ທັບນັກກິລາຍິງປືນຄົນພິການລາວ ພ້ອມຈະສ້າງຜົນງານປະຫວັດສາດ ຍາດໃຫ້ໄດ້ຫຼຽນຄຳ ໃນອາຊຽນພາຣາເກມ 2026
19/01/2026
ທັບນັກກິລາຍິງປືນຄົນພິການທີມຊາດລາວ ພ້ອມແລ້ວຈະສູ້ຊົນສ້າງຜົນງານຄັ້ງປະຫວັດສາດ ຍາດໃຫ້ໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນ ພາຣາເກມ 2026 ຈະຈັດຂຶ້ນ ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ.ຂະນະທີ່ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ພ້ອມຈະໃຫ້ເງິນໂບນັດຫຼຽນຄຳ 10 ລ້ານກີບ.
ທ່ານ ສິດປະກອນ ພົມມະວົງສາ ປະທານສະຫະພັນຍິງປືນຄົນພິການແຫ່ງຊາດລາວ ທັງເປັນປະທານບໍລິສັດ ທີ່ປຶກສາກົດໝາຍອາໄພສັກສິດ ຈຳກັດ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ໃຫ້ກຳລັງໃຈທັບນັກກິລາຍິງປືນຄົນພິການລາວ ພ້ອມນຳເງິນເກືອບ 10 ລ້ານກີບ ມອບເພຶ່ອເປັນກຳລັງໃຈໃຫ້ນັກກິລາຍິງປືນຄົນພິການລາວ ໃນວັນທີ 16 ມັງກອນ 2026 ທີ່ຫໍພັກນັກກິລາ ມະຫາວິທະຍາໄລເຕັກໂນໂລຢີ ສຸລາດທານີ ນະຄອນຣາຊະສີມາ ປະເທດໄທ.
ໂອກາດນີ້, ທ່ານ ສິດປະກອນ ພົມມະວົງສາ ກໍໄດ້ໂອ້ລົມປຸກລະດົມຈິດໃຈຂອງທັບນັກກິລາ ໂດຍຮຽກຮ້ອງໃຫ້ທັບນັກກິລາຍິງປືນຄົນພິການທີມຊາດລາວ ຈົ່ງສືບຕໍ່ເອົາໃຈໃສ່ເຂົ້າໃນການເກັບຕົວຝຶກແອບຝຶກຊ້ອມຢ່າງມີຄວາມຊຳນິຊຳນານ ຮ່ວມກັນມີຄວາມສາມັກຄີພັດທະນາຕົນເອງໃຫ້ພົ້ນເດັ່ນກວ່າເກົ່າ ຄຽງຄູ່ກັບການຍົກສູງຈິດໃຈຮັກຊາດບ້ານເກີດເມືອງນອນ ເຂົ້າຮ່ວມແຂ່ງຂັນສູ້ກັບນັກກິລາໃນຊາດອາຊຽນ ຢ່າງມີໝາກຜົນສຳເລັດ ສາມາດຍາດໄດ້ຫຼຽນເປົ້າໝາຍທີ່ວາງໄວ້ທີ່ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 4 ຫຼຽນທອງ ມາໃຫ້ໄດ້ ຫາກສາມາດຍາດໄດ້ຫຼຽນຄຳ ທາງສະຫະພັນຈະມອບເງິນອັດສີດໃຫ້ຫຼຽນລະ 10 ລ້ານ, ຫຼຽນເງິນ 5 ລ້ານກີບ ແລະ ຫຼຽນທອງ 3 ລ້ານກີບ.
ສຳລັບນັກກິລາຍິງປືນທີມຊາດລາວ ເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ ມີທັງໝົດ 9 ຄົນ, ໃນນັ້ນ ສະເພາະນັກກິລາມີ 6 ຄົນ ປະກອບມີ ທ່ານ ສິດປະກອນ ພົມມະວົງສາ ຄະນະນຳພາ, ທ່ານ ຮ້ອຍເອກ ນາງ ວຽງສະຫວັນ ພົມມະກອງ ຄູຝຶກ, ທ່ານ ຄຳຫຼ້າ ພວງສາລີພັນ ຜູ້ຊ່ວຍຄູຝຶກ. ສ່ວນນັກກິລາ ກໍມີ ນາງ ບົວແຊມ ແສງຈັນ, ນາງ ພອນວິໄລ ແກ້ວມະນີ, ນາງ ສີວອນ ມູນວົງສາ, ທ້າວ ໄຊທະວີ ໄຫຼສີວິໄຊ, ທ້າວ ບຸນທຳ ເພັດດວງໄຈ ແລະ ທ້າວ ໄຊສະຫວັນ ມະຫາໄຊ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ຫາລືກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22
- ສຄຂ ສ້າງຄວາມເຂັ້ມແຂງໃຫ້ຜູ້ຮັບຜິດຊອບວຽກໂຄສະນາຂ່າວສານທົ່ວປະເທດ ເພື່ອຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ
- ໂຄງການໂຮງຮຽນທີ່ປອດໄພໃນ ສປປ ລາວ ແຂວງຫຼວງພະບາງ ສະຫຼຸບປິດກິດຈະກຳໂຄງການ
- ສະຫະພັນກຳມະບານ 3 ກະຊວງ ອວຍພອນ ຫ້ອງການກຳມະບານກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ
- ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ ຜູ້ເກົ່າ ແລະ ຜູ້ໃໝ່
- ໂຮງຮຽນຊັບປັນຍາ ຈັດກິດຈະກໍາງານກິລາສີຄອບຄົວຊັບປັນຍາ ປະຈໍາປີ 2026
