Skip to main content

ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ III ກະຊວງ ສສກ ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາມິດຕະພາບ ຢ່າງຟົດຟື້ນ

12/02/2026
ໃນຕອນບ່າຍວັນທີ 6 ກຸມພາ 2025 ທີ່ເດີ່ນສະຖາບັນພັດທະນາການບໍລິຫານການສຶກສາ (ຫຼັກ 😎 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ນັກສຶກສາທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳອອກແຮງງານລວມ ແລະ ແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີ, ໂດຍການນຳພາຂອງ ສະຫາຍ ປອ ສົມສີ ໄຊຍະລາດ ຫົວໜ້າຫ້ອງທິດການສະດີການເມືອງ ຂັ້ນຕົ້ນ ຊຸດທີ III ພ້ອມດ້ວຍຄະນະ ແລະ ສະມາຊິກນັກສຶກສາ ຈຳນວນ 63 ສະຫາຍ ຍິງ 23 ສະຫາຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ສຳລັບກິດຈະກຳໃນຄັ້ງນີ້ ແມ່ນໄດ້ມີການອະນາໄມຕາມສະຖານທີ່ຕ່າງໆອ້ອມແອ້ມຕຶກອາຄານຮຽນ ແລະ ຕຶກຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາການບໍລິຫານການສຶກສາ ແລະ ໄດ້ມີການຕໍ່ທໍ່ນ້ຳໃສ່ຖັງເກັບນ້ຳ ເພື່ອໃຫ້ມີນ້ຳໃຊ້ຢ່າງພຽງພໍ. ນອກຈາກນີ້ຍັງໄດ້ມີການຈັດກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບຕື່ມອີກ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງ ແລະ ລະຫວ່າງນັກສຶກສາດ້ວຍກັນເອງ ເພື່ອສ້າງໂອກາດໃຫ້ທຸກສະຫາຍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ໄດ້ສ້າງຄວາມລື້ງເຄີຍ ແລະ ສະໜິດສະໜົມກັນໃຫ້ຫຼາຍຂຶ້ນ ເນື່ອງຈາກແຕ່ລະສະຫາຍເຖິງຈະເຮັດວຽກກ່ຽວກັບການສຶກສາ, ວິທະຍາສາດ ແລະ ກິລາ ແຕ່ກໍມາຈາກຫຼາຍສະຖານທີ່ທີ່ແຕກຕ່າງກັນ. ຊຶ່ງໃນໄລຍະການແຂ່ງຂັນກິລາໃນເທື່ອນີ້ ແມ່ນເຫັນວ່າເຕັມໄປດ້ວຍບັນຍາກາດຟົດຟື້ນ, ມ່ວນຊື່ນ, ນັກກິລາທີ່ເຂົ້າຮ່ວມແຂ່ງຂັນກັນດ້ວຍໄມຕີຈິດມິດຕະພາບ, ຮູ້ໄດ້ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.
ພາບໂດຍ: ສົມປະໄພ ໂນນອິນຖະໜອມ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ