ກົມໃຫຍ່ຕຳຫຼວດ ສຸມໃສ່ວຽກງານປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ
05/01/2026

ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ປປ ລາວ) ມີຄວາມສະຫງົບ ປອດໄພຮອບດ້ານ.
ທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະຮັບຜິດຊອບປ້ອງກັນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ໃຫ້ສໍາພາດໃນວັນທີ 4 ມັງກອນ 2026 ນີ້ວ່າ: ກົມໃຫຍ່ຕຳຫຼວດ ໄດ້ສຸມໃສ່ບັນຈຸກໍາລັງວິຊາສະເພາະ ລົງປະຈຳການປ້ອງກັນເວນຍາມ ຢູ່ບໍລິເວນ ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 3 ມັງກອນ 2026 ເປັນຕົ້ນມາ ໂດຍໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກໍາລັງປ້ອງກັນຊາດ, ປກສ ນະຄອນຫລວງວຽງຈັນ, ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ໃນການເປັນເຈົ້າການຮ່ວມກັນ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໃຫ້ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ ນີ້.
ໂອກາດນີ້, ທ່ານ ພົຈວ ສາລີ ພຸດທະວົງ ໄດ້ຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈໃນການເຮັດວຽກງານປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ຂ່າວ-ພາບ: ຄຳໂຖ ວັນນະລາດ
ຂ່າວທີ່ກ່ຽວຂ້ອງ















