Skip to main content

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

23/02/2026
ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ນາລີ ສີສຸລິດ ໄດ້ໃຫ້ກຽດເດີນທາງມາໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສປຂ) ຊຸດທີ V ທີ່ໜ່ວຍປ່ອນບັດເລືອກຕັ້ງທີ 40, ຫ້ອງການບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.
ເມື່ອເດີນທາງມາເຖິງໜ່ວຍປ່ອນບັດ, ທ່ານປະທານປະເທດ ແລະ ພັນລະຍາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນຊາວບ້ານທ່າພະລານໄຊ ທີ່ມາລໍຖ້າໃຊ້ສິດຂອງຕົນຢ່າງຄຶກຄື້ນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ປະຕິບັດຂັ້ນຕອນການປ່ອນບັດຢ່າງເປັນລະບຽບຮຽບຮ້ອຍ ເພື່ອຄັດເລືອກເອົາຜູ້ແທນທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ເຂົ້າມາເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນອົງການອຳນາດລັດ. ພ້ອມກັນນັ້ນ, ທ່ານຍັງໄດ້ຢ້ຽມຢາມ ແລະ ທັກທາຍພໍ່ແມ່ປະຊາຊົນ ທີ່ມາໃຊ້ສິດປ່ອນບັດໃນບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ.
ການເລືອກຕັ້ງໃນຄັ້ງນີ້ ຖືເປັນເຫດການການເມືອງທີ່ສຳຄັນລະດັບຊາດ ເພື່ອສືບຕໍ່ບູລະນະລະບົບອຳນາດລັດໃຫ້ມີຄວາມເຂັ້ມແຂງ, ຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ