Skip to main content

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຝຶກອົບຮົມສ້າງວິດີໂອການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ

18/02/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ສ້າງວິດີໂອປູກຈິດສຳນຶກ ເພື່ອຍົກລະດັບການປົກປ້ອງເດັກໃນໂຮງຮຽນໃນທົ່ວປະເທດ ເພື່ອຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນຫົວຂໍ້ “ການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ” ໃນວັນທີ 16 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງ ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີຜູ້ຊ່ຽວຊານຈາກສະຖານທູດອົດສະຕາລີ, ພ້ອມດ້ວຍພະນັກງານຈາກພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກນ້ອຍ, ພະນັກງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ພາກສວ່ນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ນາງ ມະໂນລີ ດົງວັນ ໄດ້ກ່າວໃຫ້ຮູ້ວ່າ: ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ພະແນກຄວາມກ້າວໜ້າຂອງແມ່ຍິງ ໄດ້ຮ່ວມມືກັນເປັນຄັ້ງທຳອິດໃນການສ້າງວິດີໂອ: “ຄວາມສະເໝີພາບຍິງ-ຊາຍ ຢູ່ໃນຫ້ອງຮຽນ”. ການຮ່ວມມືດັ່ງກ່າວປະສົບຜົນສຳເລັດ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ. ດັ່ງນັ້ນ, ເພື່ອເປັນການສືບຕໍ່ການຮ່ວມມື, ພະແນກຄວາມກ້າວໜ້າຂອງແມ່ຍິງ ຈຶ່ງໄດ້ສະເໜີສ້າງວິດີໂອທີສອງອີງຕາມ “ຄຳແນະນຳສຳລັບການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ” ຂອງກະຊວງສຶກສາທິການ ແລະ ກິລາ ໃນເດືອນກໍລະກົດ 2024 ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ຫຼັງຈາກທີ່ວິດີໂອໄດ້ຮັບການຮັບຮອງແລ້ວຈະຕ້ອງໄດ້ອອກອາກາດຜ່ານທາງໂທລະພາບສຶກສາ ແລະ ກິລາ, ແພຼດຟອມຄັງປັນຍາລາວ ແລະ ສື່ສັງຄວາມອອນລາຍເພື່ອໃຫ້ຄູໃນທົ່ວປະເທດສາມາດຮັບຊົມໄດ້.
ເນື່ອງຈາກການປົກປ້ອງເດັກແມ່ນມີຄວາມອ່ອນໄຫວ, ວິທີການຜະລິດວິດີໂອຈະຕ້ອງປົກປ້ອງກຽດ ແລະ ຄວາມປອດໄພຂອງເດັກໃນທຸກຂັ້ນຕອນ. ຄ່ຽງຄູ່ກັນນັ້ນ, ກໍຕ້ອງຮັບປະກັນໄດ້ວ່າຜູ້ປົກຄອງຕ້ອງເຫັນດີເປັນເອກະພາບ ແລະ ເຫັນດີຕາມກົດໝາຍ. ນອກຈາກນີ້, ຍັງຕ້ອງຮັບປະກັນວ່າຮູບພາບຈະບໍ່ເປີດເຜີຍຕົວຕົນ ຫຼື ສະຖານທີ່ຂອງເດັກ. ກອງປະຊຸມນີ້ເປັນກອງປະຊຸມໜຶ່ງທີ່ສ້າງທັກສະຄວາມສາມາດໃຫ້ແກ່ທີມງານສື່ມວນຊົນຂອງພວກເຮົາໃນການຖ່າຍທຳວິດີໂອດ້ວຍຈັນຍາບັນ, ການຂຽນບົດເລື່ອງຂອງແຕ່ລະສາກ ແລະ ການອອກແບບການຕູນເອນິເມຊັນ ເພື່ອໃຫ້ເນື້ອຫາທີ່ສະແດງອອກມາມີປະສິດທິພາບ, ມີຄວາມຮັບຜິດຊອບສູງ ແລະ ແທດເໝາະກັບຮີດຄອງປະເພນີ ແລະ ວັດທະນະທຳລາວ.
ໃນໂອກາດດຽວກັນ, ທ່ານ ໄມໂຄ ຄາຣີ ກໍໄດ້ກ່າວວ່າ: ຄູເຮັດໜ້າທີ່ຫຼາຍກວ່າການສອນບົດຮຽນເຂົາເຈົ້າສ້າງ ສະພາບແວດລ້ອມການຮຽນຮູ້ທີ່ປອດໄພ, ເປັນບ່ອນທີ່ເດັກສາມາດເຕີບໃຫຍ່ໄດ້. ເຂົາເຈົ້າເປັນຜູ້ທີ່ຢູ່ແຖວໜ້າເພື່ອປົກປ້ອງການເປັນຢູ່ທີ່ດີຂອງເດັກໃນໂຮງຮຽນ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຊ່ວຍກະຊວງສຶກສາທິການ ແລະ ກິລາ (ສສກ) ໃນການພັດທະນາເອກະສານຄໍາແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກຢ່າງເປັນທາງການ ສໍາລັບພະນັກງານໃນຂະແໜງການສຶກສາ ແລະ ພວກເຮົາຍິນດີທີ່ຈະສືບຕໍ່ການຮ່ວມມືໃນແຜນສ້າງວິດີໂອນີ້. ລັດຖະບານອົດສະຕຣາລີ ມີຄວາມມຸ້ງໝັ້ນທີ່ຈະສົ່ງເສີມສິດທິຂອງເດັກ ແລະ ດຳເນີນມາດຕະການໃນເບື້ອງຕົ້ນເພື່ອປ້ອງກັນ, ລະບຸສິ່ງທີ່ເປັນອັນຕະລາຍ ແລະ ຕອບໂຕ້ຄວາມສ່ຽງໃນການຮັກສາຄວາມປອດໄພ. ກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ (DFAT) ໄດ້ຈັດຕັ້ງປະຕິບັດນະໂຍບາຍການປົກປ້ອງເດັກຂອງຕົນຄັ້ງທຳອິດໃນປີ 2008 ແລະ ໄດ້ປັບປຸງໃນປີທີ່ຜ່ານມາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມມຸ່ງໝັ້ນ ເພື່ອການຮັກສາຄວາມປອດໄພສຳລັບເດັກ ແລະ ຢ້ຳເຖິງການປະຕິບັດທີ່ຈະບໍ່ທົນຕໍ່ທຸກພຶດຕິກຳໃດທີ່ເປັນການກົດຂີ່ຂູດຮີດເດັກ, ການຄຸກຄາມ ແລະ ເຮັດໃຫ້ເດັກຢູ່ໃນອັນຕະລາຍ. ເມື່ອມີວິດີໂອນີ້, ເປົ້າໝາຍຮ່ວມກັນຂອງພວກເຮົາ ແມ່ນເພື່ອຖືເອົາສິດທີິເດັກເປັນໃຈກາງ ແລະ ແນະນຳວິທີການທີ່ຈະແຈ້ງ, ສາມາດປະຕິບັດໄດ້ແກ່ຄູເພື່ອປົກປ້ອງເດັກ. ຂ້າພະເຈົ້າຂໍຖືໂອກາດນີ້, ສະແດງຄວາມຍິນດີຕໍ່ກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະແມ່ນທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໃນຄວາມມຸ້ງໝັ້ນຂອງພວກທ່ານ ເພື່ອການຮັບປະກັນການປົກປ້ອງເດັກໃນທຸກຂັ້ນຕອນໃນການປະຕິບັກໜ້າວຽກ. ການຜະລິດວິດີໂອທັງໝົດທີ່ໄດ້ຮັບການສະໜັບສະໜູນຈາກ ແຜນງານບີຄວາ ແມ່ນປະຕິບັດຕາມຫຼັກການການປົກປ້ອງເດັກທີ່ໜັກແໜ້ນສອດຄ່ອງກັບມາດຕະຖານຂອງ (DFAT) ເຊັ່ນ: ການແນະນຳໃຫ້ແກ່ທີມງານຖ່າຍທຳກ່ອນເຂົ້າໄປທີ່ໂຮງຮຽນ, ການມີເອກະສານການຍິນຍອມອະນຸມັດຈາກຜູ້ປົກຄອງເດັກກ່ອນຖ່າຍທຳ ແລະ ການເອົາໃຈໃສ່ຢ່າງລະມັດລະວັງກ່ຽວກັບວິທີການສະແດງຂອງເດັກ. ພ້ອມກັບມາດຕະການປ້ອງກັນສຸຂະພາບ ແລະ ຄວາມປອດໄພໃນລະຫວ່າງການຖ່າຍທຳ, ຈະຮັບປະກັນວ່າສະພາບການເປັນຢູ່ຂອງເດັກ ແມ່ນສິ່ງສຳຄັນທີ່ສຸດຕະຫຼອດໄລຍະເວລາໃນການຖ່າຍທຳ. ພວກເຮົາເຫັນໄດ້ເຖິງຄຸນຄ່າຂອງພາລະບົດບາດທີມງານສູນໂຄສະນາຂ່າວສານ ໃນການສົ່ງເສີມການປົກປ້ອງເດັກ ແລະ ມີຄວາມຍິນດີທີ່ຈະສະໜັບສະໜູນການຮ່ວມມືໄປຍັງກະຊວງອື່ນໆ ເພື່ອໃຫ້ຂໍ້ມູນໄປທົ່ວເຖິງ ແລະ ເປັນປະໂຫຍດຕໍ່ເດັກ.
ສຳລັບກອງປະຊຸມດັ່ງກ່າວ ແມ່ນຈະໄດ້ດຳເນີນເປັນເວລາ 4 ວັນ ລະຫວ່າງວັນທີ 16-19 ກຸມພາ 2026 ຈຶ່ງສຳເລັດ. ຊຶ່ງຜູ້ເຂົ້າຮວ່ມຝຶກອົບຮົມແມ່ນຈະໄດ້ດຳເນີນໄປໃນຮູບແບບ ການປະຕິບັດຕົວຈິງໃນການສ້າງສາກສະຖານະການ, ການສະແດງບົດບາດສົມມຸດ ເພື່ອກະກຽມໃນການກຳກັບນັກສະແດງ, ຫຼັກການການຂໍການຍິນຍອມເຂົ້າຮ່ວມຖ່າຍທຳ, ຄວາມເປັນສ່ວນຕົວສຳລັບການຖ່າຍທໍາ, ການຕົກລົງກ່ຽວກັບຮູບແບບ, ການສະແດງທີ່ປະສົມປະສານການສະແດງຕົວຈິງ ແລະ ກາຕູນປະກອບ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ