Skip to main content

ເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 70 ປີ

ສະຫະພັນກໍາມະບານແຂວງເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຢ່າງເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ ໃນຕອນເຊົ້າວັນທີ 29 ມັງກອນ 2026 ຢູ່ທີ່ເດີ່ນສວນ 25 ປີ ມີທ່ານ ວົງເດືອນ ຈັນທະບຸດຊຽງ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ວຽງໄຊ ວໍລະສິງ ປະທານສະຫະພັນກໍາມະບານແຂວງ ພ້ອມດ້ວຍຄະນະກຳມະບານຮາກຖານພະແນກການຂັ້ນແຂວງ ເຂົ້າຮ່ວມ.
ໃນພິທີ, ທ່ານ ວົງເດືອນ ຈັນທະບຸດຊຽງ ກ່າວວ່າ: ການຈັດກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ; ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຂອງສະມາຊິກກຳມະບານ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ, ເປັນວັນທີ່ກຳມະກອນໃນທົ່ວປະເທດ ຕໍ່ສູ້ເພື່ອທວງເອົາຄວາມເປັນທຳ , ເສລີພາບທາງດ້ານການເມືອງ, ກົດໝາຍ ແລະ ດ້ານສະຫວັດດີການສັງຄົມ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍອັບອັນຊອບທຳຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວປະເທດ, ໂດຍສະເພາະແມ່ນກຳມະກອນຢູ່ບໍ່ກົ່ວໂພນຕົ້ວ ໄດ້ປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນການປຸກລະດົມການລຸກຮື້ຂຶ້ນຢຶດອໍານາດການປົກຄອງຈາກລາ່ເມືອງຂຶ້ນຝຣັ່ງ, ຊຶ່ງເວລານັ້ນພັກ ໄດ້ຖືເອົາຊົນຊັ້ນກຳມະກອນເປັນກໍາລັງແຮງຂອງພັກ ໂດຍໃນໂອກາດນີ້ ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໃນທົ່ວປະເທດ ເວົ້າລວມ, ເວົ້າ ສະເພາະ ຜູ້ອອກແຮງງານໃນທົ່ວແຂວງເຊກອງ ໄດ້ຈັດພິທີ ແລະ ສ້າງຂະບວນການ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ບັນພະບຸລຸດຍາດມາໄດ້ໃນອາດິດຜ່ານມາ. ພ້ອມນີ້ ທ່ານ ວົງເດືອນ ຈັນທະບຸດຊຽງ ຍັງໄດ້ກ່າວອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ ແລະ ການນໍາ ຫຼັກແຫຼ່ງ ກໍຄືຄະນະນໍາກໍາມະບານແຕ່ລະຂັ້ນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຈົ່ງມີສຸຂະພາບແຂງແຮງ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ສໍາເລັດຜົນ.
ຫຼັງຈາກນັ້ນ, ໄດ້ເລີ່ມຂະບວນຍ່າງ ເລີ່ມຈາກເດີ່ນສວນ 25 ປີ ໄປຮອດໜ້າຕະຫຼາດສົດແຂວງ ແລ້ວລ້ຽວຊ້າຍ ໄປຫາທາງ 4 ແຍກໂຮງແຮມຫົງຄໍາ ສືບຕໍ່ຍ່າງຕາມທາງເບຕົງ ແລ້ວກັບຄືນສວນ 25 ປີ.
ພາບ-ຂ່າວ: ພຸດທະສອນ