ຫຼານນ້ອຍນັກຮຽນຜູ້ທີ່ຄອບຄົວທຸກຍາກ ໄດ້ຮັບລົດຖີບ ຈາກ ສສຂ ປະຈຳເຂດເລືອກຕັ້ງເມືອງວາປີ

ໃນໂອກາດທີ່ຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງສາລະວັນ ຊຸດທີ V ເຂດເລືອກຕັ້ງເມືອງວາປີ ເຄື່ອນໄຫວໂຄສະນາຫາສຽງຢູ່ເຂດຈຸດສຸມບ້ານນາລັນ (ເຂດພູດອຍ) ໃນວັນທີ 15 ກຸມພາ 2026 ນຳໂດຍທ່ານ ບຸນຍູ້ ຈັນທະລັງສີ ເລຂາຄະນະບໍລິຫານງານພັກເມືອງວາປີ ທັງແມ່ນຜູ້ລົງສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຜູ້ລົງສະໝັກເລືອກຕັ້ງ ໄດ້ນຳເອົາລົດຖີບຈຳນວນ 4 ຄັນ ໄປມອບໃຫ້ຫຼານນ້ອຍນັກຮຽນປະຖົມ ແລະມັດທະຍົມຢູ່ຈຸດສຸມນາລັນທີ່ສະພາບຄອບຄົວຍັງທຸກຍາກຂາດເຂີນແຕ່ເຂົາເຈົ້າຍັງບຸກບືນສູ້ຊົນໃນການຮ່ຳຮຽນ, ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ແບ່ງເບົາພາລາການໃຊ້ຈ່າຍເຂົ້າໃນການສຶກສາຮ່ຳຮຽນຂອງຫຼານນ້ອຍນັກຮຽນ ໃນໂຮງຮຽນເຂດດັ່ງກ່າວ ພ້ອມທັງເປັນການອຳນວຍຄວາມສະດວກໃນການໄປສຶກສາຮ່ຳຮຽນນຳອີກ. ຊຶ່ງລົດຖີບ ຈຳນວນ 4 ຄັນ ທີ່ໄດ້ນຳມາມອບໃຫ້ໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກມູນິທິຈີນ (ເພື່ອພັດທະນາຊົນນະບົດ) ລວມເປັນມູນຄ່າ 6,000,000 ກີບ ມອບໃຫ້ຫຼານນ້ອຍນັກຮຽນຢູ່ໃນໂຮງຮຽນປະຖົມ ແລະ ມັດທະຍົມ ຄື: ໂຮງຮຽນປະຖົມສົມບູນບ້ານກອງລຶ້ໃຫຍ່ ໄດ້ຮັບລົດຖີບ 1 ຄັນຄື ຫຼານນ້ອຍ ນາງ ຕິກ ຫ້ອງ ປ.5; ໂຮງຮຽນປະຖົມສົມບູນນາລັນ ໄດ້ຮັບລົດຖີບ 1 ຄັນ ຄື ຫຼານນ້ອຍ ນາງ ແສ່ວ ແກ້ວສຸລິນທາ ຫ້ອງ ປ.4; ໂຮງຮຽນປະຖົມບ້ານນາຕະປຽງ ໄດ້ຮັບລົດຖີບ 1 ຄັນ ຄື: ຫຼານນ້ອຍ ທ້າວ ປີວ ແກ້ວຄູນຄຳ ຫ້ອງ ປ.3; ໂຮງຮຽນມັດທະຍົມຕອນຕົ້ນນາລັນ (ມ.ຕົ້ນ) ໄດ້ຮັບລົດຖີບ 1 ຄັນ ຄື: ຫຼານນ້ອຍ ນາງ ໃບສີ ບຸນມີສີປະເສີດ ຫ້ອງ ມ.1.
ໃນໂອກາດນີ້, ທ່ານ ບຸນຍູ້ ຈັນທະລັງສີ ໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນຈົ່ງໄດ້ເອົາ ໃຈໃສ່ຊຸກຍູ້ສົ່ງເສີມລູກຫຼານໃຫ້ໄດ້ເຂົ້າຮ່ຳຮຽນ ແລະຮຽກຮ້ອງມາຍັງຄູ-ອາຈານທີ່ສິດສອນຢູ່ໂຮງຮຽນ ຈົ່ງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບສິດສອນຖ່າຍທອດຄວາມຮູ້ຄວາມສາມາດສົ່ງໃຫ້ຫຼານນ້ອຍນັກຮຽນ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນນັກຮຽນດີ- ຮຽນເກັ່ງ ກາຍເປັນຄົນມີຄວາມຮູ້ຄວາມສາມາດ, ຄົນດີຂອງສັງຄົມໃນອານາຄົດ.
ຂ່າວ-ພາບໂດຍ : ໄຊຍະສອນ ທອງພະຈັນ.
