ສສກ ປະກາດພະນັກງານດໍາລົງຕໍາແໜ່ງບໍລິຫານ ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ
06/01/2026

ພິທີປະກາດການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ປະເພດ 4 ແລະ ປະເພດ 5 ພ້ອມຍົກຍ້າຍໜ້າທີ່ໃໝ່ ຂອງກົມກວດກາ ແລະ ກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິານ ແລະ ກິລາ (ສສກ) ຈັດຂຶ້ນ ໃນວັນທີ 5 ມັງກອນ 2025 ທີ່ຕຶກໄອຊີທີ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ຕຸລາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ປອ ຈັນທະວົງ ປັນຍາສິລິ ຫົວໜ້າກົມກວດກາ ພ້ອມດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານກົມຈັດຕັ້ງ ແລະ ກົມກວດກາ ເຂົ້າຮ່ວມ.
ໃນພິທີ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ປະເພດ 4 ແລະ ປະເພດ 5 ວ່າ: ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021, ອີງຕາມຂໍ້ຕົກລົງ ແລະ ການເຄື່ອນໄຫວຂອງກົມກວດກາ ສະບັບເລກທີ 4736/ສສກ, ລົງວັນທີ 19 ກັນຍາ 2022 ແລະ ການເຄື່ອນໄຫວຂອງກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 5848/ສສກ, ລົງວັນທີ 19 ກັນຍາ 2022, ອີງຕາມມະຕິກອງປະຊຸມສະໄໝວິສາມັນ ແລະ ອີງຕາມການຄັ້ນຄວ້າຂອງທັງກົມດັ່ງກ່າວ. ດັ່ງນັ້ນ, ທ່ານລັດຖະມົນຕີ ກະຊວງ ສສກ ຈຶ່ງຕົກລົງແຕ່ງຕັ້ງພະນັກງານດຳລົງຕຳແໜ່ງປະເພດ 4 ຈຳນວນ 2 ທ່ານ ຄື: ທ່ານ ນາງ ກິບພາວັນ ດວງບຸດດີ ຮອງຫົວໜ້າພະແນກບໍລິຫານ ແລະ ຈັກການຈັດຕັ້ງ ຂຶ້ນເປັນຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ ກົມຈັດຕັ້ງ ແລະ ທ່ານ ນາງ ຈັນທະລັງສີ ອິນທະແສນ ຮອງຫົວໜ້າພະແນກກວດກາລັດ ເປັນຫົວໜ້າພະແນກກວດກາລັດ ກົມກວດກາ. ພ້ອມນັ້ນ, ຍັງໄດ້ປະກາດຍົກຍ້າຍ ທ່ານ ບົວພັນ ວົງວິໄນ ຫົວໜ້າພະແນກກວດກາລັດ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າພະແນກກວດພັກ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ກົມກວດກາ ແລະ ແຕ່ງຕັ້ງພະນັກງານບໍລິຫານ ປະເພດ 5 ຈຳນວນ 3 ທ່ານ ຄື: ທ່ານ ສາວິກ ວົງສາແກ້ວ ວິຊາການ ເປັນຮອງຫົວໜ້າພະແນກພັດທະນາລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ, ທ່ານ ນາງ ຈັດພະສຸກ ອຸດທະຍອດ ວິຊາການເປັນຮອງຫົວໜ້າພະແນກກວດກາພັກ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ກົມກວດກາ ແລະ ທ່ານ ນາງ ມະນີສາຄອນ ຫຼວງອາໄພ ວິຊາການ ເປັນຮອງຫົວໜ້າພະແນກຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ກົມກວດກາ.
ໂອກາດນີ້, ທ່ານ ປອ ດາລາວອນ ກິດຕິພັນ ກໍໄດ້ເນັ້ນໜັກບັນດາພະນັກງານທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງບໍລິຫານໃໝ່ ຈົ່ງພ້ອມກັນສືບຕໍ່ກຳແໜ້ນ ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ ແນໃສ່ຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບທີ່ການນຳຂັ້ນເທິງ ກໍຄື ກົມ ໄດ້ມອບໝາຍໃຫ້ຈັດຕັ້ງປະຕິບັດໃຫ້ສຳເລັດໜ້າທີ່ຕາມເປົ້າໝາຍທີ່ວາງໄວ້ ແລະ ຂໍຮຽກຮ້ອງໃຫ້ບັນດາຫົວໜ້າກົມ-ຮອງຫົວໜ້າກົມ ທັງສອງກົມ ຈົ່ງພ້ອມກັນສືບຕໍ່ກໍ່ສ້າງເອົາທັງ 6 ທ່ານ ແລະ ພະນັກງານຮຸ່ນໃໝ່ ກາຍເປັນຫົວຈັກ ຫຼັກແຫຼງໃນອະນາຄົດ ເພື່ອພ້ອມກັນເຮັດໜ້າທີ່ວຽກງານຂອງຕົນທີ່ຮັບຜິດຊອບຢ່າງມີໝາກຜົນສຳເລັດທີ່ໄດ້ວາງໄວ້.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ














