Skip to main content

2 ພາກສ່ວນ ມອບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມຂົວດໍາ ມູນຄ່າ 44 ລ້ານກວ່າກີບ

ໃນວັນທີ 16 ມັງກອນ 2026 ນີ້ ທີ່ໂຮງຮຽນປະຖົມຂົວດໍາ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ, ໂດຍການເຂົ້າຮ່ວມຂອງ ທ່ານ ສຸກັນ ບຸດຕາລາສີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊພູທອງ, ທ່ານ ຄຳຈັນ ສຸລິຍາພັນ ປະທານໂຮງງານຫຼັງຄາເຫຼັກ SNP ແຂວງສະຫວັນນະເຂດ ແລະ ທ່ານ ນາງ ບອນທະເລ ສາທູພັນ ຜູ້ອຳນວຍການໂຮງຮຽນອະນຸບານ–ປະຖົມ–ມັດທະຍົມຕົ້ນ ສະຫວັນອິນເຕີ ພ້ອມດ້ວຍຜູ້ອຳນວຍການໂຮງຮຽນປະຖົມຂົວດຳ, ເລຂາພັກບ້ານ, ນາຍບ້ານຂົວດຳ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ມີເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການຮຽນ-ການກິລາ ເພື່ອເປັນການແບ່ງເບົາພາລະຄ່າໃຊ້ຈ່າຍໃຫ້ແກ່ຜູ້ປົກຄອງ ແລະ ສ້າງຂວັນກຳລັງໃຈໃຫ້ນັກຮຽນມີຄວາມມຸ່ງໝັ້ນໃນການຮຽນທັງເປັນການສົ່ງເສີມ ແລະ ຊ່ວຍເຫຼືອການຮຽນການສອນໃຫ້ມີປະສິດທິຜົນດີຂຶ້ນ. ໃນນີ້, ທ່ານ ຄຳຈັນ ສຸລິຍາພັນ ປະທານໂຮງງານຫຼັງຄາເຫຼັກ SNP ແຂວງສະຫວັນນະເຂດ ລວມມູນຄ່າ 22.500.000 ກີບ ແລະ ທ່ານ ນາງ ບອນທະເລ ສາທູພັນ ຜູ້ອຳນວຍການໂຮງຮຽນ ອະນຸບານ–ປະຖົມ–ມັດທະຍົມຕົ້ນ ສະຫວັນອິນເຕີ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການຮຽນ ມູນຄ່າ 21.600.000 ກີບ.
ໂອກາດນີ້, ທ່ານ ສຸກັນ ບຸດຕາລາສີ ໄດ້ສະແດງຄວາມຂອບໃຈມາຍັງປະທານໂຮງງານຫຼັງຄາເຫຼັກ SNP ແຂວງສະຫວັນນະເຂດ ແລະ ຜູ້ອຳນວຍການໂຮງຮຽນ ອະນຸບານ–ປະຖົມ–ມັດທະຍົມຕົ້ນ ສະຫວັນອິນເຕີ ພ້ອມຄະນະ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານອຸປະກອນການຮຽນ ເພື່ອສົ່ງເສີມວຽກງານການສຶກສາໃນທ້ອງຖິ່ນ.
ພ້ອມກັນນັ້ນ ໄດ້ມີການມອບໃບຍ້ອງຍໍ ເພື່ອເປັນການສະແດງຄວາມຊົມເຊີຍຕໍ່ນ້ຳໃຈອັນດີງາມຂອງຜູ້ມອບ ຊຶ່ງນັບເປັນການປະກອບສ່ວນອັນສຳຄັນໃນການພັດທະນາການສຶກສາ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ຄູ-ນັກຮຽນອີກດ້ວຍ.
ພາບ-ຂ່າວ: ຄູຄຳແພງເພັດ ຂັນຕິວົງ