ສສກ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງ
23/02/2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັບລົດ ພາຍໃນສໍານັກກະຊວງສຶກສາການ ແລະ ກິລາ ໃນວັນທີ 19 ກຸມພາ 2026 ຫ້ອງປະຊຸມຊັ້ນ3 ຕຶກເຈົ້າອານຸວົງ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີພະນັກງານຈາກຫ້ອງການ, ກົມ, ສະຖາບັນ, ສໍານັກພິມສຶກສາ, ສູນ, ພະນັກງານຂັບລົດຈາກຫ້ອງການ, ຈາກໂຄງການ ພ້ອມດ້ວຍວິທະຍາກອນຈາກພະແນກຈະລາຈອນນະຄອນຫຼວງ ແລະ ຈາກໂຮງຮຽນສອນຂັບລົດທົ່ງສາງນາງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ໄດ້ກ່າວເປີດ ແລະ ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງພະນັກງານຂັບລົດ ທີ່ມີບົດບາດສຳຄັນໃນການຮັບໃຊ້ການນຳ ແລະ ວຽກງານບໍລິຫານ. ຈາກນັ້ນກອງປະຊຸມໄດ້ດຳເນີມຕາມວາລະສຳຄັນເຊັ່ນ: ການນຳສະເໜີສະພາບລວມການສັນຈອນ ຕາມທ້ອງຖະໜົນຫຼວງ ໃນຂອບເຂດນະຄອນຫຼວງວຽງຈັນ; ຄວາມສໍາຄັນ, ບົດບາດ ແລະ ໜ້າທີ່ຂອງພະນັກງານຂັບລົດ; ຈັນຍາບັນ ແລະ ພຶດຕິກໍາຂອງພະນັກງານຂັບລົດ; ກົດລະບຽບການສັນຈອນຕາມເສັ້ນທາງຫຼວງ;
ກົດໝາຍອາດຍາທີ່ກ່ຽວຂ້ອງກັບການສັນຈອນ ແລະ ການບໍາລຸງຮັກສາລົດ ແລະ ສິ່ງສຳຄັນທີ່ນັກຂັບຂີ່ຄວນຮູ້. ນອກຈາກນັ້ນ, ກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມແລກປ່ຽນປະສົບການຕົວຈິງ, ຊຶ່ງເປັນການຊ່ວຍເພີ່ມພູນຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບວຽກງານຂັບຂີ່, ການນຳໃຊ້ລົດຢ່າງຖືກວິທີ ແລະ ການປະຕິບັດຕາມກົດລະບຽບຈາລະຈອນຢ່າງເຂັ້ມງວດ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້, ເພີ່ມພູນທັກສະດ້ານການຂັບຂີ່, ມີຈິດສຳນຶກຮັບຜິດຊອບ, ມີຈັນຍາບັນ ແລະ ປະຕິບັດໜ້າທີ່ຢ່າງມີວິໄນ, ປອດໄພ ແລະ ມີປະສິດທິຜົນ. ພ້ອມກັນນີ້, ຍັງເປັນການຍົກສູງຄຸນນະພາບຂອງພະນັກງານຂັບລົດ ໃຫ້ສາມາດຮັບໃຊ້ວຽກງານການນຳ ແລະ ວຽກງານບໍລິຫານໄດ້ຢ່າງມີປະສິດທິຜົນ, ຖືກຕ້ອງ ຕາມກົດລະບຽບຈະລາຈອນ ແລະ ມີຄວາມປອດໄພ ທັງຊີວິດ ແລະ ຊັບສິນ.
ພາບ-ຂ່າວ: ບຸນທະວີ ນະວົງສາ















