Skip to main content

ສວສ ຄົ້ນຄວ້າກຳນົດຂອບເນື້ອໃນຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມ-ມັດທະຍົມຕອນຕົ້ນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ໄດ້ໄຂກອງປະຊຸມຄົ້ນຄວ້າກຳນົດຂອບເນື້ອໃນຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາຕອນຕົ້ນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 5 ມັງກອນ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ໂດຍມີ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ທ່ານ ຈັນທະລີ ອຸໄລສິດ ຜູ້ອຳນວຍການສູນ ICT ແຂວງຫຼວງພະບາງ ພ້ອມດ້ວຍແຂກຖືກເຊີນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ ສູນພັດທະນາຫຼັກສູດ ສວສ, ຫົວໜ້າ-ຮອງຫົວໜ້າຂະແໜງສາມັນສຶກສາ ສກຂ ຫຼວງພະບາງ, ຕາງໜ້າກົມສາມັນສຶກສາ, ກົມການເງິນ, ຄະນະຮັບຜິດຊອບ, ວິຊາການ ແລະ ຜູ້ຊົງຄຸນວຸດທິເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ ວົງເພັດ ອຸດົມລິດ ກ່າວເປີດພິທີບາງຕອນວ່າ: ດັ່ງທີ່ພວກເຮົາທຸກຄົນຮັບຊາບ, ນະຄອນຫຼວງພະບາງ ບໍ່ພຽງແຕ່ເປັນເມືອງເອກທາງພາກເໜືອ ແຕ່ຍັງເປັນ “ມໍລະດົກໂລກ” ອັນລ້ຳຄ່າ, ເປັນດວງໃຈ ແລະ ເປັນຄວາມພາກພູມໃຈຂອງຄົນລາວທັງຊາດ. ອົງການອຸຍແນດໂກ (UNESCO) ໄດ້ຂຶ້ນທະບຽນໃຫ້ເມືອງຫຼວງພະບາງເປັນມໍລະດົກໂລກ ໃນປີ 1995 ນັ້ນ ບໍ່ແມ່ນພຽງແຕ່ຍ້ອນສະຖາປັດຕະຍະກຳທີ່ງົດງາມ ແຕ່ມັນແມ່ນການຮັບຮອງເອົາ “ດວງວິນຍານ” ທີ່ຍັງມີຊີວິດຊີວາຂອງເມືອງນີ້ ຄືການປະສົມປະສານຢ່າງກົມກຽວລະຫວ່າງສະຖາປັດຕະຍະກຳ, ທຳມະຊາດ ແລະ ວິຖີຊີວິດທາງວັດທະນະທຳ-ສາສະໜາ ທີ່ສືບທອດກັນມາຫຼາຍຮ້ອຍປີ ເອີ້ນວ່າ ມໍລະດົກໂລກທາງດ້ານນາມມະທໍາທີ່ຈັບຕ້ອງບໍ່ໄດ້. ດັ່ງນັ້ນ, ມໍລະດົກນີ້ ບໍ່ພຽງແຕ່ເປັນທຶນຮອນອັນລ້ຳຄ່າໃນການດຶງດູດນັກທ່ອງທ່ຽວ ແລະ ສ້າງເສດຖະກິດ, ແຕ່ມັນຍັງມາພ້ອມກັບ ພັນທະ ແລະ ຄວາມຮັບຜິດຊອບອັນໃຫຍ່ຫຼວງ ໃນການປົກປັກຮັກສາ. ໃນທ່າມກາງກະແສໂລກາພິວັດ, ການຂະຫຍາຍຕົວຂອງເມືອງ ແລະ ການທ່ອງທ່ຽວ, ມໍລະດົກຂອງພວກເຮົາກຳລັງປະເຊີນກັບສິ່ງທ້າທາຍນານາປະການ ນັບຕັ້ງແຕ່ການກໍ່ສ້າງທີ່ບໍ່ຖືກຕ້ອງຕາມລະບຽບ, ການປ່ຽນແປງຂອງສະພາບແວດລ້ອມ ໄປຈົນເຖິງຄວາມສ່ຽງທີ່ຮີດຄອງປະເພນີອັນດີງາມ.
ຄຽງຄູ່ກັນນີ້, ການໃຫ້ຄວາມຮູ້ກ່ຽວກັບວັດທະນະ, ຮີດຄອງປະເພນີ, ການສືບສານສິລະປະ-ວັນນະຄະດີ, ປູຊະນີຍະສະຖານ ແລະ ສະຖານທີ່ສຳຄັນ, ອາຫານພື້ນບ້ານຂອງນະຄອນຫຼວງພະບາງ ແມ່ນມີຄວາມສຳຄັນ ແລະ ຈໍາເປັນ ເພື່ອສ້າງໃຫ້ເຂົ້ານັກຮຽນກຳໄດ້ສະພາບບັນຫາ ແລະ ນໍາສະເໜີຂໍ້ມູນທີ່ຖືກຕ້ອງ, ໂຄສະນາເຜີຍແຜ່ ແລະ ເປັນຜູ້ປະກອບການ ເພື່ອສ້າງວຽກເຮັດງານທໍາໄດ້ໃນອານາຄົດ. ຊຶ່ງການແກ້ໄຂບັນຫາເຫຼົ່ານີ້ ຈະບໍ່ສາມາດຍືນຍົງໄດ້ ຖ້າຫາກພວກເຮົາບໍ່ສ້າງ “ຈິດສຳນຶກ” ໃຫ້ແກ່ຄົນຮຸ່ນໃໝ່; ເຍົາວະຊົນ-ຊາວໜຸ່ມ ຜູ້ທີ່ຈະເປັນເຈົ້າຂອງມໍລະດົກໃນອະນາຄົດ ຕ້ອງໄດ້ຮັບການບົ່ມສອນໃຫ້ມີຄວາມເຂົ້າໃຈ, ຄວາມຮັກ, ຄວາມຫວງແຫນ ແລະ ພ້ອມທີ່ຈະເປັນຜູ້ປົກປ້ອງມໍລະດົກຂອງຕົນເອງ. ນີ້ຄືເຫດຜົນທີ່ພາໃຫ້ພວກເຮົາທຸກຄົນມາເຕົ້າໂຮມກັນໃນມື້ນີ້. ໂດຍອີງໃສ່ກົດໝາຍວ່າດ້ວຍການສຶກສາ ແລະ ພາລະບົດບາດໜ້າທີ່ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພວກເຮົາມີພາລະກິດຮ່ວມກັນໃນການ “ສ້າງຫຼັກສູດທ້ອງຖິ່ນ” ທີ່ຕອບໂຈດ. ຫຼັກສູດທ້ອງຖິ່ນ ບໍ່ແມ່ນການສ້າງໃໝ່ທັງໝົດ ແຕ່ແມ່ນການນຳເອົາຫຼັກສູດແຫ່ງຊາດມາເປັນແກນ, ແລ້ວຄັດເລືອກ, ປັບປ່ຽນ ແລະ ເພີ່ມເຕີມເອົາ “ພູມປັນຍາ” ແລະ “ເອກະລັກ” ຂອງຫຼວງພະບາງເຂົ້າໄປໄດ້ 20 ສ່ວນຮ້ອຍຂອງຫຼັກສູດແຫ່ງຊາດ.
ທ່ານຮອງຜູ້ອຳນວຍການ ສວສ ກ່າວອີກວ່າ: ກອງປະຊຸມຂອງພວກເຮົາໃນເທື່ອນີ້ ຈະເປັນການຄົ້ນຄວ້າ, ກຳນົດຂອບເນື້ອໃນໂຄງສ້າງຂອງຫຼັກສູດທ້ອງຖິ່ນ ເລີ່ມແຕ່ປະຖົມ ຫາ ມັດທະຍົມຕອນຕົ້ນໃຫ້ມີຄວາມກົມກ້ຽວ, ຈັດສັນເນື້ອໃນສໍາຄັນໃຫ້ເໝາະສົມກັບໄວອາຍຸ, ຊຸກຍູ້-ສົ່ງເສີມການຮຽນຮູ້ຢ່າງເປັນລະບົບ ຖືເປັນໜ້າວຽກທຳອິດທີ່ສຳຄັນທີ່ສຸດ. ພວກເຮົາ, ບັນດາຜູ້ຊ່ຽວຊານດ້ານການສຶກສາ, ຜູ້ບໍລິຫານການສຶກສາ, ຜູ້ຊົ່ງຄຸນວຸດທິ ແລະ ຄູສອນ ທີ່ຢູ່ກັບທ້ອງຖິ່ນ ຈະໄດ້ມາຮ່ວມກັນທົບທວນຫຼັກສູດແຫ່ງຊາດ ເພື່ອຊອກຫາຊ່ອງທາງ ແລະ ໂອກາດ ເພື່ອຈັດຕັ້ງປະຕິບັດເນື້ອໃນກ່ຽວກັບການອະນຸລັກມໍລະດົກ; ກຳນົດຂອບເຂດ, ຫົວຂໍ້ ແລະ ເນື້ອໃນຫຼັກທີ່ຈຳເປັນ ຊຶ່ງຈະຊ່ວຍສ້າງພົນລະເມືອງຮຸ່ນໃໝ່ໃຫ້ມີຈິດສຳນຶກໃນການປົກປ້ອງມໍລະດົກຂອງຊາດ ເວົ້າສະເພາະແມ່ນຊາວນະຄອນຫຼວງພະບາງ; ວາງແຜນການພັດທະນາຫຼັກສູດນີ້ ໃຫ້ສອດຄ່ອງກັບເວລາ ແລະ ໂຄງສ້າງຂອງຫຼັກສູດແຫ່ງຊາດ ທີ່ກຳນົດ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ, ປະສົບການ ແລະ ຄວາມຕັ້ງໃຈຂອງທຸກທ່ານ, ກອງປະຊຸມຂອງພວກເຮົາຈະສາມາດບັນລຸຈຸດປະສົງທີ່ວາງໄວ້, ເພື່ອວາງແຜນພັດທະນາເນື້ອໃນປຶ້ມໃຫ້ສໍາເລັດໃນກິດຈະກໍາຖັດໄປ ແລະ ຈະສ້າງບາດກ້າວທີ່ສຳຄັນໃນການຮັບປະກັນວ່າ ມໍລະດົກໂລກຫຼວງພະບາງ ຈະຍັງຄົງເປັນມິ່ງຂວັນຄູ່ຄົນລາວ ແລະ ຊາວໂລກສືບໄປ.
ກອງປະຊຸມດັ່ງກ່າວ ແມ່ນຈະດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 5-9 ມັງກອນ 2026 ຈຶ່ງຈະສຳເລັດ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ.