Skip to main content

ການນຳ ສສກ ລົງກວດກາພື້ນຖານໂຄງລ່າງຢູ່ວິທະຍາໄລຄູດົງຄຳຊ້າງ ກະກຽມຍົກສະຖາບັນສ້າງຄູ ໃຫ້ມີຄຸນນະພາບສູງຂຶ້ນ

03/02/2026
ໃນວັນທີ 29 ມັງກອນ 2026, ການນຳກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຕິດຕາມກວດກາພື້ນຖານໂຄງລ່າງ ຢູ່ ວິທະຍາໄລຄູດົງຄຳຊ້າງ ເພື່ອກະກຽມຍົກລະດັບສະຖາບັນສ້າງຄູ ໃຫ້ກາຍເປັນບ່ອນສ້າງຄູ ທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມ ຊຶ່ງໃຫ້ກຽດຕ້ອນຮັບຂອງ ຄະນະອຳນວຍການວິທະຍາໄລ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ.
ສໍາລັບໄດ້ລົງເຄື່ອນໄຫວ ແລະ ຕິດຕາມກວດກາພື້ນຖານໂຄງລ່າງ ຢູ່ ວິທະຍາໄລຄູດົງຄຳຊ້າງ ໃນຄັງນີ້ ແມ່ນໄດ້ລົງກວດກາອາຄານສະຖານທີ່, ການຈັດຕັ້ງການຮຽນການສອນ ແລະ ເນື້ອທີ່ຂອງວິທະຍາໄລ ທັງນີ້, ເພື່ອກະກຽມຍົກລະດັບສະຖາບັນສ້າງຄູ ໃຫ້ກາຍເປັນບ່ອນສ້າງຄູ ທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມ.
ໃນປັດຈຸບັນ, ວິທະຍາໄລຄູດົງຄຳຊ້າງ ມີຫຼັກສູດການຮຽນ ການສອນ ຄື: ສ້າງຄູອະນຸບານ ລະດັບອະນຸປະລິນຍາ-ປະລິນຍາຕີ, ສ້າງຄູປະຖົມສຶກສາ ລະດັບອະນຸປະລິນຍາ-ປະລິນຍາຕີ, ສ້າງຄູມັດທະຍົມສຶກສາຫຼາຍສາຂາ, ມີໂຮງຮຽນອະນຸບານສາທິດ, ໂຮງຮຽນປະຖົມສາທິດ, ໂຮງຮຽນມັດທະຍົມສຶກສາສາທິດ ແລະ ໂຮງຮຽນມັດທະຍົມສາທິດ ພິເສດຄົນຫູໜວກ.
ຂໍ້ມູນ: ວິທະຍາໄລຄູດົງຄຳຊ້າງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ