ໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ
ພິທີໂຮມຊຸມນຸມໃຫຍ່ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນຕອນເຊົ້າວັນທີ 9 ມັງກອນ 2026 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ບັນດາສະຫາຍກໍາມະການກົມການເມືອງສູກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ, ສະຫາຍການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍານະຄອນຫຼວງວຽງຈັນ, ການນໍາບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ຮັບຊົມຜ່ານທາງຖ່າຍທອດສົດ.
ໃນພິທີ, ສະຫາຍ ປອ ອານຸພາບ ຕຸນາລົມ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ກ່າວປາໃສພິທີໂຮມຊຸມນຸມ ວ່າ: ອົງຄະນະພັກ, ອົງການປົກຄອງ ແລະ ຊາວນະຄອນຫຼວງວຽງຈັນ ໄດ້ຕາງໜ້າປະຊາຊົນລາວໃນທົ່ວປະເທດ ມີຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບກຽດ ຕາງໜ້າການນໍາພັກ-ລັດ ຂັ້ນສູນກາງ ແລະ ການນໍາພັກ-ລັດ ຂັ້ນທ້ອງຖິ່ນ ເປັນເຈົ້າພາບຈັດງານໂຮມຊຸມນຸມໃຫຍ່ ເພື່ອຊົມເຊີຍຜົນສໍາເລັດອັນສະຫງ່າງາມຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ກອງປະຊຸມໃຫຍ່ຜູ້ແທນຂອງພັກທຸກສະໄໝ ລ້ວນແຕ່ມີຄວາມໝາຍສໍາຄັນ ເປັນເຫດການການເມືອງຂອງປະເທດເຮົາ; ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຄັ້ງນີ້ ກໍແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ໃນຂະບວນວິວັດແຫ່ງການກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາ ຕະຫຼອດໄລ ຍະ 70 ປີຜ່ານມາ, ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົົນລາວເຮົາໃນໄລຍະໃໝ່.
ກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ພິຈາລະນາ ແລະ ຮັບຮອງ ດັ່ງນີ້: 1) ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ 11 ຂໍ້; 2) ກອງປະຊຸມໃຫຍ່ ໄດ້ຕີລາຄາຢ່າງພາວະວິໄສ ເຖິງໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນລະພາບ, ສາມາດຄວບຄຸມໄດ້ໄພເງິນເຟີ້, ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ, ບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ; 3) ກອງປະຊຸມໃຫຍ່ ໄດ້ເປັນເອກະພາບສູງ ຮັບຮອງເອົາການ 7 ບົດຮຽນແຫ່ງການນໍາພາ ແລະ ພຶດຕິກໍາຂອງພັກເຮົາ ໄລຍະ 5 ປີຜ່ານມາກໍຄື 40 ປີ ແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງສໍາຄັນໃຫ້ແກ່ການສືບຕໍ່ເສີມຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊີ່ງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; 4) ກອງປະຊຸມໃຫຍ່ ໄດ້ຢືນຢັນດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບຕໍ່ພາປະເທດຊາດ ກ້າວຂຶ້ນສູ່ຄວາມຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ; 5) ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ, ຍິງ 12ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ, ຍິງ 2 ສະຫາຍ, ກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ຍິງ 1 ສະຫາຍ; ຄະນະເລຂາທິການສູນກາງພັກ 11 ຈໍານວນ ສະຫາຍ ຍິງ 4 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ມີຜົນສໍາເລັດຕົວຈິງ.
ສະຫາຍ ປອ ອານຸພາບ ຕຸນາລົມ ໃຫ້ຮູ້ຕື່ມວ່າ: ຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວບັນ ດາເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນ ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນແກນນໍາເປັນຜູ້ນໍາໜ້າພາທາງ ສືບຕໍ່ສ້າງບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ໄດ້ຮັບຜົນສຳເລັດ ທີ່ໃຫຍ່ຫຼວງກວ່າເກົ່າ; ສຸມໃສ່ຈັດຕັ້ງປະຕິບັດຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ພວກເຮົາສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ, ຕ້ອງໄດ້ຕັ້ງໜ້າອອກແຮງ ແລະ ຖືເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນເຂັມທິດເຍືອງທາງ ເພື່ອເຊື່ອມສານກັບມະຕິກອງປະຊຸມໃຫຍ່ຂອງບັນດາກະຊວງ, ອົງການທຽບເທົ່າ ຂັ້ນສູນກາງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຍູ້ແຮງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂຶ້ນ, ກ້າວຂຶ້ນ, ກ້າວຂຶ້ນຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ.
ໃນພິທີ, ຍັງໄດ້ຮັບຊົມການສະແດງສິລະປະ-ວັນນະ ຄະດີ ທີ່ມີຄວາມສວຍສົດງົດງາມ ເຊິ່ງສະແດງຜ່ານບົດເພງ, ບົດຟ້ອນ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຂ່າວທີ່ກ່ຽວຂ້ອງ


