ກອງບັນຊາການທະຫານແຂວງສະຫວັນນະເຂດ ປະດັບທຽບຊັ້ນໃຫ້ລັດຖະກອນປ້ອງກັນຊາດ ຄູອາສາສະໝັກ 517 ສະຫາຍ
ໃນວັນທີ 28 ມັງກອນ 2026 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີປະດັບທຽບຊັ້ນໃຫ້ລັດຖະກອນປ້ອງກັນຊາດຄູອາສາສະໝັກ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ແລະ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະ ສະຫາຍ ປອ ສຸກສົມພອນ ອາໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະການນຳເມືອງ, ຄະນະພັກ-ຄະນະບັນຊາຈາກອົງການ 5ຫ້ອງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ 10 ຕົວເມືອງ, ພ້ອມດ້ວຍບັນດາສະຫາຍລັດຖະກອນປ້ອງກັນຊາດ ຈາກ 10 ຕົວເມືອງທີ່ຕິດທາງເລກທີ 13 ໃຕ້ແລະທິດເໜືອທາງເລກ 9 ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສຸຂານ ຈັນທະສີດາ ຄະນະພັກຮາກຖານຫ້ອງການເມືອງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 8461/ກມທ 9/12/2025ແລະເລກ 8909/ກມທ .30/12/2025 ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ລັດຖະກອນປ້ອງກັນຊາດຄູອາສາສະມັກ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ ລົງວັນທີ 14 ມິຖຸນາ 2018 ໃນພາກທີ II ໝວດທີ 3 ມາດຕາ 19, 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ, ອີງຕາມ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍວ່າດ້ວຍການອະນຸມັດຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ສະບັບເລກທີ 2834 ລົງວັນທີ 15 /10/ 2025 ແລະ ສະບັບເລກທີ 4482ລົງວັນທີ 5 /12/ 2025 ໃນນັ້ນ ກົມໃຫຍ່ການເມືອງຕົກລົງ ມາດຕາ 1 ປະດັບທຽບຊັ້ນຮ້ອຍໂທ ໃຫ້ລັດຖະກອນປ້ອງກັນຊາດ ຈຳນວນ 117 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ລັດຖະກອນປ້ອງກັນຊາດ ຈຳນວນ 400 ສະຫາຍ. ໃນນັ້ນ, ກອງບັນຊາການທະຫານເມືອງພີນ, ເມືອງເຊໂປນ, ເມືອງວິລະບູລີ, ເມືອງນອງ, ເມືອງຊົນນະບູລີ, ເມືອງຈໍາພອນ, ເມືອງໄຊພູທອງ, ເມືອງສອງຄອນ, ເມືອງທ່າປາງທອງ ແລະເມືອງໄຊບູລີ.
ໃນໂອກາດນີ້, ສະຫາຍຄະນະປະທານ ກໍໄດ້ພັດປ່ຽນກັນກ່າວສະແດງຄວາມຍິນດີຕໍ່ກັບບັນດາສະຫາຍທີ່ໄດ້ເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ໄດ້ຮັບການປະດັບທຽບຊັ້ນ ພ້ອມທັງໄດ້ຮຽກຮ້ອງມາຍັງບັນດາຄູປ້ອງກັນຊາດທຸກສະຫາຍ ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ດຸໝັ່ນຄົ້ນຄວ້າຮ່ຳຮຽນຂໍ້ກຳນົດກົດລະບຽບຂອງພັກ-ລັດ ເວົ້າສະເພາະກໍ່ຄືຂອງກອງທັບ,7 ລະບອບ 18 ວຽກແລະ4ປູກ 4ລ້ຽງຂອງກອງທັບວາງອອກ.ພ້ອມ ເພີ່ມທະວີປະຕິບັດໜ້າທີ່ວິຊາສະເພາະຂອງຕົນເອງໃຫ້ດີຂື້ນຕາມຄວາມມຸ້ງປະສົງຂອງຂັ້ນເທິງ.

