ຫຼວງພະບາງ ເລືອກໄດ້ນັກຮຽນເກັ່ງເປັນຕົວແທນຂອງແຂວງ ກຽມເຂົ້າຮ່ວມແຂ່ງຂັນລະດັບຊາດ ປະຈໍາສົກຮຽນ 2025-2026

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດການສອບເສັງຄັດເລືອກນັກຮຽນເກັ່ງລະດັບແຂວງຊັ້ນປະຖົມສຶກສາ (ປ.5), ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ພ້ອມເລືອກໄດ້ຕົວແທນຂອງແຂວງເພື່ອກຽມເຂົ້າຮ່ວມແຂງຂັນໃນລະດັບຊາດ ປະຈໍາສົກຮຽນ 2025-2026 ຊຶ່ງພິທີສອບເສັງດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມພາ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ຜູ້ຕາງໜ້າຈາກຫ້ອງການສືກສາທິການ ແລະ ກິລາ ເມືອງ/ນະຄອນ, ຄະນະອຳນວຍການໂຮງຮຽນ, ຫົວໜ້າ-ຮອງຫົວໜ້າຂະແໜງ-ສູນ, ຄະນະກຳມະການເຝົ້າຫ້ອງສອບເສັງ, ຄູ-ອາຈານນຳພາ ພ້ອມດ້ວຍ ນັກສອບເສັງເຂົ້າຮ່ວມ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່າວວ່າ: ໃນສົກຮຽນ 2025-2026 ມີນັກຮຽນເຂົ້າຮ່ວມການສອບເສັງ ມາຈາກ 11 ເມືອງ, 1 ນະຄອນ ແລະ ມາຈາກ ໂຮງຮຽນມັດທະຍົມ 6 ແຫ່ງທີ່ຂຶ້ນກັບ ພະແນກສືກສາທິການ ແລະ ກິລາແຂວງ. ມີນັກສອບເສັງທັງໝົດ 192 ນ້ອງ, ຍິງ 120 ນ້ອງ ໃນນີ້ຊັ້ນປະຖົມສືກສາ (ປ.5) ມີທັງໝົດ 42 ນ້ອງ, ຍິງ 24 ນ້ອງ, ສອບເສັງ 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ; ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີທັງໝົດ 80 ນ້ອງ, ຍິງ 51 ນ້ອງ; ຊັ້ນມັດທະຍົມຕອນປາຍ (ມ.7) ມີມີທັງໝົດ 84 ນ້ອງ, ຍິງ 45 ນ້ອງ. ໃນນີ້ ມ.4 ແລະ ມ.7 ສອບເສັງ 4 ວິຊາຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ເຄມີສາດ ແລະ ຟິຊິກສາດ. ສຳລັບຈຸດປະສົງຂອງການຈັດການສອບເສັງຄັດເລືອກນັກຮຽນເກັ່ງໃນຄັ້ງນີ້ ກໍເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ, ຄວາມສະຫຼາດ, ທັກສະຂອງນັກຮຽນ ແຕ່ລະຊັ້ນຮຽນ ແລະ ເປັນການຊຸກຍູ້ຂະບວນການແຂ່ງຂັນ ສອນດີ – ຮຽນເກັ່ງ, ສົ່ງເສີມນັກຮຽນຜູ້ທີ່ມີພອນສະຫວັນໄດ້ເຂົ້າຮຽນໃນລະດັບສູງຂຶ້ນ ພ້ອມທັງແນໃສ່ສ້າງຂະບວນການປຸກລະດົມຄູສອນ, ຍົກສູງຄຸນນະພາບການຮຽນ-ການສອນໄປຕາມ 5 ຫຼັກມູນຂອງການສຶກສາແຫ່ງຊາດເພື່ອຊອກໃຫ້ເຫັນ ຜູ້ທີ່ມີພອນສະຫວັນພິເສດ ຂອງແຕ່ລະທ້ອງຖິ່ນເພື່ອສ້າງບຸກຄະລາກອນທີ່ສະຫຼາດຫຼັກແຫຼມ, ມີຄຸນທາດການເມືອງໜັກແໜ້ນ, ວິຊາການເກັ່ງ, ມີສຸຂະພາບສົມບູນແຂງແຮງ ແລະ ອີກດ້ານໜຶ່ງກໍເພື່ອເປັນການຄັດເລືອກເອົານັກຮຽນເກັ່ງລະດັບແຂວງ ຂັ້ນ ມ.4 ແລະ ມ.7 ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນເດືອນ ເມສາ 2026 ທີ່ຈະມາເຖິງນີ້.
ຜ່ານການສອບເສັງຜົນປະກົດວ່າ: ນັກຮຽນເກັ່ງໃນຊັ້ນປະຖົມ (ປ.5) ວິຊາພາສາລາວ-ຫັດແຕ່ງ ອັນດັບທີ 1 ນາງ ວິລັດດາ ພັນທະມິດ ຈາກໂຮງຮຽນ ປະຖົມສົມບູນ ສີວິໄລ 1, ອັນດັບທີ 2 ນາງ ນິຊາ ພົນສະຫວັດ ຈາກ ປສ ສີວິໄລ 1 ແລະ ອັນດັບທີ 3 ນາງ ມີນາ ສຸກກະເສີມ ຈາກ ປສ ສີວິໄລ 1; ວິຊາຄະນິດສາດ ອັນດັບທີ 1 ທ້າວ ບຸນຊູ ຈະເລີນຜົນ ຈາກໂຮງຮຽນປະຖົມສົມບູນ ກຽດຕິສັກ; ວິຊາວິທະຍາສາດ-ສິ່ງແວດລ້ອມ ອັນດັບທີ 1 ນາງ ປາລິສາ ດວງຈໍາປາ ຈາກ ປສ ຊ້າງແກ້ວ, ອັນດັບທີ 2 ທ້າວ ສຸຊະນະເດດ ສີສົມສັກ ຈາກ ປສ ສີວິໄລ 1 ແລະ ອັນດັບທີ 3 ນາງ ມະນີພອນ ບຸນຈິງມີໄຊ ຈາກ ປສ ສີວິໄລ 1.
ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ວິຊາພາສາລາວ-ວັນນະຄິດີ, ອັນດັບທີ 2 ນາງ ອາລິສາ ມະນີວົງ ຈາກ ມຕ ນາຍາງ ເມືອງນໍ້າບາກ, ອັນດັບທີ 3 ນາງ ຫັດສະດີ ພົງສະຫວັດ ຈາກ ມສ ຊິນຮວາ, ວິຊາເຄມີສາດ ອັນດັບທີ 2 ທ້າວ ສົມຊາຍ ເພັງຈັນ ຈາກ ມສ ສັນຕິພາບ ແລະ ອັນດັບທີ 3 ທ້າວ ລີຈ່ອຍ ແກ້ວທະລາ ຈາກ ມສ ສັນຕິພາບ; ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄິດີ ອັນດັບທີ 1 ທ້າວ ຄຳພະສິດ ຈອມແກ້ວ ຈາກ ມສ ສັນຕິພາບ, ອັນດັບທີ 2 ທ້າວ ເທບບັນດິດ ພົມມະຈັນ ຈາກ ມສ ສັນຕິພາບ, ວິຊາຄະນິດສາດ ແລະ ອັນດັບທີ 3 ທ້າວ ເລົ່າ ທໍ່ ຈາກ ມສ ນໍ້າຖ້ວມ ເມືອງນໍ້າບາກ, ວິຊາເຄມີສາດ ອັນດັບທີ 1 ທ້າວ ເຢັ້ງຫົວວື່ ເຢັ້ງວື່ ຈາກ ມສ ສັນຕິພາບ; ອັນດັບທີ 2 ນາງ ແສງ ທອງສະຫວັນ ຈາກ ມສ ສັນຕິພາບ, ວິຊາຟີຊິກສາດ ອັນດັບທີ 1 ນາງ ພອຍໄພລິນ ເພັງຈັນ ຈາກ ມສ ສັນຕິພາບ ແລະ ອັນດັບທີ 2 ທ້າວ ໄຖ່ ມົ່ວ ຈາກ ມສ ສັນຕິພາບ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ



