Skip to main content

ຫ້ອງການ ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025

19/01/2026
ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2025 ໃນວັນທີ 16 ມັງກອນ 2025 ທີ່ຫ້ອງປະຊຸມ ສູນພັດທະນາການບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວເປີດກອງປະຊຸມ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ທາງຫ້ອງການກະຊວງຍາດມາໄດ້ໃນໄລຍະຜ່ານມາ ແລະ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດໃນດ້ານດີເພື່ອໃຫ້ເກີດດອກອອກຜົນ. ຄຽງຄູ່ກັນນັ້ນ, ກໍຍັງບັນຫາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂໃນບາງດ້ານເພື່ອເຮັກໃຫ້ວຽກງານມີການຂັບເຄື່ອນໄປດ້ວຍດີ ເພາະວ່າຫ້ອງການກະຊວງສຶກສາທິການ ແລະ ກິລາຂອງພວກເຮົາເປັນສູນລວມ ແລະ ເປັນເສນາທິການໃຫ້ແກ່ການນໍາ, ເປັນໃຈກາງປະສານງານລະຫວ່າງການນໍາ ແລະ ບັນດາກົມ, ສະຖານການສຶກສາຕ່າງໆທີ່ຂຶ້ນກັບ ດັ່ງນັ້ນ, ຄວາມຮັບຜິດຊອບຈະຫຼາຍກວ່າກົມກອງອື່ນໆ. ເຖິງຢ່າງໃດກໍຕາມ, ຂໍຮຽກຮ້ອງມາຍັງທາງຫ້ອງການກະຊວງຕ້ອງໄດ້ມີການປັບປຸງແກ້ໄຂບັນຫາສິ່ງທ້າທາຍ ເປັນຕົ້ນທົບທວນຄືນກ່ຽວກັບໂຄງຮ່າງການຈັດຕັ້ງ, ຫາລືປັບປຸງ, ແກ້ໄຂບັນຫາສິ່ງຫຍໍ້ທໍ້ ແລະ ສິ່ງກີດຂວາງ, ແຕ່ລະພະແນກກໍໃຫ້ມີການກວດກາເບິ່ງຄືນບັນດາໜ້າວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ເບິ່ງຄືນກ່ຽວກັບບັນດາເອກະສານຕ່າງໆ ເພື່ອໃຫ້ແທດເໝາະ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ. ທັ້ງນີ້, ກໍເພື່ອເຮັດໃຫ້ວຽກງານພາຍໃນເດີນແມ່ນແລ່ນສະດວກ, ຖືກຕ້ອງ, ວ່ອງໄວ ແລະ ທັນກັບສະພາບຄວາມເປັນຈິງ.
ໂອກາດດຽວກັນນັ້ນ, ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານບົດສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2025 ແລະ ທິດທາງແຜນຈຸດສຸມ ປະຈຳປີ 2026 ວ່າ: ຜ່ານມາໄດ້ມີວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນວຽກງານວຽກງານບໍລິຫານ ແລະ ປະຊາສໍາພັນ ສໍາເລັດການຂຶ້ນທະບຽນເອກະສານ ຂາເຂົ້າ ຈໍານວນ 14,333 ສະບັບ ແລະ ເອກະສານຂາອອກ ຈໍານວນ 16,665 ສະບັບ; ສໍາເລັດບົດງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 10 ປີ (2016-2025) ແລະ ບົດສະຫຼຸບຜົນສໍາເລັດ ການຈັດຕັ້ງຜັນຂະຫຍາຍນະໂຍບາຍ 3 ສ້າງ 5 ປີ (2021-2025) ແລະ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2021-2025; ສໍາເລັດສະເໜີຍ້ອງຍໍພະນັກງານປະຈໍາການ, ພະນັກງານການນໍາອາວຸໂສ ແລະ ພະນັກງານບໍານານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (07 ຕຸລາ 1994-07 ຕຸລາ 2024); ວຽກງານເລຂານຸການ ແລະ ພິທີການ ສໍາເລັດຮຽບຮຽງບົດຄໍາເຫັນ, ກວດແກ້ບັນດາເອກະສານຈາກພາກສ່ວນຕ່າງໆໃຫ້ຖືກຕ້ອງ ແລະ ສົມບູນກ່ອນຈະເອົາເຂົ້າຫາຄະນະລັດຖະມົນຕີ ເພື່ອຂໍລາຍເຊັນ ຫຼື ມີຄໍາເຫັນ, ຕິດຕາມຄະນະລັດຖະມົນຕີ ລົງເຄື່ອນໄຫວວຽກງານສະເພາະກິດ, ວຽກງານສາມສ້າງ, ວຽກງານສຶກສາ,ວິທະຍາສາດ ແລະ ກິລາ ຢູ່ບັນດາທ້ອງຖິ່ນ; ສໍາເລັດການຕິດຕາມຄະນະລັດຖະມົນຕີ ໄປເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຈໍານວນ 25 ຄັ້ງ; ສໍາເລັດສໍາເນົາບັນດາເອກະສານຕ່າງໆເຊັ່ນ: ດໍາລັດ, ຄຳສັ່ງ, ແຈ້ງການ ແລະ ບັນດານິຕິກຳອື່ນໆ ທີ່ຄະນະລັດຖະມົນຕີ ມີຄຳເຫັນເພື່ອເກັບມ້ຽນ 120 ສະບັບ; ສໍາເລັດຈັດກອງປະຊຸມໃຫ້ກັບຄະນະລັດຖະມົນຕີ ທີ່ປິ່ນອ້ອມ ຈໍານວນ 55 ຄັ້ງ; ສໍາເລັດຕ້ອນຮັບແຂກເຂົ້າພົບຄະນະລັດຖະມົນຕີ ແຂກພາຍໃນ ແລະ ຕ່າງປະເທດ ທັງໝົດຈໍານວນ 68 ຄັ້ງ (ແຂກພາຍໃນ 4 ຄັ້ງ, ແຂກຕ່າງປະເທດ 64 ຄັ້ງ); ສໍາເລັດໄປສົ່ງ-ຮັບ ຄະນະລັດຖະມົນຕີ ໄປເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 24 ຄັ້ງ ແລະ ໄດ້ສຳເລັດວຽກງານວຽກງານການເງິນ, ວຽກງານຄຸ້ມຄອງຊັບສິນສໍານັກກະຊວງ, ວຽກງານຄົ້ນຄວ້າສັງລວມ ແລະ ການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ວຽກງານຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ວຽກງານສົ່ງເສີມການລົງທຶນພາກເອກະຊົນ.
ຂະນະດຽວກັນນັ້ນ, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ກໍໄດ້ກ່າວມີຄຳເຫັນວ່າ: ວຽກງານຫ້ອງການເປັນວຽກງານທີ່ສຳຄັນ ແລະ ເປັນສູນລວມໃຫ້ແກ່ກະຊວງສຶກສາທິການແລະ ກິລາ ໃນການພັດທະນາວຽກງານໃນຂະແໜງການສຶກສາຂອງພວກເຮົາ ແລະ ຕ້ອງມີການປັບປຸງຄືນໃໝ່ທັງວຽກພັກ ແລະ ວຽກລັດ ໂດຍສະເພາະພວກເຮົາຈະໄດ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່, ຈັດວາງລະບົບໜ້າທີ່ວຽກງານ ແລະ ບຸກຄະລາກອນຄືນ ຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ຮຽກຮ້ອງມາຍັງຄະນະຫ້ອງການ ແລະ ຄະນະພະແນກຈົ່ງພ້ອມກັນຄິດ ກະກຽມແຜນໜ້າທີ່ວຽກງານພາຍໃນພະແນກຂອງຕົນໃຫ້ລະອຽດ ເພື່ອໃຫ້ວຽກງານພາຍໃນຫ້ອງການພັດທະນາ ແລະ ກ້າວໜ້າຂຶ້ນເລື້ອຍໆ.
ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 16-17 ມັງກອນ 2026, ຊຶ່ງແຕ່ລະພະແນກໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມໄດ້ເນື້ອໃນທີ່ຄົບຖ້ວນ ແລະ ເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກຂຶ້ນກວ່າເກົ່າ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ