Skip to main content

ສກຂ ສະຫວັນນະເຂດ ສະຫຼຸບຜົນການສອບເສັງນັກຮຽນເກັ່ງ ມ.4 ແລະ ມ.7 ສົກຮຽນ 2025-2026

ໃນຕອນບ່າຍຂອງວັນທີ 20 ກຸມພາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ ໄດ້ຈັດພິທີສະຫຼຸບຜົນການສອບເສັງຄັດເລືອກນັກຮຽນເກັ່ງ ລະດັບແຂວງ ຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ມີທ່ານ ພິມມະສອນ ວໍລະຍຸດ ແລະ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າ ສກຂ ສະຫວັນນະເຂດ ພ້ອມດ້ວຍຫົວໜ້າສະມາຄົມຊາວຈີນ, ຫົວໜ້າສະມາຄົມຊາວຫວຽດນາມ, ຄູ-ອາຈານ, ນ້ອງນັກຮຽນ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພ້ອມດ້ວຍ ທ່ານ ທະວີສັກ ຄຳມຸງຄຸນ ຮອງຫົວໜ້າຂະແໜງສາມັນສຶກສາ ໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງການສອບເສັງໃນຄັ້ງນີ້, ຊຶ່ງໄດ້ດຳເນີນໄປຕາມລະບຽບຫຼັກການຢ່າງເຂັ້ມງວດ ເພື່ອຄັດເລືອກເອົາຕົວແທນນັກຮຽນທີ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງຂອງແຂວງ.
ຜົນການສອບເສັງ ແລະ ການຄັດເລືອກຕົວແທນແຂວງ ມີດັ່ງນີ້:
1. ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ຮຸ່ງນະພາ ສີລິດາວົງ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ອັນດັບທີ 2 ນາງ ຍິ່ງລັກ ສີຫາຈັກ ມສ ຈຸງເຕັກ ນະຄອນໄກສອນພົມວິຫານ
ແລະ ອັນດັບທີ 3 ທ້າວ ໂນ່ງ ບຸດປາວົງ ມ.ຕົ້ນ ສີທອງ ເມືອງຈຳພອນ; ວິຊາຄະນິດສາດ ອັນດັບທີ 1 ທ້າວ ເລື່ອງມະໂນ ສຸມີໄຊ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ນາງ ດັ່ງຫງວຽນ ເຟືອງລີນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ ແລະ ອັນດັບທີ 3 ນາງ ສຸກທິດາ ພິມມະວົງສາ ມສ ສະຫວັນ ນະຄອນໄກສອນພົມວິຫານ; ວິຊາຟີຊິກສາດ ອັນດັບທີ 1 ນາງ ສຸທິສາ ໄຊຊະນະ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ອັນດັບທີ 2 ນາງ ສຸກສົມຊື່ນ ເພັດສະລາດ ມ.ຕົ້ນ ແກ້ງກອກເໜືອ ເມືອງຈຳພອນ ແລະ ອັນດັບທີ 3 ນາງ ອະນຸສອນ ບາງພະຈັນ ມສ ຈຸງເຕັກ ນະຄອນໄກສອນພົມວິຫານ; ວິຊາເຄມີສາດ ອັນດັບທີ 1 ນາງ ຈິນດາພອນ ພິມວົງສາ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ອັນດັບທີ 2 ນາງ ແກ້ວມະນີ ຈັນສົມພູ ມສ ຈຸງເຕັກ ນະຄອນໄກສອນພົມວິຫານ ແລະ ອັນດັບທີ 3 ນາງ ພຸດສະຫວັນ ຂັນຕິວົງ ມສ ອຸດົມວິໄລ ນະຄອນໄກສອນພົມວິຫານ.
ສ່ວນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ເພັດພະຈັນ ແກ້ວປະເສີດ ມສ ໂພນສະຫວັນ ນະຄອນໄກສອນພົມວິຫານ, ອັນດັບທີ 2 ນາງ ສຸກພະຊາດາ ແກ້ວວົງສັກ ມສ ໂນນຈານ ເມືອງທ່າປາງທອງ ແລະ ອັນດັບທີ 3
ທ້າວ ຈັນທະສອນ ສີຄູນຄໍາ ມ.ປາຍ ແກ້ງກອກ ເມືອງຈຳພອນ; ວິຊາ ຄະນິດສາດ ອັນດັບທີ 1 ທ້າວ ຈັນທະພອນ ສີທອງ ມສ ຈຸງເຕັກ ນະຄອນໄກສອນພົມວິຫານ, ອັນດັບທີ 2 ທ້າວ ຈະນະກອນ ໄຂຄຳພິທູນ ມສ ສະຫວັນ ນະຄອນໄກສອນພົມວິຫານ ແລະ ອັນດັບທີ 3
ທ້າວ ເລທັນປິ່ນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ; ວິຊາຟີຊິກສາດ: ອັນດັບທີ 1 ທ້າວ ຊີວິນ ສຸລິໂຍ ມສ ອຸທຸມພອນ ເມືອງອຸທຸມພອນ, ອັນດັບທີ 2 ນາງ ພອນສະໄໝ ສຸຄຳທັດ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ ແລະ ອັນດັບທີ 3 ທ້າວ ໄຊຊະນະ ສົມບັດອິນ ມສ ຈຸງເຕັກ ນະຄອນໄກສອນພົມວິຫານ; ວິຊາເຄມີສາດ ອັນດັບທີ 1 ນາງ ວິລັດດາ ວົງສາຄອນ ມສ ມິດຕະພາບລາວ-ຫວຽດ ນະຄອນໄກສອນພົມວິຫານ, ອັນດັບທີ 2 ນາງ ບຸດສະລິນ ອ່ອນສີສົມບັດ ມສ ສະຫວັນ ນະຄອນໄກສອນພົມວິຫານ ແລະ ອັນດັບທີ 3 ນາງ ບົວສະຫວັນ ແພງຂຸນໄຕ ມສ ສະຫວັນ ນະຄອນໄກສອນພົມວິຫານ.
ໃນໂອກາດນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດຊີ້ນຳ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ຜົນງານ, ຄວາມບາກບັ່ນ ແລະ ຄວາມໝັ່ນພຽນຂອງນ້ອງນັກຮຽນທຸກຄົນ ຈົນສາມາດຍາດໄດ້ອັນດັບແຖວໜ້າຂອງແຂວງ. ພ້ອມກັນນີ້ ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງຄູ-ອາຈານຜູ້ຝຶກສອນ, ຜູ້ປົກຄອງນັກຮຽນ ແລະ ທຸກພາກສ່ວນ ໂດຍສະເພາະສະມາຄົມຊາວຈີນ ແລະ ຊາວຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ສະໜັບສະໜູນວຽກງານການສຶກສາຂອງແຂວງຕະຫຼອດມາ.
ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດານ້ອງນັກຮຽນທີ່ໄດ້ຮັບການຄັດເລືອກເປັນຕົວແທນຂອງແຂວງ ຈົ່ງກຳແໜ້ນໂອກາດອັນຊົງກຽດນີ້ ສືບຕໍ່ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ຝຶກຊ້ອມແກ້ບົດຝຶກຫັດຮ່ວມກັບຄູອາຈານຢ່າງເປັນປົກກະຕິ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ແຫຼມຄົມຂຶ້ນກວ່າເກົ່າ. ພ້ອມນັ້ນ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຄູອາຈານ ຈົ່ງສືບຕໍ່ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບຳລຸງນັກຮຽນຢ່າງຕັ້ງໜ້າ ເພື່ອກຽມຄວາມພ້ອມຮອບດ້ານ ທັງທາງດ້ານວິຊາການ ແລະ ຈິດໃຈ ໃນການໄປຮ່ວມແຂ່ງຂັນລະດັບຊາດ ທີ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນເມສານີ້ ໂດຍມຸ່ງຫວັງໃຫ້ນັກຮຽນຕົວແທນຂອງພວກເຮົາ ສາມາດຍາດໄດ້ຫຼຽນລາງວັນ ແລະ ສ້າງຊື່ສຽງກຽດຕິຍົດອັນໃຫຍ່ຫຼວງ ມາສູ່ແຂວງສະຫວັນນະເຂດ.
ພາບ-ຂ່າວໂດຍ: ພານຸມາດ ສກຂ ສະຫວັນນະເຂດ