ກອງບັນຊາການທະຫານແຂວງອຸດົມໄຊ ປະດັບທຽບຊັ້ນ ໃຫ້ຄູອາສາສະໝັກ 70 ສະຫາຍ
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2026 ທີ່ສະໂມສອນກອງບັນຊາການທະຫານແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການປະຈຳພັກແຂວງ, ເລຂາຄະນະພັກກອງບັນຊາການ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ແລະ ສະຫາຍ ສົມສັກ ສຸພິໄລ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະກອງບັນຊາການທະຫານເມືອງ, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດ ຄູອາສາສະໝັກທີ່ໄດ້ຮັບໂກຕາເຂົ້າເປັນລັດຖະກອນໃໝ່ຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ລັດຖະກອນ ປ້ອງກັນຊາດ ທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ເຂົ້າບັນຈຸຢູ່ ກອງບັນຊາການທະຫານ ແຂວງອຸດົມໄຊ ຊຶ່ງອີງຕາມກົດໝາຍ ນາຍທະຫານ ກອງທັບປະຊາຊົນລາວ ແລະ ອີງຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດ ຄູອາສາເຂົ້າເປັນລັດຖະກອນ ປ້ອງກັນຊາດ. ລາຍລະອຽດຂອງການປະດັບທຽບຊັ້ນ ມີດັ່ງນີ້: ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ລັດຖະກອນ ປ້ອງກັນຊາດ ທີ່ຮຽນຈົບລະດັບປະລິນຍາຕີ ແລະ ຊັ້ນສູງ ຈຳນວນ 58 ສະຫາຍ (ອີງຕາມຂໍ້ຕົກລົງ ເລກທີ 2834, 4022 ແລະ 4482) ແລະ ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ ລັດຖະກອນ ປ້ອງກັນຊາດ ທີ່ຮຽນຈົບລະດັບຊັ້ນກາງ ຈຳນວນ 12 ສະຫາຍ (ອີງຕາມຂໍ້ຕົກລົງ ເລກທີ 2834).
ໂອກາດນີ້, ສະຫາຍ ສົມສັກ ສຸພິໄລ ໄດ້ກ່າວສະແດງຄວາມດີໃຈ ແລະ ຮູ້ບຸນຄຸນທີ່ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ທີ່ໄດ້ມອບໂກຕາ ລັດຖະກອນທະຫານ ໃຫ້ກັບຄູອາສາ ໄດ້ເຮັດໜ້າທີ່ສິດສອນຕໍ່ໄປ. ການປະດັບທຽບຊັ້ນ ແມ່ນການຈັດຕັ້ງປະຕິບັດ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຫັນເອົາຄູອາສາສະໝັກ ທີ່ມີຜົນງານ ແລະ ຄວາມຮູ້ ຄວາມສາມາດ ເຂົ້າມາເປັນກຳລັງຫຼັກແຫຼ່ງໃນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບໃຊ້ຊາດ ແລະ ປະຊາຊົນຢ່າງເຕັມສ່ວນ.
ໃນຕອນທ້າຍຂອງພິທີ, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ໃຫ້ການໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ ພ້ອມເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ວິຊາສະເພາະ ໃຫ້ມີຄວາມເຂັ້ມແຂງ ເພື່ອເປັນກຳລັງແຮງ ໃຫ້ແກ່ກອງທັບໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ພາບ-ຂ່າວ: ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ


