Skip to main content

ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ສະໄໝທີ XII

09/01/2026

ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ຊຶ່ງເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ. ສິ່ງດັ່ງກ່າວເປັນການຮັບຮູ້ຂອງ ພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ສະຕິປັນຍາ ແລະ ຄວາມມຸ່ງມາດປາຖະໜາຂອງ ສະຫາຍ ຕະຫຼອດໄລຍະທີ່ຜ່ານມາ. ຄວາມໄວ້ວາງໃຈສູງຂອງທົ່ວພັກ, ທົ່ວປວງຊົນລາວ ທີ່ມີຕໍ່ ສະຫາຍ ໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ໃນການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ບົນເສັ້ນທາງແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂ້າພະເຈົ້າ ສຸດທີ່ປິຕິຊົມຊື່ນ ແລະ ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະການປະດິດສ້າງໃນການວາງອອກບັນດາວິໄສທັດ, ຍຸດທະສາດ ແລະ ເປົ້າໝາຍ, ໜ້າທີ່ສໍາຄັນ ຊຶ່ງພັກວາງອອກໃຫ້ແກ່ພາລະກິດການພັດທະນາໄລຍະຍາວຂອງ ສປປ ລາວ ໃນຕໍ່ໜ້າ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວ ແລະ ບົດບາດອັນສໍາຄັນຂອງ ສະຫາຍ, ທົ່ວພັກ, ທົ່ວປວງຊົນລາວ ແນ່ນອນຈະບັນລຸບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມສະໜິດສະໜົມໃກ້ຊິດ, ບໍລິສຸດຜຸດຜ່ອງ ລະຫວ່າງ ປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍແມ່ນປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ, ອອກແຮງເພີ່ມພູນຄູນສ້າງ, ພາຍໃຕ້ການນໍາພາຂອງ ພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ໃນຕະຫຼອດໄລຍະເສັ້ນທາງປະຫວັດສາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ແລະ ກາຍເປັນກົດເກນການພັດທະນາລວມຂອງສອງປະເທດ ບົນເສັ້ນທາງການພັດທະນາປະເທດຊາດໃຫ້ວັດທະນະຖາວອນ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງອັນສູງສົ່ງຂອງຕົນ, ສະຫາຍ ຈະສືບຕໍ່ມີການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍພົວພັນພິເສດ ຫວຽດນາມ-ລາວ ໃຫ້ເຂັ້ມແຂງຍິ່ງໆຂຶ້ນ, ເພື່ອຜົນປະໂຫຍດ ແລະ ຄວາມປາຖະໜາຂອງປະຊາຊົນສອງຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສະຫາຍ ສືບຕໍ່ຍາດໄດ້ຜົນສໍາເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງຕົນ, ສືບຕໍ່ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດປະຕິວັດອັນສະຫງ່າລາສີຂອງ ພັກ, ລັດ ແລະ ປະຊາຊົນລາວ, ພ້ອມກັບບັນດາສະຫາຍການນໍາ ແລະ ປະຊາຊົນ ລາວ-ຫວຽດນາມ ສືບຕໍ່ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ນັບມື້ເລິກເຊິ່ງຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບ ສະຫາຍ ໄປຢ້ຽມຢາມ ສສ ຫວຽດນາມ ໃນໄວໆນີ້ ເພື່ອພວກເຮົາຈະໄດ້ຮ່ວມກັນປຶກສາຫາລືບັນດາບັນຫາຍຸດທະສາດ ແລະ ກໍານົດບັນດາທິດທາງໃຫຍ່ ໃຫ້ແກ່ການພັດທະນາອັນຈົບ ງາມໃນອະນາຄົດຂອງການພົວພັນຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ. ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງຕົນ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ