Skip to main content

ເມືອງໄຊບູລີ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຂັ້ນ ປ.5, ມ.4 ແລະ ມ.7 ປະຈໍາສົກຮຽນ 2025-2026

ຫ້ອງການສຶກສາທິການ ແລະ ກິລາເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງຂັ້ນ ປ.5, ມ.4 ແລະ ມ.7 ໃນທົ່ວເມືອງ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ມັງກອນ 2026 ທີ່ໂຮງຮຽນ ມັດທະທະຍົມສົມບູນສາລະພູມ ບ້ານນາແດງ, ໂດຍການເຂົ້າຮ່ວມເປັນປະທານ ແລະ ກ່າວເປີດຂອງ ທ່ານ ພູເງິນ ຈັນທະສອນ ປະທານຄະນະກໍາມະການປົກຄອງເມືອງ ແລະ ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄູ-ອາຈານ, ຄະນະກໍາມະການຍາມຫ້ອງສອບເສັງ ແລະ ນັກສອບເສັງ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ເຕື່ອງນິກອນ ຫຼວງສຸພາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊບູລີ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການສອບເສັງຂັດເລືອກນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2025-2026 ທົ່ວເມືອງໄຊບູລີ, ການສອບເສັງຄັດເລືອກນັກຮຽນເກັ່ງໃນຄັ້ງນີ້ ກໍເພື່ອເປັນການຄັດເລືອກເອົາຕົວແທນນັກຮຽນເກັ່ງທົ່ວເມືອງໃນຂັ້ນ ປ.5, ມ.4 ແລະ ມ.7 ໃນແຕ່ລະວິຊາຄັດເອົາທີ 1 ເພື່ອໄປສອບເສັງຄັດເລືອກນັກຮຽນເກັ່ງຢູ່ຂັ້ນແຂວງ ແລະ ຂັ້ນຕໍ່ໄປ. ຊັ້ນປະຖົມ ສອບເສັງໃນ 3 ວິຊາ ຄືື: ວິຊາພາສາລາວ, ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ; ຊັ້ນມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ສອບເສັງໃນ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດດສາດ, ວິຊາເຄມີສາດ ແລະ ວິຊາຟີຊິກສາດ, ມີຫ້ອງສອບເສັງທັງໝົດ 13 ຫ້ອງ, ມີນັກສອບເສັງທັງໝົດ 268 ຄົນ, ຍິງ 188 ຄົນ, ສະເລ່ຍໃສ່ຫ້ອງຖືກຫ້ອງລະ 20-21 ຄົນ/ຫ້ອງ, ບາງວິຊາໃຊ້ເວລາ 90 ນາທີ ແລະ ບາງວິຊາໃຊ້ເວລາ 120 ນາທີ.

ທ່ານ ພູເງິນ ຈັນທະສອນ ປະທານຄະນະກໍາມະການປົກຄອງເມືອງ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບການສອບເສັງ, ນັກສອບເສັງທຸກຄົນ ຈົ່ງຕັ້ງໃຈໃນການສອບເສັງ ແລະ ປະຕິບັດຕາມຫຼັກການ, ປະຕິບັດໂມງເວລາ, ລະບຽບການສອບເສັງ ເພື່ອຄັດເລືອກໃຫ້ໄດ້ນັກຮຽນຜູ້ທີ່ເກັ່ງ, ມີຄວາມຮູ້, ຄວາມສາມາດ, ມີຄຸນນະພາບ ໃນຂັ້ນເມືອງ ເພື່ອໄປສອບເສັງຢູ່ຂັ້ນແຂວງ ແລະ ຂັ້ນຕໍ່ໄປ. ໃນຕອນທ້າຍຂອງພິທີຄະນະປະທານ ພ້ອມດ້ວຍຄະນະກໍາມະການສອບເສັງ ກໍໄດ້ຕັດຫົວບົດສອບເສັງ ແລະ ນໍາເອົາຫົວບົດສອບເສັງທັງໝົດ ໄປແຈກຈາຍໃຫ້ນັກສອບເສັງ ເພື່ອທໍາການສອບເສັງ ຕາມກໍານົດເວລາທີ່ກໍານົດໄວ້.