອກາດນີ້, ທ່ານ ປອ ສຸກສະຫວັນ ວິໄລວົງ ໄດ້ຕາງໜ້າຄະນະພັກ-ຄະນະກຳມະການປົກຄອງແຂວງ ກໍຄືໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະນໍາ, ຄູຝຶກ ແລະ ນັກກິລາທັງໝົດ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຂົ້າຮ່ວມການແຂ່ງຂັນກິລາໃນຄັ້ງນີ້ ແລະ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ມາໃຫ້ແຂວງຈຳປາສັກຂອງພວກເຮົາ; ການສະຫຼຸບ, ຍ້ອງຍໍການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມດຽວກັນນັ້ນ ກໍສະແດງເຖິງຜົນສໍາເລັດຂອງການເຂົ້າຮ່ວມແຂ່ງຂັນຂອງຄະນະນໍາ, ຄູຝຶກ ແລະ ນັກກິລາ ໃນງານມະຫະກຳກິລາແຫ່ງຊາດ ແລະ ງານກິລາຄົນພິການ ທີ່ໄດ້ເອົາໃຈໃສ່ຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນ ຈົນສາມາດຍາດໄດ້ຫຼຽນລາງວັນປະເພດຕ່າງໆ ມາສູ່ແຂວງຈໍາປາສັກໃນຄັ້ງນີ້. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນນຳເອົາບາງບົດຮຽນທີ່ຖອດຖອນໄດ້ ໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ເພື່ອນໍາມາຖອດຖອນ ແລກປ່ຽນໃຫ້ກາຍມາເປັນແຜນວຽກລະອຽດຮອບດ້ານ ເພື່ອກຽມເປັນເຈົ້າພາບໃນປີ 2028.
ຫຼັງຈາກນັ້ນ, ໃນພິທີກໍໄດ້ມີການມອບຫຼຽນແຕ່ລະປະເພດກິລາຢ່າງສົມກຽດ ໂດຍການໃຫ້ກຽດມອບຂອງທ່ານ ປອ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມນຳ.
ພາບ-ຂ່າວໂດຍ: ນ ປະພິດ ສີສົມບູນ