ທັບນັກກິລາຄົນພິການລາວ ຖືກຕ້ອນຮັບຢ່າງສົມກຽດ ຫຼັງສ້າງຜົນງານບັນລຸຄາດໝາຍ ໃນ ອາຊຽນພາຣາ ເກມ 2025
28/01/2026

ຂະບວນທັບນັກກິລາຄົນພິການລາວ ໄດ້ເດີນທາງເຖິງບ້ານເກີດເມືອງນອນເປັນທີ່ຮຽບຮ້ອຍແລ້ວ ໃນຕອນບ່າຍວັນທີ 27 ມັງກອນ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ ພາຍຫຼັງສ້າງຜົນງານໄດ້ເປັນປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ, ໃນນັ້ນແບ່ງເປັນ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ຈັດຢູ່ອັນດັບທີ 9 ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ 2025 (ASEAN ParaGames 2025) ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ ນຳໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ), ຊຶ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ຄພລ, ມີທ່ານຫົວໜ້າກົມ, ຮອງຫົວໜ້າກົມ ບັນດາທ່ານຄະນະບໍລິຫານງານ ຄພລ ຜູ້ໃຫ້ການສະໜັບສະໜູນ ພ້ອມດ້ວຍຄູຝຶກ ແລະ ນັກກິລາຄົນພິການ ຕະຫຼອດຮອດມວນຊົນຊາວລາວຮ່ວມສະແດງຄວາມຍິນດີ.
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ຊາດອາຊຽນເຂົ້າຮ່ວມ 1.166 ຄົນ ໃນນັ້ນ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ. ຜ່ານການແຂ່ງຂັນຜົນປາກົດວ່າ: ສປປ ລາວ ຍາດໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ລວມ 18 ຫຼຽນ ຈັດຢູ່ອັນດັບທີ 9 ຂອງຕາຕະລາງ ສ່ວນເຈົ້າຫຼຽນຄຳ ເປັນຂອງເຈົ້າພາບ ໄທ ຍາດໄດ້ 175 ຫຼຽນຄຳ, 155 ຫຼຽນເງິນ ແລະ 157 ຫຼຽນທອງ, ອັນດັບທີ 2 ອິນໂດເນເຊຍ ຍາດໄດ້ 135 ຫຼຽນຄຳ, 143 ຫຼຽນເງິນ ແລະ 114 ຫຼຽນທອງ ແລະ ອັນດັບທີ 3 ມາເລເຊຍ ຍາດໄດ້ 64 ຫຼຽນຄຳ 64 ຫຼຽນເງິນ ແລະ 73 ຫຼຽນທອງ.
ສຳລັບງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 14 ແມ່ນປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ໃນປີ 2027
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- “ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
- ສສກ ຈັດກິດຈະກຳສະເຫຼີມສະຫຼອງວັນກິລາອາຊຽນ ຄົບຮອບ 59 ປີ ຢ່າງຟົດຟື້ນ
- ກົມການສຶກສາຊັ້ນສູງ ສສກ ປະຊຸມໜ່ວຍວິຊາການຂະແໜງການຍ່ອຍ ການສຶກສາຫຼັງຊັ້ນມັດທະຍົມສຶກສາ ປະຈຳປີ 2026
- “ຄູ ວົງເພັດ ອ່ອນສີມາ” ແມ່ພິມຮຸ່ນໜຸ່ມ ຜູ້ອຸທິດຕົນສິດສອນ ເພື່ອເດັກນ້ອຍລາວ ຈົນໄດ້ຮັບການຍ້ອງຍໍຄູດີເດັ່ນຈາກກະຊວງສຶກສາທິການ ແລະ ກິລາ
- ວລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ເກືອບ 500 ຄົນ ສົກ 2025-2026
- ແຂ່ງຂັນປິ່ງປ່ອງ ມິດຕະພາບ “ລາວ-ຈີນ ສາມັກຄີກັນ ປິ່ງປ່ອງເພື່ອກັນ ແລະ ກັນ” ສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ


