ຫົວໜ້າຫ້ອງການກະຊວງ ສສກ ຖະແຫຼງຜົນສໍາເລັດວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026

ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຖະແຫຼງຜົນສໍາເລັດວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026
ຮຽນ: ການນຳພັດ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງ
ຮຽນ: ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ທີ່ນັບຖືຢ່າງສູງ.
ບັນດາທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ພີ່ນ້ອງຮ່ວມຊາດ ໃນຂອບເຂດທົ່ວປະເທດ ທີ່ນັບຖື ແລະ ຮັກແພງທັງຫຼາຍ.
ໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄສ 2026, ຕາງໜ້າໃຫ້ກະຊວງສຶກສາທິການ ແລະ ກິລາ ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບກຽດໃຫ້ມາຖະແຫຼງຂ່າວກ່ຽວກັບຜົນສໍາເລັດຂອງວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຊຶ່ງເປັນຜົນງານທີ່ພະນັກງານ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ການກິລາ ຮ່ວມກັບອໍານາດການປົກຄອງທຸກຂັ້ນ ຜູ້ມີສ່ວນຮ່ວມໃນທົ່ວສັງຄົມ ແລະ ເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນຍາດມາໄດ້ ຈົນມີຜົນສໍາເລັດໃນຫຼາຍໆດ້ານ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ຜ່ານການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃນປີ 2025 ຜ່ານມາ ຊຶ່ງເປັນປີລິເລີ່ມແຫ່ງການຫັນປ່ຽນຢ່າງເລິກເຊິ່ງຮອບດ້ານ ທີ່ເປັນຮູບປະທໍາ ທັງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄື ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່.
ໃນປີ 2025 ຜ່ານມາ ຊຶ່ງເປັນປີແຫ່ງການຫັນປ່ຽນຢ່າງໜັກແໜ້ນທີ່ເປັນຮູບປະທໍາ ໃນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ນັບທັງວຽກງານການຄຸ້ມຄອງ-ບໍລິຫານ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄື ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ເປັນຕົ້ນແມ່ນ ໄດ້ພັດທະນາ, ປັບປຸງ ແລະ ຂໍອະນຸມັດທົດລອງນໍາໃຊ້ ຄູ່ມືແນະນໍາການຈັດຕັ້ງປະຕິບັດຫ້ອງກຽມປະຖົມ, ກຸ່ມຮຽນຜ່ານການຫຼິ້ນ, ກຸ່ມພັດທະນາເດັກໃນຊຸມຊົນ ແລະ ເຄື່ອງມືຕິດຕາມຫ້ອງກຽມປະຖົມ ແລະ ກຸ່ມຮຽນຜ່ານການຫຼິ້ນ, ໄດ້ພັດທະນາຫຼັກສູດ ແລະ ແບບຮຽນສາມັນວິຊາຊີບ ໃນ 11 ສາຂາອາຊີນ ໄດ້ຮັບຮອງແຜນປະຕິບັດງານແຫ່ງຊາດການຮຽນຮູ້ຕະຫຼອດຊີວິດ ແລະ ພັດທະນາຫຼັກສູດການຝຶກອົບຮົມວິຊາຊີບໄລຍະສັ້ນ, ຝຶກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ເພື່ອໄປຊ່ວຍສອນຢູ່ໂຮງຮຽນປະຖົມເຂດຫ່າງໄກ ຈໍານວນ 4 ຊຸດ ມີຈໍານວນ 365 ສະຫາຍ, ຍິງ 2 ສະຫາຍ, ສໍາເລັດການສ້າງ ແລະ ພັດທະນາມາດຕະຖານອາຊີບແຫ່ງຊາດຮ່ວມກັບລັດວິສາຫະກິດໄຟຟ້າລາວ 11 ສາຂາ; ສໍາລັບສາຍການສຶກສາຊັ້ນສູງ ໄດ້ສໍາເລັດການອະນຸມັດນໍາໃຊ້ຫຼັກສູດໃໝ່ຈໍານວນ 27 ຫຼັກສູດ ພ້ອມທັງໄດ້ສະເໜີອະນຸມັດຕໍາແໜ່ງວິຊາການຄູໃນຂັ້ນຕ່າງໆ ໄດ້ຈໍານວນໜຶ່ງ; ໄດ້ສໍາເລັດຈັດຕັ້ງພິທີສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ 12 ຕຸລາ ປະຈໍາປີ 2025 ແລະ ອະນຸມັດຫົວຂໍ້ຄົ້ນຄວ້າວິທະຍາສາດໄດ້ຈໍານວນໜຶ່ງ; ສໍາເລັດຈັດການແຂ່ງຂັນກິລາໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ມີປະເພດກິລາເຂົ້າຮ່ວມແຂ່ງຂັນທັງໝົດ 33 ປະເພດກິລາ, ມີພາກສ່ວນເຂົ້າຮ່ວມແຂ່ງຂັນທັງໝົດ 21 ພາກສ່ວນ ແລະ ກິລາຄົນພິການ ມີ 9 ປະເພດກິລາ ມີນັກກິລາເຂົ້າຮ່ວມທັງໝົດ 313 ຄົນ ແລະ ເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ ໃນເດືອນທັນວາ 2025 ຈໍານວນ 39 ປະເພດກິລາ ສາມາດຍາດໄດ້ 2 ຫຼຽນຄໍາ, 9 ຫຼຽນເງິນ ແລະ 28 ຫຼຽນທອງ ລວມທັງໝົດ 39 ຫຼຽນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ຄຽງຄູ່ກັບວຽກງານຂອງ 3 ຂະແໜງການຫຼັກຂ້າງເທິງນັ້ນ ວຽກງານການຄຸ້ມຄອງ-ບໍລິຫານ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ກໍໄດ້ມີການຫັນປ່ຽນຢ່າງຊັດເຈນ, ໜັກແໜ້ນ ແລະ ພົ້ນເດັ່ນ ເປັນຕົ້ນແມ່ນ ສໍາເລັດການປັບປຸງໂລໂກ້ ຂອງກະຊວງສຶກສາທິການ ແລະ ກິລາ ຈາກອັນເກົ່າມາເປັນໃໝ່ ທີ່ມີເນື້ອໃນກວມເອົາ 3 ຂະແໜງການ ໄດ້ແກ່ ການສຶກສາ, ວິທະຍາສາດ ແລະ ການກິລາ ພ້ອມທັງມີລັກສະນະຊາດ, ປ່ຽນຊື່ເອີ້ນຕໍາແໜ່ງບໍລິຫານໃນການສຶກສາຊັ້ນສູງ ຈາກຄໍາວ່າ ອະທິການບໍດີ ມາເປັນ ຜູ້ອໍານວຍການໃຫຍ່ ໃນມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ອໍານວຍການໃນມະຫາວິທະຍາໄລລະດັບທ້ອງຖິ່ນ, ປ່ຽນຊື່ຄະນະບໍດີ ມາເປັນ ຫົວໜ້າຄະນະວິຊາ ໃຫ້ສອດຄ່ອງກັບສະພາບການຄຸ້ມຄອງ-ບໍລິຫານຕົວຈິງ; ໄດ້ຮັບຮອງການປະຕິຮູບການສຶກສາໃນສາຍສາມັນສຶກສາ ຈາກ ລະບົບ 5+4+3 ເປັນ 6+3+3 ພ້ອມທັງໄດ້ແກ້ໄຂບັນຫາຄູອາສາສະໝັກ ຈໍານວນ 4,000 ຄົນ ພົ້ນເດັ່ນກວ່າໝູ່ແມ່ນແຂວງຈໍາປະສັກ ໄດ້ແກ້ໄຂຄູອາສາສະໝັກໄດ້ 100 ສ່ວນຮ້ອຍ; ໄດ້ຮັບການຮັບຮອງການທົດແທນຄູທີ່ສູນເສຍໃນ 7 ຮູບແບບ. ສິ່ງທີ່ສໍາຄັນ ແມ່ນໄດ້ສໍາເລັດການຫັນປ່ຽນໂຄງສ້າງເງິນເດືອນຈາກລັດຖະກອນຄູມາເປັນໂຄງສ້າງເງິນເດືອນບໍລິຫານ.
ແຕ່ສິ່ງທີ່ພົ້ນເດັ່ນແມ່ນ ການເຂົ້າຮ່ວມພົບປະສອງຝ່າຍຂອງຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ກັບເພື່ອນ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອຜັນຂະຫຍາຍຜົນຂອງກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ໂດຍການເປັນຫົວໜ້າຄະນະໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ບັນດາກົມທີ່ກ່ຽວຂ້ອງ, ໃນການພົບປະຄັ້ງນີ້ ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ໄດ້ເຂົ້າພົບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ. ນອກຈາກນີ້ ຍັງໄດ້ເຂົ້າພົບ ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ການພົບປະໃນຄັ້ງນີ້, ໄດ້ມີຄວາມເປັນເອກະພາບກັນກ່ຽວກັບການສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ, ການກຳນົດຫຼັກສູດພາສາຫວຽດນາມເຂົ້າໃນລະບົບການສຶກສາແຫ່ງຊາດລາວ ແລະ ເອົາຫຼັກສູດພາສາລາວ ເຂົ້າໃນລະບົບການສຶກສາແຫ່ງຊາດ ສສ ຫວຽດນາມ ທີ່ຈະເລີ່ມສິດສອນໃນບັນດາໂຮງຮຽນລຽບຕາມຊາຍແດນ ຂອງ 2 ປະເທດ ແລະ ຕົກລົງບັນຫາອື່ນໆ ທີ່ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ
ຍ້ອນຜົນສໍາເລັດການໃນການຫັນປ່ຽນວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃນປີ 2025 ທີ່ຜ່ານມາ ອັນທີ່ເປັນພື້ນຖານທີ່ຊັດເຈນ, ໜັກແໜ້ນ ແລະ ພາວະວິໄສ, ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ກໍຄື ຜູ້ບໍລິການສຶກສາ, ວິທະຍາສາດ ແລະ ກິລາ ຈຶ່ງໄດ້ເອກະພາບກັນກໍານົດທິດທາງ ແລະ ແຜນການ ທີ່ເປັນວຽກງຈຸດສຸມ ເພື່ອຍົກສູງຄວາມຮັບຜິດຊອບຂອງທຸກພາກສ່ວນຢ່າງຈິງຈັງ ແລະ ໃຫ້ປະກົດຜົນເປັນຈິງ ໃນປີ 2026 ຊຶ່ງໄດ້ແກ່ ສືບຕໍ່ຈັດຕັ້ງປະຕິບັດດາແຜນການພັດທະນາວຽການສຶກສາ, ວິທະຍາສາດ ແລະ ການກິລາ ທີ່ໄດ້ກຳນົດ ແລະ ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ແຜນພັດທະນາການສຶກສາ,ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ 10 ຕາມຂະແໜງການຍ່ອຍ ໃຫ້ມີຜົນສໍາເລັດຕາມລะດັບຄາດໝາຍທີ່ວາງໄວ້, ສຸມໃສ່ການປະຕິຮູບລະບົບການສຶກສາ ຈາກ 5+4+3 ເປັນ 6+3+3 ໃຫ້ສໍາເລັດຕາມແຜນທີ່ໄດ້ຕັ້ງໄວ້.
ນອກຈາກນີ້, ຕ້ອງສຸມໃສ່ແກ້ໄຂບັນຫາຫ້ອງຄວບໃຫ້ຫຼຸດລົງ ຈົນກ້າວໄປເຖິງຫ້ອງຄວບ, ສຸມໃສການປັບປຸງສະຖານການສຶກສາ ຕາມທິດຍົກລະດັບເປັນສະຖາບັນການສຶກສາຄູພາກກາງ, ພາກເໜືອ ແລະ ພາກໃຕ້, ປັບປຸງໂຮງຮຽນກິນກິນນອນຊົນເຜົ່າໃຫ້ທົ່ວເຖິງ ແລະ ມີຄຸນນະພາບຫຼາຍຂຶ້ນ, ສະຫຼຸບຖອດຖອນບົດຮຽນ ໂຮງຮຽນທີ່ໄດ້ 2 ໃບປະກາດ (ສາມັນ ແລະ ວິຊາຊີບ), ການຮຽນການສອນ ໃນສະຖາບັນການສຶກສາຊັ້ນສູງ ແລະ ການຄຸ້ມຄອງໂຮງຮຽນເອກະຊົນໃນທົ່ວປະເທດໃຫ້ເປັນຮູບປະທຳ; ສຸມໃສກຽມຄວາມພ້ອມເພື່ອສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ; ສຸມໃສ່ການກຳນົດເອົາຫຼັກສູດພາສາຫວຽດນາມເຂົ້າໃນລະບົບການສຶກສາແຫ່ງຊາດລາວ ແລະ ເອົາຫຼັກສູດພາສາລາວເຂົ້າໃນຫຼັກສູດການສຶກສາແຫ່ງຊາດ ສສ ຫວຽດນາມ ທີ່ຈະເລີ່ມສິດສອນໃນບັນດາໂຮງຮຽນລຽບຕາມຊາຍແດນ ຂອງ 2 ປະເທດ; ກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການເປັນເຈົ້າພາບກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-26 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ຄຽງຄູ່ກັບການປັບປຸງຄຸນນະພາບຂອງການຄົ້ນຄວ້າວິທະຍາສາດ, ຫ້ອງທົດລອງ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ; ສືບຕໍ່ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ ແລະ ເມືອງນາໂກຢາ ປະເທດຍີ່ປຸ່ນ ແລະ ກິລານັກຮຽນອາຊຽນ ຄັ້ງທີ 15 ໃນປີ 2026 ທີ່ປະເທດອິນໂດເນເຊຍ. ທັງໝົດນັ້ນ, ແມ່ນຜົນສໍາເລັດຈໍານວນໜຶ່ງທີ່ພົ້ນເດັ່ນໃນການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາກະຊວງ ແລະ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ແຕ່ສູນກາງຮອດທ້ອງຖິ່ນ ໃນໄລຍະໜຶ່ງປີຜ່ານມາ. ພ້ອມດຽວກັນ, ກໍໄດ້ສືບຕໍ່ປະຕິບັດແຜນການພັດທະນາ ເພື່ອຍົກລະດັບຄຸນນະພາບຂອງການສຶກສາ, ວິທະຍາສດາ ແລະ ການກິລາ ໃຫ້ຕອບສະໜອງໄດ້ຕາມທິດຊີ້ນໍາຂອງພັກ-ລັດຖະບານ ແລະ ຄວາມຮຽກຮ້ອງການໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ.
ເພື່ອໃຫ້ສິ່ງທີ່ກຳນົດໄວ້ໃນທິດທາງ ແລະ ແຜນການປະກົດຜົນເປັນຈິງ ຈຶ່ງຂໍຮຽກຮ້ອງການຮ່ວມມື ແລະ ການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ, ອຳນາດການປົກຄອງທຸກຂັ້ນ, ຂະແໜງການກ່ຽວຂ້ອງ, ຜູ້ປະກອບການ ແລະ ຄູ່ຮ່ວມພັດທະນາ ຈົ່ງໄດ້ຫັນມາຮ່ວມກັນ ເພື່ອພ້ອມກັນສ້າງການຫັນປ່ຽນຄັ້ງນີ້ ໃຫ້ໄປສູ່ໃນໜ້າໃໝ່.
ມາຮອດນີ້ ການຖະແຫຼງຂ່າວຜົນງານປະຈໍາປີ 2025 ຂອງວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໄດ້ສິ້ນສຸດ, ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໃນວາລະປີໃໝ່ 2026 ເຂົ້າມາເຖິງນີ້ ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດຖະບານ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພີ່ນ້ອງຮ່ວມຊາດ ແລะ ຄູ່ຮ່ວມພັດທະນາທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກທຸກປະການ.
(ຂໍຂອບໃຈ)












