Skip to main content

ຄູສອນຊັ້ນປະຖົມສຶກສາ ທົ່ວນະຄອນໄກສອນ ພົມວິຫານ ຮັບການຍົກລະດັບການສອນຫ້ອງຄວບ

ຊຸດຝຶກອົບຮົມການສອນຫ້ອງຄວບ ໃຫ້ຄູສອນຊັ້ນປະຖົມສຶກສາ ທົ່ວນະຄອນ ໄກສອນພົມວິຫານ ແຂວງນະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2026 ທີ່ສະໂມສອນຂອງຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນ ພົມວິຫານ, ໂດຍມີ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າສຶກສາທິການ ແລະ ກິລາ ນະຄອນໄກສອນ ພົມວິຫານ, ມີຄະນະຮັບຜິດຊອບຂັ້ນແຂວງ,ນະຄອນ, ວິທະຍາກອນ ພ້ອມດ້ວຍສຳມະນາກອນ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການຈັດຫ້ອງຄວບ, ການຈັດກິດຈະກຳການສອນຫ້ອງຄວບ, ການບໍລິຫານເວລາ, ການປະເມີນຜົນການຮຽນ ແລະ ການແຕ່ງບົດສອນຫ້ອງຄວບ. ທັງນີ້ກໍເພື່ອນແນໃສ່ສ້າງຂີດຄວາມສາມາດໃຫ້ແກ່ຄູປະຈຳການ ທີ່ສອນຫ້ອງຄວບໃຫ້ມີຄວາມເຂົ້າໃຈກ່ຽວກັບວິທີການຈັດການຮຽນການສອນຫ້ອງຄວບ ໃຫ້ແກ່ຄູສອນຫ້ອງຄວບ ຊັ້ນປະຖົມສຶກສາຢ່າງຖືກຕ້ອງ, ເພີ່ມທັກສະ, ເຕັກນິກການສອນຫ້ອງຄວບ ໃຫ້ແກ່ຄູປະຈຳການໃນການຈັດການຮຽນການສອນຫ້ອງຄວບຢ່າງມີປະສິດທິຜົນ, ເພື່ອປັບປຸງຄຸນນະພາບການຮຽນການສອນຂອງຄູປະຈຳການຊັ້ນປະຖົມສຶກສາໃຫັມີປະສິດທິພາບດີຂຶ້ນ ແລະ ສາມາດບັນລຸຕາມເປົ້າໜາຍຂອງການສຶກສາທີ່ວາງໄວ້.

ໂອກາດນີ້, ທ່ານ ພິມມະສອນ ວໍລະຍຸດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະຮັບຜິດຊອບທຸກພາສ່ວນ ທີ່ໄດ້ພ້ອມກັນຫ້າງຫາກະກຽມຄວາມພ້ອມຮອບດ້ານສາມາດຈັດຕັ້ງປະຕິບັດ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກພາກສ່ວນຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມກັນສືບຕໍ່ດຳເນີນກອງປະຊຸມຝຶກອົບຮົມຄັ້ງນີ້ ໃຫ້ມີຜົນສຳເລັດຕາມວັນເວລາທີ່ກຳນົດໄວ້ ແລະ ພາຍຫຼັງທີ່ສໍາເລັດການຝຶກແລ້ວກໍໃຫ້ສືບຕໍ່ນໍາເອົາເນື້ອໃນຈິດໃຈບົດຮຽນຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເຂົ້າວຽກງານການຮຽນການສອນຢູ່ໃນໂຮງຮຽນຂອງຕົນໃຫ້ບັນລຸຕາມລະດັບຄາດໝາຍ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຄຸນນະພາບສູງຂຶ້ນເລື້ອຍໆ.