Skip to main content

ບານເຕະຄົນພິການຕາລາວ ຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ເຂົ້າຊີງຫຼຽນຄຳ ອາຊຽນ ພາຣາເກມ ຄັ້ງທີ 13

08/01/2026
ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ຜ່ານເຂົ້າຊີງຫຼຽນຄຳ ໃນການແຂ່ງຂັນບານເຕະຄົນພິການຕາ ງານມະຫະກຳກິລາຄົນພິການອາຊຽນ ພາຣາເກມ ຄັ້ງທີ 13 ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-26 ມັງກອນ 2026.
ໃນວັນທີ 7 ມັງກອນ 2026 ທີ່ເດີ່ນບານຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ທ່ານ ສີທົນ ລາດສະວົງ ຄະນະຄູຝຶກເຕະບານຄົນພິການຕາທີມຊາດລາວ ໄດ້ໃຫ້ສຳພາດວ່າ: ນັກກິລາຊຸດນີ້ ໄດ້ຄັດເລືອກມາຈາກບັນດາແຂວງໃນທົ່ວປະເທດ ສ່ວນຫຼາຍເປັນນັກກິລາເກົ່າ ຊຸດເຂົ້າຮ່ວມຄັ້ງຜ່ານມາທີ່ປະເທດກຳປູເຈຍ ເມື່ອປີ 2023 ໂດຍເກັບຕົວຝຶກຊ້ອມມາຫຼາຍກວ່າ 100 ວັນ ທີ່ເດີ່ນເຕະບານ ເບ ສະຫວັນ, ປັດຈຸບັນ ທີມມີຄວາມພ້ອມປະມານ 80-90% ຊຶ່ງທີມຊຸດນີ້ ມີພັດທະນາການທີ່ດີຂຶ້ນກວ່າຄັ້ງຜ່ານມາ ໂດຍສະເພາະການເສີມສ້າງຄວາມແຂງແກ່ນດ້ານຮ່າງກາຍ ພະລະກຳລັງ, ເຕັກນິກ ແລະ ຍຸດທະວິທີ ໃນການເດີນເກມບຸກ ແລະ ປ້ອງກັນຄູ່ຕໍ່ສູ້ ໂດຍອີງຕາມການປະເມີນແລ້ວ ພວກເຮົາຕັ້ງເປົ້າຫວັງຈະເຂົ້າຊີງຫຼຽນຄຳ ໃນງານດັ່ງກ່າວ.
ທ່ານ ສີທົນ ລາດສະວົງ ໃຫ້ຮູ້ຕື່ມວ່າ: ການແຂ່ງຂັນເຕະບານຄົນພິການຕາຄັ້ງນີ້ ມີພຽງທີມຊາຍ ມີ 3 ທີມເຂົ້າຮ່ວມຄື: ໄທ ເຈົ້າພາບ ທັງເປັນແຊ໋ມເກົ່າ, ມາເລເຊຍ ຮອງແຊ໋ມ ແລະ ສປປ ລາວ ເຈົ້າຂອງຫຼຽນທອງ ຄັ້ງຜ່ານມາ. ສ່ວນ ກຳປູເຈຍ ຂໍຖອນຕົວ. ຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີ 1 ແລະ ທີ 2 ມາຊິງຫຼຽນຄຳ ຈະແຂ່ງຂັນວັນທີ 21-25 ມັງກອນ 2026.
ສ່ວນຕາງໜ້ານັກກິລາ ທ້າວ ບຸນຈົບ ຫວານແພງພັນ ໄດ້ໃຫ້ຮູ້ວ່າ: ພາຍຫຼັງຝຶກຊ້ອມມາຫຼາຍກວ່າ 3 ເດືອນ ປັດຈຸບັນ ມີຄວາມພ້ອມປະມານ 80% ສ່ວນທີ່ເຫຼືອ ຕ້ອງສືບຕໍ່ຝຶກແອບຕື່ມ ໂດຍສະເພາະດ້ານເຕັກນິກ, ຍຸດທະວິທີຕ່າງໆໃຫ້ດີຂຶ້ນ, ຄັ້ງນີ້ເຫັນວ່າ: ມີການກະກຽມດີກວ່າຄັ້ງຜ່ານມາ ບວກກັບມີກຳລັງໃຈທີ່ດີຈາກການນຳ, ຄອບຄົວ ແລະ ຜູ້ໃຫ້ການສະໜັບສະໜູນ ທີ່ຊ່ວຍຊຸກຍູ້ເອົາໃຈໃສ່ເປັນຢ່າງດີ ພ້ອມສູ້ຊົນສຸດຂີດ ເພື່ອເຮັດໃຫ້ໄດ້ຕາມເປົ້າໝາຍ ຈະພະຍາຍາມເຂົ້າຊິງຫລຽນຄຳໃຫ້ໄດ້.
ສຳລັບຜົນງານຂອງ ທີມເຕະບານຊາຍຄົນພິການຕາທີມຊາດລາວ ການເຂົ້າຮ່ວມສອງຄັ້ງຫຼັງສຸດ ໃນອາຊຽນພາຣາເກມ ມີຫຼຽນລາງວັນກັບບ້ານທັງສອງຄັ້ງ, ປີ 2017 ທີ່ປະເທດມາເລເຊຍ ໄດ້ຫຼຽນເງິນ, ປີ 2023 ທີ່ກຳປູເຈຍ ໄດ້ຫຼຽນທອງ ດ້ວຍຜົນງານຮອບຄັດເລືອກ ຊະນະ ກຳປູເຈຍ 3-0, ເສຍໃຫ້ ມາເລເຊຍ 0-3, ເສຍໃຫ້ ໄທ 0-3 ແລະ ຊີງທີສາມ ຊະນະ ກໍາປູເຈຍ ອີກຄັ້ງ 4-0.
ພາບ-ຂ່າວໂດຍ: ສົງການ ພັນແພງດີ