Skip to main content

ການນຳ ສກຂ ບໍລິຄຳໄຊ ລົງຕິດຕາມການຮຽນການສອນຊັ້ນມັດທະຍົມຕອນຕົ້ນ ບໍາລຸງ

ການນຳພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ບໍລິຄຳໄຊ ລົງຕິດຕາມການຮຽນການສອນຊັ້ນມັດທະຍົມຕອນຕົ້ນ ບໍາລຸງປະຊາຊົນ ໃນວັນທີ 16 ມັງກອນ 2026 ກຸ່ມເປົ້າຫມາຍ ນາເຂົ້າລົ້ມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການນໍາພາຂອງ ທ່ານ ປອ ດາວເຮືອງ ກອງສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີທ່ານ ບົວລອຍ ແກ້ວໃຈບຸດ ຮອງຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ຕາງໜ້າເລຂາພັກບ້ານ, ຫົວໜ້າໜ່ວຍງານການສຶກສານອກໂຮງຮຽນເມືອງ, ຄູ-ອາຈານ ແລະ ກຸ່ມເປົ້າຫມາຍເຂົ້າຮ່ວມ.
ໃນພິທີ, ທ່ານ ບົວທອງ ພຸດທະວົງ ຫົວໜ້າໜ່ວຍງານການສຶກສານອກໂຮງຮຽນເມືອງປາກຊັນ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ2025-2026 ທົ່ວເມືອງປາກຊັນ ໄດ້ຈັດຕັ້ງການຮຽນການສອນຢູ່ 2 ຫ້ອງຮຽນ ມີຄູອາສາສະໝັກສອນ 20 ຄົນ ມີກຸ່ມເປົ້າໝາຍທັງໝົດ 59 ຄົນ ຍິງ 30 ຄົນ ໂດຍແມ່ນຜູ້ທີ່ປະລະການຮຽນຈາກສາຍສາມັນທີ່ຍັງບໍ່ຈົບມັດທະຍົມຕອນຕົ້ນ ທີ່ມີເກນອາຍຸ 15-35 ປີ. ຊຶ່ງການລົງຕິດຕາມໃນຄັ້ງນີ້ ເພື່ອປະເມີນຜົນການຈັດການຮຽນການສອນຂອງຄູ ໂດຍສະເພາະແມ່ນການປະຕິບັດຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ເພື່ອໃຫ້ກຸ່ມເປົ້າຫມາຍມາຮຽນເປັນປົກກະຕິ ແລະ ຕໍ່ເນື່ອງໃຫ້ການຮຽນການສອນມີປະສິດທິຜົນສູງຂຶ້ນ.
ໃນໂອກາດນີ້, ທ່ານ ປອ ດາວເຮືອງ ກອງສົມບັດ ໄດ້ໃຫ້ກຽດໂອ້ລົມຄູ-ອາຈານ ໃຫ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງສໍາເລັດທຸກໜ້າວຽກງານທີ່ທາງຂັ້ນເທິງມອບໝາຍໃຫ້ ແລະ ກຸ່ມເປົ້າໝາຍກໍຕ້ອງໃຫ້ຄວາມຮ່ວມມືໃນການມາຮຽນຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິເພື່ອບັນລຸຜົນຕາມຈຸດປະສົງທີ່ວາງໄວ້.
ພາບ-ຂ່າວ: ສີສຸພັນ ສກຂ ບໍລິຄຳໄຊ