ປະດັບທຽບຊັ້ນໃຫ້ນາຍທະຫານ ລັດຖະກອນປ້ອງກັນຊາດ (ຄູອາສາ) ທີ່ຮຽນຈົບສາຍລັດ
ໃນຕອນບ່າຍຂອງວັນທີ 28 ມັງກອນ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີປະດັບທຽບຊັ້ນໃຫ້ນາຍທະຫານ ລັດຖະກອນປ້ອງກັນຊາດ (ຄູອາສາ) ທີ່ຮຽນຈົບສາຍລັດ, ໂດຍການເປັນປະທານຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກເເຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ, ມີ ສະຫາຍ ພົຈວ ວິລະຕູ່ ວໍລະຈິດ ຄະນະປະຈໍາພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີພະແນກສຶກສາທິການ ແລະ ກິລາ ແຂວງຈໍາປາສັກ, ຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ, ຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ 9 ຕົວເມືອງ 1 ນະຄອນ, ພ້ອມດ້ວຍ ຄະນະຮັບຜິດ ຊອບ ແລະ ບັນດາຄູອາສາສະໝັກ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັທ ກອງເເກ້ວ ວຽງໄຊຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ລັດຖະກອນປ້ອງກັນຊາດ ທີ່ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງບັນຊາການທະຫານແຂວງຈໍາປາສັກ ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດຄູອາສາ ເຂົ້າເປັນລັດຖະກອນປ້ອງກັນຊາດ. ໃນນັ້ນ, ກົມໃຫຍ່ການເມືອງກອງທັບຕົກລົງ ປະດັບທຽບຊັ້ນຮ້ອຍໂທ ໃຫ້ລັດຖະກອນປ້ອງກັນຊາດ ຮຽນຈົບປະລິນຍາຕີ ແລະ ຊັ້ນສູງ ຈຳນວນ 174 ສະ ຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ທີ່ຮຽນຈົບຊັ້ນກາງ ຈຳນວນ 6 ສະຫາຍ ລວມທັງໝົດ 180 ສະຫາຍ.
ໂອກາດນີ້, ສະຫາຍ ປອ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຍິນດີຕໍ່ກັບບັນດາສະຫາຍ ທີ່ໄດ້ເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ໄດ້ຮັບການປະດັບທຽບຊັ້ນ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ທຸກສະຫາຍ ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ດຸໝັ່ນຄົ້ນຄວ້າຮ່ຳຮຽນຂໍ້ກຳນົດກົດລະບຽບຂອງພັກ-ລັດ ເວົ້າສະເພາະ ກໍຄື ຂອງກອງທັບໃຫ້ເຂັ້ມງວດ, ເອົາໃຈໃສ່ປຸກລະດົມທຸກພາກສ່ວນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການພັດທະນາການສຶກສາ ເປັນຕົ້ນ ແມ່ນການແກ້ໄຂບັນຫາການປະລະການຮຽນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ມອບໝາຍ, ພ້ອມທີ່ຈະປະຕິບັດໜ້າທີ່ສິດສອນ ຢູ່ເຂດຫ່າງໄກສອກຫຼີກ ຕາມການມອບໝາຍຂອງການຈັດຕັ້ງ.
ສະຫາຍ ຍັງໄດ້ກ່າວຕື່ມອີກວ່າ: ຫຼັງຈາກ ບັນດາສະຫາຍ ໄດ້ກາຍມາເປັນນາຍທະຫານ ຢ່າງເຕັມຕົວແລ້ວ ສິ່ງທໍາອິດທີ່ຕ້ອງຍຶດໝັ້ນ ກໍຄື ວິໄນຂອງກອງທັບ, ການເປັນຄູໃນເຄື່ອງແບບທະຫານ ຄືການແບກຫາບສອງໜ້າທີ່ອັນໜັກໜ່ວງ ເປັນນັກຮົບ ແລະ ເປັນແມ່ພິມຂອງຊາດ.



